Breaking News

ຄະນະນັກສະແດງຊື່ດັງຈາກປະເທດໄທ ຮ່ວມເຂົ້າຖວາຍສັກກະລະ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ

ແບ່ງປັນ

ໃນວັນທີ 27 ພຶດສະພາ 2017 ທີ່ຜ່ານມາ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ປະທານ ສູນກາງ ອົງການພຸດທະສາດສະຫນາສຳພັນລາວ, ເມດຕາ ອານຸຍາດໃຫ້ ຄະນະນັກສະແດງຊື່ດັງຈາກປະເທດໄທນຳທີມໂດຍ ແພນເຄັກ ເຂັມມະນິດ, ເກຣດ ການເກົ້າ, ຢາດ ຢາດທິບ ແລະ ແຫວນແຫວນ ເຊິ່ງທັງໝົດນີ້ເປັນນັກສະແດງ-ພິທີກອນທີ່ມີຊື່ສຽງຂອງປະເທດເພື່ອນບ້ານ  ໄດ້ເຂົ້ານ້ອມຖວາຍສັກກະລະ ພ້ອມຖວາຍໄຊຍະທານ ໃນໂອກາດນີ້ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ຍັງໄດ້ມອບໂອວາດທຳມະ ໃນການດຳເນີນຊີວິດທີ່ດີງາມຕາມວິຖີທາງ ແຫ່ງຊາວພຸດ ໃຫ້ຖືຄວາມ ເມດຕາ ແລະຄວາມເສຍສະຫຼະນຳຫນ້າສ້າງສັງຄົມ ແລະຊ່ວຍເຫຼືອມວນມະນຸດ ພ້ອມທັງເຮັດຕົວເປັນແບບຢ່າງທີດີຕໍ່ສັງຄົມ.

#ແຊຣໄປໃຫ້ໂລກຮູ້

  

ທີ່ມາຈາກ: @gracekanklao , @yardthipkhemanito ,

ຫນ້າຂ່າວຊາວພຸດ๑
ແບ່ງປັນ