Breaking News

ດາລຸນນີ ພູມມະສັກ “ນັກທຸລະກິດທີ່ດີ ຕ້ອງມີເປົ້າໝາຍໃນຊີວິດ”

ແບ່ງປັນ

ນາງ ດາລຸນນີ ພູມມະສັກ ຫຼື ດາ ນັກທຸລະກິດຍິງ ຮູບຮ່າງໜ້າຕາສວຍງາມ ອາຍຸ 32 ປີ ຮຽນຈົບວິຊາຄູ ແຕ່ມາລົງມືເຮັດທຸ ລະກິດຫຼາຍດ້ານ ທັງຮ້ານອາຫານ, ຮ້ານກະແລມ, ສັງຫາລິມະຊັບ ປຸກເຮືອນໃຫ້ຊື້-ເຊົ່າ ຈົນກາຍເປັນນັກທຸລະກິດຍິງທີ່ປະສົບຜົນສຳເລັດຄົນໜຶ່ງ.

ໃນສະໄໝເປັນນັກຮຽນ ຕົນເອງເລືອກເສັ້ນທາງ ຢາກເປັນນັກທຸລະກິດຍິງທີ່ປະສົບຜົນສຳເລັດ ເພາະມັກເລື່ອງນີ້ ບວກກັບຄອບຄົວກໍເຮັດການຄ້າຂາຍ ແລະ ມີທຸລະກິດຢູ່ແລ້ວ ຈຶ່ງຮຽນຮູ້ການບໍລິຫານມາຈາກເພິ່ນ ໂດຍສະເພາະຈາກພໍ່ ຍ້ອນພໍ່ເຄີຍມີປໍ້ານໍ້າມັນ ແລະ ສອນວຽກນີ້ມາໂດຍຕະຫຼອດ ເຮັດໃຫ້ຕົນເອງມັກຮັກການຄ້າຂາຍ-ບໍລິຫານທຸລະກິດ ເຮັດແລ້ວເຫັນກຳໄລດີ ຕໍ່ມາມີໂອກາດຍ້າຍເຂົ້າມາຢູ່ນະຄອນຫຼວງວຽງຈັນ ເລີຍຕັ້ງຮ້ານ ມິກ Mix ນີ້ຂຶ້ນ ເພາະເປັນຈຸດໃຈກາງເມືອງ, ມີສວນນໍ້າພຸ ແລະ ຫຼາຍຄົນຮູ້ຈັກດີ ຫຼັງຈາກນັ້ນ ກໍໄດ້ຕັ້ງຮ້ານ Sweetmoo ເປັນຮ້ານກະແລມ ຕິດກັບຮ້ານອາຫານ ມິກ ທີ່ເກີດຂຶ້ນຈາກການອອກໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ ເລີຍເຫັນວ່າ ລາວເຮົາຍັງບໍ່ມີຮ້ານປະເພດນີ້ ສຳລັບທຸລະກິດອະສັງຫາລິມະຊັບ ເປັນບ້ານຈັດສັນ 5 ປະເພດຄື: 1; ບ້ານແຝດ, 2; ບ້ານທາວໂຮມ, 3; ບ້ານທາວຮາວ, 4; ບ້ານອາຄານສາມຊັ້ນ ແລະ 5; ບ້ານຫຼັງໃຫຍ່

ຍ້ອນຫຍັງຈຶ່ງມັກເປັນນັກທຸລະກິດ ? ສຳລັບ ດາ ການເປັນນັກທຸລະກິດຈະມີເວລາເປັນຂອງຕົນເອງ ເຮົາສາມາດຕື່ນຈັກໂມງກໍໄດ້, ແຕ່ຕ້ອງເຮັດໜ້າທີ່ຂອງເຮົາໃຫ້ສຳເລັດ ອາດຈະສັ່ງວຽກຕອນແລງຂອງມື້ນີ້, ແລ້ວຕື່ນມາກໍມີພະນັກງານເຮັດວຽກໃຫ້ ພຽງແຕ່ຮູ້ຈັກບໍລິຫານ. ສິ່ງສຳຄັນທີ່ສຸດ ນັກທຸລະກິດ ກໍຄືການບໍລິຫານທີມງານ ໃຫ້ເໝືອນກັບຄອບຄົວ ຖ້າຮູ້ຈັກບໍລິຫານທີມງານໄດ້ ກໍປຽບເໝືອນການບໍລິຫານຄອບຄົວໄດ້ເຊັ່ນດຽວກັນ ແລະ ເຮົາກໍຈະມີຄວາມສຸກເພີ່ມຂຶ້ນເປັນຮ້ອຍເປັນພັນເທົ່າ.

