Breaking News

ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017”

ແບ່ງປັນ

ໃນວັນທີ 25 ພຶດສະພາ ທີ່ຜ່ານມາເຟັກບຸກຂອງ ເມ ວະລິສະລາ ຕັງສຸວັນ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017” ກໍໄດ້ໂພສຂໍ້ຄວາມເພື່ອຂໍກຳລັງໃຈຈາກແຟນໆຊາວລາວວ່າ: “ Final day ແລ້ວເດີ້  ຝາກກົດໄລກົດແຊກັນຫຼາຍໆແນ່ເດີ້ ❤️??? ເມສັນຍາວ່າຈະເຮັດໃຫ້ເຕັມທີ່ ແລະ ເຕັມຄວາມສາມາດ

ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ  ແລະ ໃນວັນທີ 26 ພຶດສະພາ 2017 ນີ້ແລ້ວທີ່ເຮົາຈະໄດ້ຮູ້ຜົນການແຂ່ງຂັນໃນການປະກວດໃນເວທີລະດັບໂລກໃນຄັ້ງນີ້ ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້…ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ “Miss Chinese World

ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ເຄີຍປະກວດເວທີໃຫ່ຍໆລະດັບໂລກມາແລ້ວນັ້ນກໍຄື “Miss Tourism Queen Of The Year International 2016” ແລະ ໄດ້ລາງວັນມາຝາກປະຊາຊົນລາວເຮົາກໍຄືລາງວັນ “ນາງງາມມິດຕະພາບ” ຈົນສ້າງຄວາມຮືຮາ ແລະ ຊື່ສຽງໃຫ້ປະເທດລາວມາແລ້ວ, ນອກຈາກນັ້ນ ເມ ວະລິສະລາ ຍັງເປັນນາງແບບອັນດັບຕົ້ນໆຂອງລາວເຮົາອີກດ້ວຍ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ


 

ຂໍຂອບໃຈ:

ແບ່ງປັນ