Breaking News

ຊົມເຊີຍ! 15 ປີແຫ່ງຄວາມສຳເລັດຂອງໂຮງຮຽນ ນານາຊາດ ປັນຍາທິບ

ແບ່ງປັນ

ໃນວັນທີ 31 ພຶດສະພາ 2017 ທີ່ຜ່ານມາ ຢູ່ ໂຮງແຮມ Crowne plaza vientiane ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ໂຮງຮຽນນານາຊາດ ປັນຍາທິບ ຄົບຮອບ 15 ປີ, ເປັນກຽດເປັນປະທານໃນງານໂດຍ ທ່ານ ລີຕູ້ ບົວປາວ ອາດີດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ , ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ, ທ່ານ  John Gwyn Jones ຮອງຜູ້ອຳນວຍການໂຮງຮຽນນານາຊາດປັນຍາທິບ ແລະ ຮ່ວມດ້ວຍບັນດາແຂກຈາກຫຼາຍພາກສ່ວນທັງການນຳພັກລັດ, ສະຖານທູດ, ຜູ້ບໍລິຫານໂຮງຮຽນຫຼາຍໂຮງຮຽນ, ນັກທຸລະກິດຈາກຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນຈຳນວນໜຶ່ງ ແລະ ສື່ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ.

ທ່ານ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ ຍັງໄກ້ກ່າວເຖິງແຮງບັນດານໃຈໃນການກໍ່ຕັ້ງໂຮງຮຽນວ່າ: “ແຮງບັນດານໃຈອັນແຮງກ້າທີ່ຂ້າພະເຈົ້າໄດ້ມີໃຫ້ລູກໆໃນເວລານັ້ນລູກສາວກົກຂອງຂ້າພະເຈົ້າ ນາງ ປະລິນຍາກອນ ປັນຍາທິບ ມີອາຍຸໄດ້ 7 ປີເທົ່ານັ້ນຄວາມຫວັງແມ່ນເຮັດແນວໃດທີ່ຈະມີໂຮງຮຽນໃນຝັນທີ່ລູກໄປແລ້ວມີຄວາມຮູ້ມ່ວນຊື່ນໃນການຮຽນ ແລະ ສາມາດຮໍ່າຮຽນຫຼາຍພາສາບໍ່ວ່າຈະເປັນພາສາລາວ, ພາສາອັງກິດ ແລະ ພາສາຈີນ, ຈຶ່ງເກີດໃຫ້ເປັນແຮງຜັກດັນອັນຫຍິ່ງໃຫ່ຍສາມາດສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກທັງປວງໄດ້ໂດຍບໍ່ເຄີຍຮູ້ຈັກຄຳວ່າທໍ້ແທ້ ຫຼື ອິດເມື່ອຍແຕ່ຢ່າງໃດ”

ສຳລັບໂຮງຮຽນ ນານາຊາດ ປັນຍາທິບ ໄດ້ສ້າງຕັ້ງຂຶ້ນໃນປີ 2001 ມາຮອດປະຈຸບັນເປັນເວລາ 15 ປີແລ້ວ, ປັນຍາທິບສຶກສາແມ່ນນຳໃຊ້ຫຼັກສູດຄື: ຫຼັກສູດພາສາລາວແມ່ນໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະກິລາ, ຫຼັກສູດພາສາອັງກິດແມ່ນນຳໃຊ້ຫຼັກສູດຈາກແຄມບຣິດ (CAMBRIDGE) ປະເທດອັງກິດ, ໂດຍມີຮຽນພາສາຈີນເປັນປະເທດທີ່ສາມ ແລະ ນອກຈາກນັ້ນທາງໂຮງຮຽນຍັງມີກິດຈະກຳຕ່າງໆເຊັ່ນ: ປຸງແຕ່ງອາຫານ. ການເຮັດເຄື່ອງປະດັບ, ສິລະປະ, ຫັດຖະກຳ, ການເຕັ້ນ ແລະກິດຈະກຳອື່ນໆອີກຫຼາຍຢ່າງ, ປັດຈຸບັນໂຮງຮຽນນານາຊາດປັນຍາທິບມີທັງໝົດ 3 ສາຂາ ຢູ່ໃນທີ່ວິທະຍາເຂດໃນນະຄອນຫຼວງວຽງຈັນ 2 ຄື: ໂຮງຮຽນປະຖົມ ແລະ ມັດຖະຍົມສະພານທອງເໜືອ ແລະ ໂຮງຮຽນອະນຸບານ ສະພານທອງໃຕ້, 1 ສາຂາຢູ່ແຂວງສະຫວັນນະເຂດ ແລະ ໃນໄວໆນີ້ກຳລັງຈະມີອີກໜຶ່ງສາຂາຂອງໂຮງຮຽນນານາຊາດປັນຍາທິບຢູ່ທີ່ ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 

ແບ່ງປັນ