Breaking News

ມາຮູ້ຈັກກັບ! ແອນນ້າ Dj ສາວລາວສຸດ Sexy ແຖມຄວາມສາມາດແບບຈັດເຕັມ!!!

ແບ່ງປັນ

Wow… ຮູ້ສຶກຄຶກຄື້ນຂຶ້ນມາທັນໃດເລີຍແມ່ນບໍ່ແຟນໆ ເພາະມື້ນີ້ ຊະນີIndy ຢາກແນະນຳອີກໜຶ່ງສາວສຸດ Sexy ນັ້ນກໍຄື ນາງ ສາຍລົມເຢັນ ບຸນຍະແສງ ຫຼື Dj ແອນນ້າ ອາຍຸ 28 ປີ, ຜົນງານຂອງ ແອນນາ ທີ່ຜ່ານມາກໍຄືເປັນ DJ ທີ່ຮ້ານອາຫານ 79 ແລະ ຕາມງານ Event ໃຫ່ຍໆນາງກໍຈະມັກຈະໄດ້ຮັບເຊີນໄປເປັນ Dj ເປີດເພງມ່ວນໆໃຫ້ເຮົາໄດ້ແດ໋ນກະຈາຍ… ນອກນີ້ນາງກໍຍັງເປັນນາງແບບຕາມງານຕ່າງໆ ແລະ ສາວ ແອນນ້າ ຄົນນີ້ຍັງມີຈຸດພິເສດເປັນແມ່ຍິງຂີ້ດື້, ມັກຍີ້ມ, ມັກກວນ, ເຊັກຊີ້ໜ້ອຍໆ ນຳອີກໄດ໋… ແລະເຮົາຍັງມີບົດສຳພາດເຖິງແຮງບັນດານໃຈທີ່ເຮັດໃຫ້ສາວຄົນນີ້ໄດ້ມາເປັນ  DJ ລອງມາອ່ານບົດສຳພາດກັນເບິ່ງເດີ້…

“ແຮງບັນດານໃຈທີ່ເຮັດໃຫ້ ແອນນ້າ ເປັນ DJ ຍ້ອນອາຊີບນີ້ ເປັນອາຊີບທີແມ່ຍິງລາວສ່ວນຫຼາຍຍັງບໍ່ກ້າເຮັດເປັນອາຊີບທີ່ໜ້າຄົ້ນຫາ ມີສະເໜ່  ແລະແປກໃໝ່ສໍາລັບບ້ານເຮົາ ແລະ ແອນນ້າ ຮູ້ສຶກວ່າການທີ່ແມ່ຍິງ ເປັນ DJ ແຕ່ລະຄົນຈະມີເອກະລັກໃນແບບຂອງຕົນເອງ.  ຢາກແນະນຳສາວໆ ທີ່ຢາກລອງເປັນ DJ ຖ້າໄດ້ລອງຄັ້ງທຳອິດຈະຮູ້ສຶກວ່າ ຫຼົງມັກອາຊີບນີ້ເພາະການເປັນ DJ ແມ່ນໄດ້ເປີດເພງໃຫ້ຄົນອື່ນຟັງເຮັດໃຫ້ທຸກຄົນໃນທຸກງານທີ່ໄດ້ໄປ ໄດ້ມ່ວນ ໄດ້ເຕັ້ນ ໄດ້ມີຮອຍຍິ້ມກໍເຮັດໃຫ້ເຮົາ ມີຄວາມສຸກໄປນຳ”

ຫວັງວ່າແຟນໆຄົງຈະຖືກໃຈກັບ DJ ແອນນ້າ ຄົນນີ້ເດີ້, ຢ່າລືມແຊຣເພື່ອເປັນກຳລັງໃຈໃຫ້ນາງແດ່…

ຂໍຂອບໃຈຮູບພາບຈາກ: Facebook:  Anna Na Djanna

ແບ່ງປັນ