Breaking News

ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນ

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາໄດ້ນໍາເອົາຮູບພາບງາມໆຂອງປະຕິມະກໍາ ການແກະສະຫຼັກພຣະປະຈໍາວັນເກີດຢູ່ຜາຫີນອ່ອນ ມາໃຫ້ແຟນໆຂວັນໃຈໄດ້ຊົມ!!

ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນອ່ອນ ເສັ້ນທາງ1E ລະຫວ່າງຊາຍແດນ ເມືອງນາກາຍ ແຂວງຄໍາມ່ວນ ກັບ ເມືອງຄຳເກີດ ແຂວງບໍລິຄໍາໄຊ. ເປັນການແກະສະຫຼັກທີ່ມີຄວາມປານີດ, ມີຄວາມງົດງາມ ແລະ ມີຄວາມໝາຍທາງສິລະປະ, ພຸດທະສາສະໜາ. ຢູ່ຕາມສອງຝາກທາງຈະມີຮູບແກະສະຫຼັກພຣະພຸດທະຮູບ ເຊິ່ງຖືໄດ້ວ່າເປັນເສັ້ນທາງແຫ່ງທໍາອິດຂອງປະເທດ ທີ່ມີການແກະສະຫຼັກ ພຣະພຸດທະຮູບຕາມຫີນອ່ອນຂອງທັງສອງຝາກທາງ ຜູ້ຄົນທີ່ເດີນຜ່ານໄປມາລ້ວນແຕ່ຈອດລົດລົງມາກາບໄຫວ້ເພື່ອພອນສິ່ງສັກສິດ ຖ້າໃຜໄດ້ຜ່ານໄປມາຕາມເສັ້ນທາງນັ້ນກໍຢ່າລືມແວ່ຂໍພອນເດີ້!!

ຮູບພາບ: Saylakham Images

ແບ່ງປັນ