ປັບຮໍໂມນເພດຍິງ ຕ້ອງກິນ 7 ອາຫານທີ່ມີເອດໂຕຣເຈນສູງ
ອາຫານທີ່ມີຮໍໂມນເພດຍິງ ຫຼື ອາຫານທີ່ມີເອດໂຕຣເຈນ (estrogen) ສູງ ເໝາະສົມກັບສຸຂະພາບຜູ້ຍິງທີ່ຕ້ອງການປັບຮໍໂມນເພດຍິງໃຫ້ຢູ່ໃນລະດັບດຸ່ນດ່ຽງກັບຮ່າງກາຍ ຄືນຄວາມງາມ, ຄວາມສົດໃສ ແລະ ສຸຂະພາບທີ່ດີທີ່ຜູ້ຍິງຄູ່ຄວນ ແລະ ມື້ນີ້ ວາລະສານຂັວນໃຈ ກໍ່ມີວິທີໃນການປັບຮໍໂມນເພດຍິງມາແນະນຳດັ່ງນີ້:
- ນ້ຳໝາກພ້າວ
ນ້ຳໝາກພ້າວມີຮໍໂມນເອດໂຕຣເຈນ (estrogen) ເຊິ່ງເປັນສ່ວນສຳຄັນຕໍ່ການສ້າງຄໍລາເຈນ(collagen) ຊ່ວຍເຮັດໃຫ້ຜິວພັນເຕັ່ງຕຶງ, ມີຄວາມຊຸ່ມຊື່ນ ແລະ ຍັງມີສັບພະຄຸນໃນການຂັບໄລ່ປັດສະວະ, ຂັບໄລ່ຂອງເສຍ ຫຼື ສານພິດອອກຈາກຮ່າງກາຍ ຈຶ່ງຊ່ວຍເຮັດໃຫ້ຜິວຂາວໃສ, ຍັງຊ່ວຍປັບຄວາມດຸ່ນດ່ຽງຂອງຮ່າງກາຍ, ເຮັດໃຫ້ການເຮັດວຽກຂອງລະບົບພາຍໃນຮ່າງກາຍເປັນປົກກະຕິ.
- ຖົ່ວຊະນິດຕ່າງໆ
ໂຟໂຕເອດໂຕຣເຈນ (fire estrogen) ຄືສານທີ່ເຮົາຫາໄດ້ຈາກຖົ່ວຫຼາຍໆຊະນິດ ເຊິ່ງເວົ້າໄດ້ວ່າຖ້າຢາກກິນອາຫານເພື່ອປັບຄວາມດຸ່ນດ່ຽງຂອງຮໍໂມນເພດຍິງ ຖົ່ວຍັງເຕັມໄປດ້ວຍໂປຣຕິນ ແລະ ໄຟເບີສູງບໍ່ວ່າຈະເປັນຖົ່ວຊະນິດຝັກ, ຖົ່ວດິນ, ຖົ່ວດຳ, ຖົ່ວລັນເຕົາ,ຖົ່ວແດງ ແລະ ຖົ່ວປະເພດອື່ນໆ ຫຼື ແມ່ນແຕ່ທັງຖົ່ວງອກ.
- ເຕົ້າຫູ້
ເຕົ້າຫູ່ມີໄອໂຊຟຣາໂວນ ຮໍໂມນເອດໂຕຣເຈນ (Eizo flavones hormonal estrogen) ຊະນິດໜຶ່ງຈາກທຳມະຊາດທີ່ຮ່າງກາຍຈະດູດຊືມໄດ້ດີ ທີ່ສຳຄັນໃນເຕົ້າຫູ່ຍັງເຕັມໄປດ້ວຍທາດເຫຼັກ ແລະ ໂປຣຕິນທີ່ສູງທຽບເທົ່າກັບຊີ້ນສັດ ກິນແລ້ວບໍ່ຕຸ້ຍອີກດ້ວຍ.
- ເຂົ້າສາລີ ແລະ ໂຮເກຣນ
ເຂົ້າສາລີ ແລະ ໂຮເກຣນທຸກຊະນິດມີຮໍໂມນເອດໂຕຣເຈນ (hormonal estrogen) ທຳມະຊາດຊະນິດໄອໂຊຟຣາໂວນ(Eizo flavones) ເຊິ່ງຊ່ວຍປັບຄວາມດຸ່ນດ່ຽງຂອງຮໍໂມນເອດໂຕຣເຈນ(hormonal estrogen)ໃນຮ່າງກາຍໄດ້ອີກ. ນອກຈາກເຂົ້າສາລີ ແລະ ໂຮເກຣນແລ້ວຜັກຊູດອກ ແລະ ກະຫຼ່ຳປີສີມ່ວງກໍມີໂຟໂຕເອດໂຕຣເຈນ(fire estrogen)ຄືກັນ.
- ກະຣົດ.
ກະຣົດມີສານລິກແນນ ໂຟໂຕເອດໂຕຣເຈນ(fire estrogen)ຊະນິດໜຶ່ງອອກລິດຄ້າຍກັບຮໍໂມນເອດໂຕຣເຈນ(hormonal estrogen)ໃນຮ່າງກາຍ ທາງໂພຊະນາການຈຶ່ງຈັດກະຣົດໃຫ້ເປັນອາຫານທີ່ມີຮໍໂມນເພດຍິງ ເຊິ່ງນອກຈາກແຄລອດແລ້ວຍັງມີກະຫຼ່ຳປີ, ສະຕໍເບີຣີ ເປັນອາຫານທີ່ມີເອດໂຕຣເຈນ(fire estrogen)ຄືກັນ.