Breaking News

ມາຮູ້ຈັກກັບ!!! Gal Gadot ນາງເອກ “Wonder Woman” ຮູບເງົາທີ່ຄົນທົ່ວໂລກລໍຖ້າເບິ່ງ!!!

ແບ່ງປັນ

ກຳລັງເປັນກະແສສຸດໆສຳລັບຮູບເງົາຈາກຝັ່ງ Hollywood ທີ່ກໍາລັງຈະເຂົ້າສາຍໃນໄວໆນີ້ “Wonder Woman” ແລະ ສິ່ງທີ່ແຟນໆທຸກຄົນຢາກຮູ້ກັນທີ່ສຸດກໍຄົງຈະໜີບໍ່ພົ້ນນາງເອກສາວທີ່ທັງງາມ ເຊັກຊີ່ ແຖມຄວາມສາມາດນິບອກເລີຍວ່າອັດແໜ້ນສົມກັບໄດ້ຮັບບົດນີ້ອີ່ຫລີໄດ໋ ແລະ ໃນມື້ນີ້ ຂວັນໃຈ ເຮົາກໍຈະພາແຟນໆໄດ້ມາຮູ້ຈັກກັບປະຫວັດຄວາມເປັນມາຂອງສາວ Gal gadot ລອງມາຮູ້ຈັກກັບນາງເບິ່ງ…ແລະເຊື່ອວ່າທຸກຄົນຕ້ອງຫຼົງຮັກນາງແນ່ນອນ!!!

Gal gadot (ກັລ ກາດ໊ອດ) ນັກສະແດງຍິງຄົນງາມຈາກປະເທດ Israel, ອາຍຸ 32 ປີ ແລະ ປີນີ້ຖືວ່າເປັນປີທອງຂອງນາງເລີຍກໍວ່າໄດ້ເພາະຈາກບົດບາດນຳສະແດງຫຼັກທີ່ໄດ້ຮັບໃນຮູບເງົາ Wonder Woman ແຕ່ແຟນໆບາງທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະສາວຄົນນີ້ເຄີຍໂຊຝີມືທາງດ້ານການສະແດງມາກ່ອນແລ້ວໃນຮູບເງົາເລື່ອງ Fast & Furious, ດ້ວຍຄວາມງາມໃນແບບຄົມເຂັ້ມທັງສີຜິວແລະໜ້າຕາເຮັດໃຫ້ສາວຄົນນີ້ເຂົ້າໄປຄອງໃນຫົວໃຈແຟນໆຮູບເງົາທົ່ວໂລກໄດ້ຢ່າງງ່າຍດາຍ ນອກຈາກຄວາມງາມແລ້ວ Gal ຍັງເປັນສາວທີ່ເກັ່ງ ແລະ ມີຄວາມສາມາດຫຼາກຫຼາຍເຊິ່ງຫຼາຍຄົນອາດຍັງບໍ່ເຄີຍຮູ້ມາກ່ອນ.

ຕອນທີ່ Gal gadot ອາຍຸ 18 ສາວຄົນນີ້ເຄີຍຄວ້າຕຳແໜ່ງນາງງາມ Miss Israel ປີ 2004 ແລະ ໄດ້ເຂົ້າປະກວດໃນເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດ Ecuador ແລະຫຼັງຈາກເຮັດໜ້າທີ່ຕໍາແໜ່ງນາງງາມເປັນທີ່ຮຽບຮ້ອຍແລ້ວ ສາວຄົນນີ້ກໍໄດ້ກັບໄປຕັ້ງໃຈຮຽນຈົນຈົບລະດັບ High school ແລະໄດ້ເຂົ້າຮັບໃຊ້ຊາດເປັນທະຫານຍິງເປັນເວລາ 2 ປີ ຢູ່ໃນກົມທະຫານທີ່ມີຊື່ວ່າ Israel Defense Forces (ວ້າວ!!! ສຸດຍອດ)

Gal gadot ຄົນນີ້ຍັງມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ເຄີຍໄດ້ເປັນທະຫານເພາະພື້ນຖານຈາກທີ່ນາງເຄີຍເປັນທະຫານມາກ່ອນຈຶ່ງເຮັດໃຫ້ລາວມີຄວາມຊຳນານໃນການໃຊ້ອະວຸດຕ່າງໆໄດ້ເປັນຢ່າງດີ ຈົນສຸດທ້າຍ Gal ກໍໄດ້ຮັບບົດເປັນ ຈີເຊວ ໃນຮູບເງົາ Fast & Furious ແລະດ້ວຍຄວາມທີ່ເຄີຍເຝິກເປັນທະຫານມາຢ່າງໜັກໜ່ວງນາງຈຶ່ງເປັນແມ່ຍິງທີ່ມີຄວາມແຂງແຮງ ເຂັ້ມແຂງ ບໍ່ແພ້ຜູ້ຊາຍ ຈົນໄດ້ຮັບບົດຕົວສະແດງນຳໃນຮູບເງົາ Wonder Woman ທີ່ຄົນທົ່ວໂລກລໍຖ້າເບິ່ງຫຼາຍທີ່ສຸດໃນເວລານີ້…

 

ສ່ວນສະຖານະພາບຂອງ Gal gadot ນັ້ນ (555) ງາມປານນີ້ຈະໂສດໄດ້ແນວໃດວ່າເບາະ? ສາວຄົນນີ້ໄດ້ແຕ່ງງານເປັນທີ່ຮຽບຮ້ອຍແລ້ວກັບນັກທຸລະກິດນາມວ່າ ຍາລອນ ເວີຊາໂນ່ ແລະມີລູກທີ່ໜ້າຮັກຮ່ວມກັນແລ້ວເຖິງ 2 ຄົນ, ແຕ່ໃຜໆກໍຍັງຍ້ອງວ່າເຖິງສາວຄົນນີ້ຈະມີລູກແລ້ວແຕ່ກໍບໍ່ເປັນບັນຫາເພາະຮູບຮ່າງກໍຍັງງາມບໍ່ປ່ຽນແປງ.

ສຳລັບຮູບເງົາເລື່ອງ “Wonder Woman” ຈະເຂົ້າສາຍພ້ອມກັນທົ່ວໂລກໃນວັນທີ 2 ມິຖຸນາ 2017 ນີ້.

via: https://women.mthai.com/amazing-women/295056.html

ຮຽບຮຽງ: ຊະນີIndy

ແບ່ງປັນ