Breaking News

ມາກ ຊັກກະເບີກ ຮັບໃບປະລິນຍາເອກແລ້ວ

ແບ່ງປັນ

 

ຫຼັງຈາກທີ່ລາອອກຈາກ ມະຫາວິທະຍາໄລ Havard ເມື່ອ 13 ປີກ່ອນ ເພື່ອມາບຸກບືນສ້າງ Fackbook ຈົນປະສົບຜົນສໍາເລັດເປັນເຄືອຄ່າຍສັງຄົມອອນໄລລະດັບໂລກ ແລະ ດຽວນີ້ ມາກ ຊັກກະເບີກ ໄດ້ກັບມາທີ່ມະຫາວິທະຍາໃນຖານະ ບັນດິດກິຕິມະສັກ

ໂດຍປະທານ ບໍລິສັດ Fackbook ເຂົ້າຮ່ວມພິທີຈົບການສຶກສາຂອງບັນດິມະຫາວິທະຍາໄລ Havard ລຸ້ນທີ 336 ທີ່ເມືອງ ແຄມບຣິດ ສະຫະລັດ ເມື່ອວັນພະຫັດ ທີ 25 ພຶດສະພາ 2017 ໂດຍໃນໂອກາດນີ້ ທາງມະຫາວິທະຍາໄລ ໄດ້ມອບໃບປະລິນຍານິຕິສາດຸດຖິບັນດິດກິດຕິມະສັກ (ປະລິນຍາເອກ) ໃຫ້ແກ່ ມາກ ຊັກກະເບີກ ທີ່ອາຍຸດຽວນີ້ 33 ປີ ຊຶ່ງເຄີຍສຶກສາດ້ານຈິດວິທະຍາ ແລະ ວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລແຫ່ງນີ້ ກ່ອນທີ່ຈະລາອອກໄປເມື່ອເດືອນ ພຶດສະພາ 2004 ເພື່ອສ້າງ Fackbook.

ຊຶ່ງ ມາກ ຊັກກະເບີກ ໄດ້ຮັບກຽດໃຫ້ຂຶ້ນເວທີເພື່ອກ່າວ ສູນທອນພົດ ຕໍ່ໜ້າບັນດິດທັງຫຼາຍນໍາອີກ ຊຶ່ງມີສາລະສໍາຄັນກ່ຽວກັບການສ້າງແຮງບັນດານໃຈ ເຊັ່ນ: “ຄວາມປ່ຽນແປງເລີ່ມຂຶ້ນຈາກຊຸມຊົນ ຄວາມປ່ຽນແປງລະດັບໂລກເລີ່ມຂຶ້ນຈາກຈຸດນ້ອຍໆ ຊຶ່ງກໍຄືພວກເຮົາທຸກຄົນ”

ຂ່າວຕ່າງປະເທດ

ແບ່ງປັນ