Breaking News

ພາບບັນຍາກາດໃນງານປາຕີ້ຍ້ອນຍຸກສຸດມັນໃນງານ “Flashback Friday” by Tuborg

ແບ່ງປັນ

ໃນວັນທີ 26 ພຶດສະພາ 2017 ທີ່ຜ່ານມາເບຍ Tuborg ໄດ້ຈັດງານປາຕີ້ຍ້ອນຍຸກສຸດມັນ “Flashback Friday” ຢູ່ທີ່ຮ້ານອາຫານ Laoderm SKYBAR, ເຊິ່ງຄອນເສັບພາຍໃນງານໃນຄັ້ງນີ້ຈະມາໃນຕຣີມ #BackToThe2000s ຫຼືຍ້ອນຍຸກກັບໄປຍຸກປີ 2000 ເຊິ່ງເຮັດໃຫ້ມີຜູ້ຄົນສົນໃຈ ແລະ ເຂົ້າຮ່ວມໃນງານນີ້ຢ່າງຫຼວງຫຼາຍ!!!

ພາຍໃນງານຍັງພົບກັບກິດຈະກຳທີ່ສຸດແສນຈະມ່ວນຊື່ນ ພົບກັບດີເຈໜຸ່ມສຸດຫຼໍ່ ແລະ ດີເຈສາວສຸດເຊັກຊີ່ດີເຈ ແອນນາ ທີ່ມາຮ່ວມສ້າງສີສັນດ້ວຍການເປີດເພງມ່ວນໆ ເປັນເພງສາກົນດັງໃນອະດີດ ແບບວ່າຖ້າໃຜໄດ້ໄປງານນັ້ນຕ້ອງຄິດວ່າໄດ້ຍ້ອນຍຸກໄປປະມານ 17 ປີກ່ອນພຸ້ນເດີ້ (ບອກເລີຍວ່າມັນອີ່ຫລີ) ແລະ ນອກຈາກນັ້ນຍັງມີກິດຈະກຳຕ່າງໆໃຫ້ຮ່ວມຢ່າງຫຼວງຫຼາຍເຊັ່ນ: ຮ່ວມຫຼິ້ນເກມເພື່ອລຸ້ນຮັບຂອງລາງວັນຕ່າງໆ, ຖ່າຍຮູບໃນ  Photo Boot ທີ່ທາງທີມງານຈັດກຽມໄວ້ໃຫ້ຢ່າງຄົບຊຸດເພື່ອໃຫ້ທຸກໆຄົນທີ່ເຂົ້າຮ່ວມງານໄດ້ເກັບໄວ້ເປັນທີ່ລະນຶກ ແລະ ທີ່ເປັນໄຮໄລ້ຂອງງານບອກເລີຍວ່າເດັດສຸດເພາະຍັງມີການປະກວດເຄື່ອງແຕ່ງກາຍຍ້ອນຍຸກ ແລະ ຄົນທີ່ຖືກໃຈກຳມະການກໍຈະໄດ້ຮັບບັດຄອນເສີດ Britney Spears Live in Bangkok 2017 ອີກດ້ວຍ…

ສຳລັບແຟນໆທ່ານໃດທີ່ບໍ່ໄດ້ມາຮ່ວມໃນງານ “Flashback Friday” ທີ່ຈັດຂຶ້ນໂດຍເບຍ Tuborg ໃນເທື່ອນີ້ກໍບໍ່ຕ້ອງເສຍໃຈໄປເດີ້ ເພາະເຮົາມີພາບບັນຍາກາດຄວາມມ່ວນຊື່ນມາຝາກທຸກໆຄົນ ແລະ ແຟນໆສາມາດຕິດຕາມກິດຈະກຳມ່ວນໆແບບນີ້ໄດ້ຕະຫຼອດເລີຍເດີ້ທີ່ເພສ Tuborg

ຮູບພາບຈາກ: Tuborg

ແບ່ງປັນ