ສິ່ງທ້າທາຍສຳລັບ ດາ ແມ່ນ ເລື່ອງການບໍລິຫານພະນັກງານ ເຖິງວ່າວຽກງານນີ້ຈະເຮັດໃຫ້ ດາ ມີຄວາມສຸກກໍຕາມ ແຕ່ກໍມີບາງຄັ້ງທີ່ຮູ້ສຶກທໍ້ຖອຍ ເພາະເຮົາຄິດອີກມູມໜຶ່ງ ແຕ່ພະນັກງານຄິດອີກມູມໜຶ່ງ ເຮັດໃຫ້ການສຶື່ສານເຂົ້າໃຈກັນລຳບາກ ສະຫລຸບແລ້ວ ຄວາມທໍ້ຖອຍເກີດຈາກຄວາມຮູ້ສຶກຂອງ ດາ ຫຼາຍກວ່າ ທີ່ຈະຕ້ອງບໍລິຫານຄົນມາຈາກຫຼາຍບ່ອນ

ແຜນການຕະຫຼາດ ກ່ອນອື່ນໝົດ ດາ ຍຶດຖືຄຳສອນ ປັດຊະຍາຂອງຂົງເບັງທີ່ວ່າ “ຮູ້ເຂົາຮູ້ເຮົາ ຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ” ໃນການວາງແຜນການຕະຫຼາດ ພວກເຮົາຈະເບິ່ງຄູ່ແຂ່ງກ່ອນ ແລະ ສໍາຫຼວດຕະຫຼາດໃຫ້ດີໆ ຕົວຢ່າງ: ການສ້າງໝູ່ບ້ານຈັດສັນ ເຮົາກໍມີການກຽມຕົວ ໂດຍເອົາທີມທີ່ເກັ່ງດ້ານການວິໄຈເສດຖະກິດວ່າ ປະເທດເຮົາເໝາະສົມຈະຂາຍສິນຄ້າປະເພດໃດ ເພື່ອແທດເໝາະກັບການເຮັດທຸລະກິດນັ້ນໆ. ຊຶ່ງແຜນໃນອະນາຄົດອັນໃກ້ໆນີ້ ດາ ຍັງຈະສ້າງຕັ້ງ ບໍລິສັດກາດ ຂຶ້ນມາ ເພື່ອເປັນຜູ້ຮັກສາຄວາມປອດໄພ ທີ່ດີ ເອົາມາໄວ້ເບິ່ງໝູ່ບ້ານຈັດສັນເຮົາ

ວິທີໃນການບໍລິຫານ ຫຼື ແກ້ໄຂບັນຫາພະນັກງານ ດາ ຈະແກ້ໄຂດ້ວຍການເອົາພະນັກງານຄົນນັ້ນມາໂອ້ລົມໂດຍກົງ ໃນຕອນນັ້ນ ເບິ່ງຕາມເຫດ-ຜົນແລ້ວ ດາ ກໍຈະໃຫ້ຄຳແນະນຳ-ຕັກເຕືອນພະນັກງານ ແຕ່ທຸກຢ່າງແມ່ນຕ້ອງຢູ່ໃນ ຄວາມຖືກຕ້ອງ

ຄະຕິເຕືອນໃຈ “ອ່ອນນອກແຂງໃນ” ເພາະເຮົາໄດ້ພົບປະຫຼາຍໆຄົນຢູ່ຕະຫຼອດ.

ການແບ່ງເວລາ ຈັນ-ສຸກ ເປັນເວລາເຮັດວຽກ ຕື່ນເຊົ້າກໍອອກມາວຽກ ຈັນ-ອັງຄານ ຈະຢູ່ຮ້ານອາຫານ ມິກ, ວັນພຸດຈະໄປ ທີ່ບ້ານຈັດສັນ ກຣີນ ລີຊີເດັ້ນ (Green residents), ວັນພະຫັດ-ສຸກ ແມ່ນຢູ່ຮ້ານ ສະວີດມູນ ສຳລັບຄອບຄົວ ຈັນ-ສຸກ ທຸກໆແລງເລີກວຽກແມ່ນຕ້ອງຢູ່ກັບຄອບຄົວ ເບິ່ງແຍງລູກ ແລະ ຜົວ ບາງຄັ້ງກໍກິນເຂົ້າຢູ່ໃນເຮືອນ ບາງຄັ້ງກໍອອກໄປກິນຢູ່ຮ້ານອາຫານ ແລະ ອາທິດ 1 ແມ່ນໃຫ້ຕົນເອງໄດ້ອອກໄປ ຟິດເນັດ ອອກກໍາລັງກາຍ 2-3 ຄັ້ງ/ທິດ ຫຼັງຈາກອອກຈາກຮ້ານ, ສໍາລັບເສົາ-ອາທິດ ແມ່ນ ວັນແຫ່ງຄອບຄົວ ໃຫ້ເວລາກັບຄອບຄົວຫຼາຍທີ່ສຸດ

ຝາກທ້າຍ: ສຳລັບຮ້ານສະວີດມູນ ພວກເຮົາກໍມີເມນູໃໝ່ທີ່ກຳລັງນິຍົມໃນຕອນນີ້, ໂດຍຈະມີສ່ວນຫຼຸດ 20% ບໍ່ວ່າຈະເປັນການຈັດງານອີເວັ້ນຕ່າງໆ ແລະ ຍັງມີເມນູໃໝ່ຕະຫລອດ, ສ່ວນ ກຣີນລີຊີເດັ້ນ ໝູ່ບ້ານຈັດສັນ ກໍມີສ່ວນຫຼຸດສ່ວນແຖມໃຫ້ ປັດຈຸບັນແມ່ນຂາຍໄປແລ້ວ 50% ຝາກໃຫ້ເປັນຂໍ້ຄິດ ບາງຢ່າງເຮົາຊື້ໄວ້ດົນລາຄາອາດຫຼຸດລົງ ແຕ່ຖ້າເຮົາຊື້ເຮືອນນັບມື້ນັບມີລາຄາ.

ແບ່ງປັນ