Breaking News

ກັນ ກັນຕະຖາວອນ ດາລາຈາກປະເທດເພື່ອນບ້ານໂພສເຖິງແຟນໆຊາວລາວແບບນີ້…

ແບ່ງປັນ

ກຣີດໆໆ…ກັນແບບສຸດເລີຍແມ່ນບໍ່? ສຳລັບແຟນຄລັບຂອງໜຸ່ມ ກັນ ກັນຕະຖາວອນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ເຊິ່ງໃນວັນທີ 4 ມິຖຸນາ 2017 ທີ່ຜ່ານມາເພິ່ນກໍໄດ້ມາຢ້ຽມຍາມປະເທດລາວຂອງເຮົາ ໂດຍມາທີ່ວຽງຈັນເຊັນເຕີ້ ແລະ ໜຸ່ມ ກັນ ກໍມາໃນມາດທີ່ສະບາຍໆໂດຍນຸ່ງເສື້ອເຊີດສີຂາວ ນຸ່ງສົ້ງລາຍແຊກຕາມແບບຕາມສະຕາຍຂອງເພິ່ນພ້ອມທັກທາຍສະບາຍດີແຟນໆຊາວລາວຢ່າງເປັນກັນເອງ ແຖມຍັງມີບາງຕອນທີ່ໜຸ່ມຄົນນີ້ຍັງເວົ້າລົມເປັນສຳນຽງພາສາລາວຈົນເຮັດໃຫ້ແຟນຄລັບຊາວລາວປື້ມໃຈໄປໄຕາມໆກັນ, ນອກຈາກນັ້ນຍັງບໍ່ພໍ ກັນ ກັນຕະຖາວອນ ຍັງໄດ້ໂພສຮູບພາບລົງໃນອິນສະຕຣາແກມແລະບອກວ່າ “ຜູ້ບ່າວຜູ້ສາວຊາວລາວໜ້າຮັກຫຼາຍ” ເຮັດໃຫ້ມີແຟນຄລັບທັງລາວ ແລະ ໄທເຂົ້າໄປໃຫ້ກຳລັງໃຈ ແລະ ຄອມເມັ້ນໃນຮູບພາບກັນຢ່າງຫຼວງຫຼາຍ!!!

ຫນ້າຮັກ ອ້າຍກັນ ຈາກ The Mask Singer ❤️#themasksinger #kankantathaworn

A post shared by Nutha LADSAVONGLAO (@nutha) on

ສຳລັບ ກັນ ກັນຕະຖາວອນ ເປັນອີກໜຶ່ງໜຸ່ມຂອງດາລາໃນປະເທດເພື່ອນບ້ານທີ່ມີຄວາມສາມາດຫຼາຍດ້ານ ເຊິ່ງເພິ່ນກໍມີຜົນງານມາແລ້ວຢ່າງຫຼວງຫຼາຍບໍ່ວ່າຈະເປັນການສະແດງລະຄອນໃນທຸກໆບົດບາດ ແລະ ດຽວນີ້ທີ່ໂດ່ງດັງກັນແບບສຸດໆກໍຄືບົດບາດການເປັນພິທີກອນໃນຫຼາຍໆລາຍການ ແລະ ລາຍການທີ່ເຮັດໃຫ້ເພິ່ນແຈ້ງເກີດໃນການເປັນພິທີກອນນັ້ນກໍຄືໃນລາຍການແຂ່ງຂັນເພງຊື່ດັງ “The mask single” ຈົນທຸກຄົນທີ່ເບິ່ງລາຍການນີ້ໃຫ້ສາຍາໜຸ່ມກັນວ່າ “ໜ້າກາກສາມີ” ນັ້ນເອງ.

ຂໍຂອບໃຈຮູບພາບຈາກ: kankantathavorn , nutha

ແບ່ງປັນ