Breaking News

ແຫຼ່ງທອ່ງທ່ຽວທາງທຳມະຊາດ”ນໍ້າຕົກຕາດ ຜາຫວ່າງ”

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາຈະເອົາມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງຂອງແຂວງຫົວພັນ ນັ້ນກໍຄື: “ນໍ້າຕົກຕາດ ຜາຫວ່າງ” ນັ້ນເອງ. ເຊິ່ງເປັນແຫຼ່ງທອ່ງທ່ຽວທາງທຳມະຊາດທີ່ມີຄວາມສວຍສົດງົດງາມຫຼາຍ ຖ້າຫາກໃຜທີ່ຄິດໜີຈາກຄວາມວຸ້ນວາຍໃນຕົວເມືອງໃຫຍ່ ແລະ ຊອກຫາບ່ອນພັກຜ່ອນທີ່ເຕັມໄປດ້ວຍ ບັນຍາກາດທີ່ສຸດແສນຈະສະບາຍ ທ່າມກາງສຽງນ້ຳຕົກຕາດ ທີ່ໄຫຼຈາກທີ່ສູງລົງລຸ່ມ ປະສານກັບສຽງນົກ, ສຽງກາ…ທີ່ມັນຮ້ອງ ພ້ອມສາຍລົມເຢັນໆພັດຜ່ານໄດ້ສູດອາກາດທີ່ເຢັນສະບາຍ ແນມໄປທາງໃດກໍ່ເຫັນແຕ່ທຳມະຊາດຢູ່ຮອບໆຕົວທ່ານບໍ່ວ່າຈະເປັນຕົ້ນໄມ້, ໃບຫຍ້າ ແລະ ສາຍນ້ຳ ຕ້ອງນຶກເຖິງສະຖານທີ່ນີ້ເລີຍ”ນໍ້າຕົກຕາດ ຜາຫວ່າງ” ແຫລ່ງທ່ອງທ່ຽວທາງທຳມະຊາດ ທີ່ຈະຊ່ວຍໃຫ້ທ່ານຜ່ອນຄາຍຈາກເລື່ອງວຸ້ນວາຍທັງຫຼາຍໄດ້.

“ນໍ້າຕົກຕາດ ຜາຫວ່າງ” ທີ່ບ້ານປາວເໜືອ ເມືອງຊໍາໃຕ້ ແຂວງຫົວພັນ ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດຫີນເກັດລິ່ນສູງ700 ແມັດ ໄດ້ເປີດເປັນແຫຼ່ງທ່ອງທ່ຽວທີ່ມີຄວາມງົດງາມ ແລະ ອຸດົມສົມບູນເຕັມໄປດ້ວຍທຳມະຊາດ.

ຮູບພາບຈາກ: 7studio xn

ຂໍ້ມູນຈາກ: Laopost

ແບ່ງປັນ