Breaking News

ວິທີຈັດການກັບ “ນັກເລງຄີບອດໃນສັງຄົມ Online” ທີ່ເຮັດໃຫ້ເຮົາເຊື່ອມເສຍກຽດສັກສີ!!!

ແບ່ງປັນ

ຈັດການກັບ “ນັກເລງ” ໃນສື່ສັງຄົມ online ດ້ວຍກົດໝາຍ

#ຢ່າລືມແຊຣບົດຄວາມດີໆແບບນີ້ໃຫ້ໝູ່ຄົນອື່ນໄດ້ເຫັນນຳແດ່

“ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ”

ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ໂດຍສະເພາະບັນດາສາວໆທັງຫຼາຍ ທີ່ກາຍເປັນເຈົ້າແມ່ update ວ່າງຍາມໃດ ນາງຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ ໃກ້ຊິດກັນຫຼາຍຂຶ້ນ ຊີວິດຂອງສາວໆ ກໍສະດວກສະບາຍຂຶ້ນ ຂໍ້ມູນຂ່າວສານ ຄວາມຮູ້ຕ່າງໆ ກໍເຂົ້າເຖິງໄດ້ງ່າຍ ແລະວ່ອງໄວທັນໃຈ ພຽງສ້ຽວວິນາທີເທົ່ານັ້ນເອງ

ສື່ສັງຄົມ online ເປີດພື້ນທີ່ເສລີໃຫ້ຜູ້ຄົນໄດ້ສ້າງ ແລະເປີດເຜີຍຕົວຕົນຂອງເຂົາເຈົ້າ ໃຫ້ໂລກໄດ້ເຫັນໄດ້ຮັບຮູ້ ແຕ່ປະກົດການຫຍໍ້ທໍ້ໜຶ່່ງ ທີ່ເກີດຂຶ້ນເປັນປະຈຳ ໂດຍສະເພາະໃນບ້ານເຮົານັ້ນກໍຄື “ນັກເລງ” ທີ່ແຝງໃນສື່ສັງຄົມ online ພວກນີ້ມີພຶດຕິກຳ ມັກດູຖູກ ປ້ອຍດ່າ ປະຈານ ຕຳນິ ຕັດສິນຜູ້ອື່ນ ໃຫ້ເສຍຫາຍ ດ້ວຍຄວາມເມົາມັນສະໃຈ ແລະຂາດສະຕິ ຍ້ອນຄິດວ່າຕົນເອງມີອຳນາດ ໃນໂລກຂອງອິນເຕີເນັດ (ອາດບໍ່ແມ່ນໃນໂລກຄວາມເປັນຈິງ) ຄົນກຸ່ມນີ້ ມ່ວນຊື່ນໄປກັບການເຮັດໃຫ້ບຸກຄົນອື່ນເຊື່ອມເສຍກຽດສັກສີ ເຊິ່ງຜູ້ເສຍຫາຍທີ່ເຫັນ ສ່ວນໃຫຍ່ມັກຈະແມ່ນແມ່ຍິງ ບໍ່ວ່າຈະເປັນກໍລະນີນັບແຕ່ ການນຸ່ງເຄື່ອງ, ຮູບຮ່າງໜ້າຕາ, ການວາງຕົວ ໄປຈົນເຖິງເລື່ອງໃນມຸ້ງ ຫຼືເມຍນ້ອຍເມຍຫຼວງ ແລະຮ້າຍແຮງໄປກວ່ານັ້ນ ຍັງຊີ້ນຳໃຫ້ຄົນອື່ນໆໃນສັງຄົມທີ່ບໍ່ຮູ້ກົກປາຍສາຍເຫດ ພາກັນໂດດເຂົ້າຮ່ວມປ້ອຍດ່າປະນາມເຂົາເຈົ້າຕື່ມອີກ ເຊິ່ງຫຼາຍໆຄັ້ງແມ່ນຢາກວ່າເກີນກວ່າເຫດ.

