Breaking News

ມາຮູ້ຈັກ! ວິນລີ່ ໜຸ່ມຫຼໍ່ມາດກວນຂວັນໃຈສາວໆ ພະຮອງໃນຮູບເງົາເລື່ອງ “ຫົງຫາມເຕົ່າ”

ແບ່ງປັນ

ມື້ນີ້ຈະພາມາຮູ້ຈັກກັບໜຸ່ມຫຼໍ່ສຸດຮ໋ອດ ບຸນຊຽນ ວິໄລວັນ ຫຼື ວິນລີ້ ນັກສະແດງໃນບົດພະຮອງໃນຮູບເງົາເລື່ອງ”ຫົງຫາມເຕົ່າ” ໜຸ່ມ ວິນລີ່ ອາຍຸ 24 ປີ ຈົບການສຶກສາຈາກວິທະຍາໄລ ຄອມເຊັນເຕີ້ ສາຂາການຕະຫຼາດ,  ວິນລີ້ ກຳລັງເປັນທີ່ເວົ້າເຖິງເພາະມີຄວາມຫຼໍ່ເຂົ້າຕາ  ແຖມມີບຸກຂະລິກທີ່ໂດດເດັ່ນ ເບິ່ງແລ້ວມາດກວນໆຖືກໃຈສາວໆຫຼາຍຄົນ (ໃນນັ້ນກໍມີ ຊະນີIndy ນຳ ຮະຮ່ະ) ແລະ ສຳລັບແຟນໆທ່ານໃດທີ່ຢາກຮູ້ທີ່ໄປທີ່ມາຂອງໜຸ່ມ ວິນລີ້ ຄົນນີ້ເຮົາກໍມີມາຝາກທຸກໆຄົນເຊັ່ນກັນ… ວິນລີ່ ເລີ່ມເຂົ້າວົງການບັນເທິງຈາກການເດີນແບບ ແລະ ສະແດງເປັນພະເອກເອັມວີ ແລະ ຕໍ່ມາກໍໄດ້ມີໂອກາດມາເປັນນັກຮ້ອງໃນກຸ່ມສິລະປິນວົງ MMaq ເຊິ່ງເພິ່ນກໍເປັນເຈົ້າຂອງຜົນງານເພງ “ບໍ່ຕ້ອງບອກໃຫ້ລືມ” ຫຼັງຈາກນັ້ນກໍເຮັດວຽກໃນວົງການບັນເທິງເລື້ອຍໆເຊັ່ນ: ເດີນແບບ, ຖ່າຍແບບ, ເປັນພີເຊັນເຕີ້ ແລະ ຫຼ້າສຸດກໍຮັບບົດພະຮອງໃນຮູບເງົາເລື່ອງ “ຫົງຫາມເຕົ່າ” ທີ່ກຳລັງເປັນກະແສໃນຕອນນີ້ນັ້ນເອງ.

#ແຊຣໄປໃຫ້ກຳລັງໃຈໜຸ່ມສຸດຫຼໍ່ຄົນນີ້ແດ່ 

ສາມາດຕິດຕາມໜຸ່ມຄົນນີ້ໄດ້ທີ່: Bounxien Willy Vilayvanh 

ແບ່ງປັນ