Breaking News

ລາວຕິດອັນດັບປະເທດສະຫງົບທີ່ສຸດໃນໂລກ

ແບ່ງປັນ

ສະຖາບັນເສດຖະສາດ ແລະ ສັນຕິພາບ ທີ່ມີສໍານັກງານຕັ້ງຢູ່ ນະຄອນຊິດນີ່ ປະເທດອົດສະຕາລີ ໄດ້ເປີດເຜີຍຜົນສໍາຫຼວດດັດສະນີສັນຕິພາບປະຈໍາປີ 2017 ພົບວ່າ: ຄະແນນໂດຍລວມແມ່ນດີຂຶ້ນເປັນຄັ້ງທໍາອິດໃນຮອບ 3 ປີ ນັບຕັ້ງແຕ່ປີ 2014 ຈາກສັນຕິພາບທີ່ເພີ່ມຂຶ້ນໃນ 93 ປະເທດ ຈາກ 161 ປະເທດ ແຕ່ອີກ 68 ປະເທດມີຄະແນນທີ່ຫຼຸດລົງ ໂດຍດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງສັງຄົມ ຊຶ່ງວັດຈາກອາດຊະກໍາໃນປະເທດ, ຄວາມໝັ້ນຄົງທາງການເມືອງ, ຜົນກະທົບຈາກການກໍ່ການຮ້າຍທີ່ເພີ່ມຂຶ້ນ.

ສປປ ລາວເຮົາຕິດອັນດັບ ລາວອັນດັບ 45, ໄທ ອັນດັບທີ 120, ສິງກະໂປທີ່ອັນດັບ 21, ມາເລເຊຍທີ 29, , ອິນໂດເນເຊຍທີ 52, ຫວຽດນາມ 59, ກໍາປູເຈຍ 89 ແລະ ມຽນມາ 104. ໃນພາກພື້ນອາຊຽນ ຖືວ່າສິງກະໂປເປັນປະເທດທີ່ສະຫງົບສຸກທີ່ສຸດ.

ເຮົາມາຮູ້ນໍາກັນວ່າປະເທດທີ່ສະຫງົບທີ່ສຸດໃນໂລກ ແລະ ສະຫງົບໜ້ອຍທີ່ສຸດໂລກຈະເປັນປະເທດໃດ

10 ອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ປີ 2017

1 ໄອຊະແລນ

2 ນິວຊີແລນ

3 ປ໋ອກຕຸຍການ

4 ອ໋ອສເຕຣຍ

5 ເດັນມາກ

6 ສະທາລະນາລັດເຊັກ (Czech Republic)

7 ສະໂລວີເນຍ

8 ການາດາ

9 ສະວິດເຊີແລນ

10 ໄອແລນ ແລະ ຍີ່ປຸ່ນ

10 ອັນດັບປະເທດທີ່ສະຫງົບສຸກໜ້ອຍທີ່ສຸດ ປີ 2017

1 ຊີເຣຍ

2 ອັຟການິສະຖານ

3 ອີຣັກ

4 ຊູດານໃຕ້

5 ເຍເມັນ

6 ໂຊມາເລຍ

7 ລິເບຍ

8 ຊູດານ

9 ສາທາລະນະລັດອາຟຣິກາກາງ

10 ຍູເຄນ

ຮູບພາບ by arcibald

ໄອຊະແລນ

 

ແບ່ງປັນ