Breaking News

ຊົມເຊີຍ!!! ເສີດ ພອນປະເສີດ ໜຸ່ມນ້ອຍອະນາຄົດໄກ ວ່າທີ່ນັກອອກແບບຊື່ດັງຂອງລາວ!!!

ແບ່ງປັນ

ຊົມເຊີຍ!!! ໄວໜຸ່ມລາວເກັ່ງບໍ່ແພ້ຊາດໄດໃນໂລກ ທ້າວ ພອນ​ປະ​ເສີດ ​​ແສງ​ມະນີ​ວົງ ອາຍຸ 18 ປີ ຈາກ​ນະຄອນຫລວງ​ວຽງ​ຈັນ  ນັກສຶກສາຈາກຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລແຫ່ງຊາດລາວ, ຜູ້ພິຊິດທຶນຈາກປະເທດ ສິງກະໂປ ຜູ້ເຂົ້າແຂ່ງຂັນໃນ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ 2017 (Lao Young Designers Project), ເຊິ່ງຜົນງານຂອງເສີດກໍເຂົ້າຕາກຳມະການຈົນຄວ້າລາງວັນຮອງ​ອັນ​ດັບທີ 1 ແລະ ຈະ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ເປັນ​ເວລາ 6 ​ເດືອນ ທີ່​​ໂຮງຮຽນສິລະ​ປະ ​​ແລະ ການ​ອອກ​ແບບ ​​ແຫ່ງ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ແລະ ສະຖານທູດ​ສິງກະ​ໂປ​ປະຈຳ​ລາວ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງໄວໜຸ່ມລາວ

 

 

ນີ້ແມ່ນຜົນງານທີ່ ເສີດ ພອນປະເສີດ ທີ່ສົ່ງເຂົ້າປະກວດຈົນໄດ້ລາງວັນ ຮອງອັນດັບ1 ໃນໂຄງການ Lao Young Designers Project 2017

 

ຂໍຂອບໃຈຮູບພາບຈາກ: Lao Fashion Week

ແບ່ງປັນ