Breaking News

ເກີດເທື່ອດຽວໄດ້ຝາແຝດ 6 ຄົນ

ແບ່ງປັນ

ນາງ ອະຈິໂບລາ ໄທໄວ ແມ່ຍິງຄົນໄນຈີເລຍ ໄດ້ເກີດລູກຝາແຝດເຖິງ 6 ຄົນດ້ວຍການປາດ ທີ່ສູນການແພດມະຫາວິທະຍາໄລເຄືອລັດເວີຈີເນຍ ໃນສະຫະລັດເມື່ອບໍ່ດົນມານີ້ ຊຶ່ງຝາແຝດ ທັງ6 ຄົນນັ້ນເປັນຍິງ 3 ແລະ ຊາຍ 3 ຄົນ ແລະ ທັງໝົດແມ່ນມີສຸຂະພາບແຂງແຮງດີ ແລະ ການປາດທ້ອງໃນຄັ້ງນີ້ຕ້ອງໄດ້ໃຊ້ທີມແພດເຖິງ 40 ຄົນ

ຊຶ່ງຜົວເມຍຄູ່ນີ້ມາຈາກທິດຕະເວັນຕົກຂອງປະເທດໄນຈີເລຍ ໄດ້ພະຍາຍາມມີລູກນໍາກັນມາໄດ້ 17 ປີແລ້ວແຕ່ບໍ່ໄດ້ຜົນ ຈົນມາເຖິງເດືອນ ພະຈິກ ປີຜ່ານມາ ແພດໄດ້ວິໄຈວ່າ: ນາງ ອະຈິໂບລາ ໄດ້ມານລູກ.

ຊຶ່ງກໍລະນີທີ່ມານລູກຝາແຝດເຖິງ 6 ຄົນນີ້ ມີຄວາມຍາກທີ່ຈະເກີດຂຶ້ນ ໂດຍປີ 2015 ມີເດັກນ້ອຍ 4 ລ້ານກວ່າຄົນເກີດໃນສະຫະລັດ ແລະ ຈໍານວນນີ້ເປັນແຝດ 4 ຄົນຂຶ້ນໄປພຽງ 24 ຄົນເທົ່ານັ້ນ.

ແບ່ງປັນ