ແມ່ນຢູ່ວ່າ ທຸກຄົນມີສິດທິຂັ້ນພື້ນຖານ ໃນການສະແດງຄວາມຄິດເຫັນ ແລະວິພາກວິຈານໃນບ່ອນສາທາລະນະ ແຕ່ກໍຄວນເປັນໄປໃນທາງສ້າງສັນ ຫຼືເພື່ອແລກປ່ຽນແນວຄວາມຄິດ ໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະສັງຄົມ ແຕ່ເມື່ອໃດທີ່ການສະແດງຄຳຄິດເຫັນນັ້ນ ຫາກຮຸນແຮງ ຫຍາບຄາຍ ຈົນເຂົ້າຂ່າຍລະເມີດສິດທິສ່ວນບຸກຄົນຂອງຜູ້ອື່ນ ແມ່ນຖືກວ່າຜິດກົດໝາຍບ້ານເມືອງ ເພາະ ສປປ ລາວ ມີກົດໝາຍຄວບຄຸມຢູ່

ສາວໆຜູ້ໃດກຳລັງຖືກໂຈມຕີຮີບອ່ານດ່ວນ ເພາະທ່ານມີສິດແຈ້້ງຄວາມເອົາຜິດຕໍ່ຜູ້ກະທຳ

ສ່ວນຜູ້ທີ່ຍັງບໍ່ທັນຖືກລະເມີດສິດ ກໍຄວນຮູ້ໄວ້ເພື່ອຈັດການກັບ ນັກເລງ ໃນສື່ສັງຄົມ online ໄດ້ຫາກເກີດບັນຫາຂຶ້ນໃນຕໍ່ໜ້າ

  1. ຈື່ໄວ້ວ່າ ບ້ານເຮົາມີດຳລັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ (2014), ເຊິ່ງພຶດຕິກຳຂອງ ພວກນັກເລງຄີບອດນີ້ ແມ່ນການລະເມີດ ມາດຕາ 10 ຂໍ້ທີ 6 ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງແລະບິດເບືອນຄວາມຈິງ ເພື່ອຈຸດປະສົງສ້າຄວາມເຊື່ອມເສຍຕໍ່ກຽດສັກສີ ຫຼືສິດທິສ່ວນບຸກຄົນຂອຄົນອ່ານ, ພາກສ່ວນ, ສະຖາບັນ ຫຼືອົງການອື່ນ;
  2. ຫາກນັກເລງ ໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ, ຂຽນ ຫຼືກະທຳແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍ ວ່າດ້ວຍອາຍາ ສະບັບປັບປຸງ (2005) ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼືດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ ແລະຈະຖືກປັບໃໝແຕ່ 50,000 ກີບ ຫາ 300,000 ກີບ.

ຫາກສາວໆຂວັນໃຈພົບກັບບັນຫາເຫຼົ່ານີ້ ໃຫ້ຮີບຮວບຮວມຫຼັກຖານໂດຍລະອຽດ ແລ້ວໄປແຈ້ງຕໍ່ເຈົ້າໜ້າທີ່ ຫຼືຕຳຫຼວດກຸ່ມໃກ້ບ້ານທ່ານ ເພື່ອປົກປ້ອງສິດທິ ແລະກຽດສັກສີຂອງຕົວເຮົາ ແລະຄອບຄົວ ອີກທັງເປັນການເຕືອນສະຕິໃຫ້ພວກ “ນັກເລງ” online ທັງຫຼາຍ ໄດ້ຮູ້ຈັກຂອບເຂດ ສິດທິຕົນເອງ ແລະບໍ່ໄປລະເມີດສິດທິ ຫຼືສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນຕໍ່ໄປໃນອະນາຄົດ ສັງຄົມເຮົາກໍຈະມີຄວາມສະຫງົບສຸກຂຶ້ນ.

ຂໍຂອບໃຈບົດຄວາມໃນຄໍລຳ In-Action ໃນວາລະສານ ຂວັນໃຈ

ແຟນໆສາມາດຕິດຕາມບົດຄວາມດີໆແບບນີ້ໄດ້ໃນ ວາລະສານ ຂວັນໃຈ ຫາຊື້ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