Breaking News

ເພື່ອນໆຮູ້ຫຼືບໍ່? ໝາກຖົ່ວດຳທີ່ເຮົາກິນມີຄຸນປະໂຫຍດຕ້ານພະຍາດຫຼາຍຊະນິດ!!!

ແບ່ງປັນ

ເພື່ອນໆຮູ້ຫຼືບໍ່? ໝາກຖົ່ວດຳເປັນທັນຍະພືດທີ່ມີຄຸນປະໂຫຍດຢ່າງດີເລີດ ຖ້າກິນເປັນປະຈຳຈະສາມາດປ້ອງກັນ ແລະ ຮັກສາພະຍາດຕ່າງໆໄດ້ເປັນຢ່າງດີ, ດັ່ງນັ້ນບໍ່ລໍຊ້າ ເພື່ອນໆລອງມາເບິ່ງຄຸນປະໂຫຍດຕ່າງໆຂອງ ຖົ່ວດຳ ເບິ່ງແລ້ວຈະຮູ້ວ່າດີພຽງໃດ!!!

  1. ປ້ອງກັນພະຍາດມະເຮັງລໍາໄສ້

      ຖົ່ວດຳ ມີສັບພະຄຸນຊ່ວຍຕ້ານພະຍາດມະເຮັງ ເພາະເປືອກຂອງຖົ່ວດໍາເປັນແຫຼ່ງອາຫານສະສົມສານຟຣາໂວນອຍ (Flavonoids) ຊຶ່ງເປັນສານຕ້ານອະນຸມູນອິດສະຫຼະ ໂດຍມີງານວິໄຈພົບວ່າ ສານຟຣາໂວນອຍທີ່ມີຢູ່ໃນເປືອກຖົ່ວດໍາມີເຖິງ 8 ຊະນິດ

  1. ປ້ອງກັນພະຍາດມະເຮັງຕັບ

ໝາກຖົ່ວດໍາຍັງມີສານ ຊີລີນຽ່ມ (Selenium) ຊຶ່ງເປັນສານຊ່ວຍປັບຄວາມສົມດຸນ ເຮັດໃຫ້ຕັບເຮັດວຽກໄດ້ດີຂຶ້ນ ແລະ ຊ່ວຍສະລ້າງສານພິດໃນຕັບທີ່ອາດກໍ່ໃຫ້ເກີດເຊວພະຍາດມະເຮັງ

  1. ປ້ອງກັນພາວະເລືອດຈາງ

ເນື່ອງຈາກປະລິມານທາດເຫຼັກໃນໝາກຖົ່ວດໍາມີຫຼາຍ ຈຶ່ງຊ່ວຍເພີ່ມທາດເຫຼັກໃຫ້ກັບຄົນເຮົາ ທີ່ມີຄວາມສ່ຽງຕໍ່ພະຍາດເລືອດຈາງໄດ້ເປັນຢ່າງດີ

  1. ຊ່ວຍລ້າງສານພິດ

      ໝາກຖົ່ວດໍາມີສັບພະຄຸນຊ່ວຍລ້າງສານພິດ ແລະ ບໍາລຸງໝາກໄຂ່ຫຼັງ ເພາະມີສານຟຣາໂວນອຍ (Flavonoids) ທີ່ເປັນສານລ້າງພິດ ແລະ ຖົ່ວດໍາຍັງມີສານສໍາຄັນຢ່າງ ແອນໂທໄຊຢານິນ (Anthocyanin) ທີ່ເປັນສານລ້າງສານຜິດໄດ້ດີເຊັ່ນກັນ

  1. ຫຼຸດຄວາມສ່ຽງການເປັນມະເຮັງເຕົ້ານົມ

      ຈາກການສຶກສາພົບວ່າ ຖົ່ວດໍາມີໂຟເລດ (Folate) ໃນລະດັບສູງ ຊຶ່ງຊ່ວຍປ້ອງກັນໃນເຊວ (DNA) ແລະຊ່ວຍເຮັດວຽກປິ່ນປົວເນື້ອເຍື່ອທີ່ເປັນບາດແຜ ເພື່ອບໍ່ໃຫ້ກາຍເປັນເຊວມະເຮັງໂດຍສະເພາະແມ່ນມະເຮັງເຕົ້ານົມ

  1. ປັບຄວາມສົມດຸນໃນລະບົບທາງເດີນອາຫານ ແລະ ນໍ້າຕານໃນເລືອດ

      ຖົ່ວດໍາເປັນແຫຼ່ງໂປຣຕີນ ມີເສັ້ນໃຍອາຫານ ແລະ ແຮ່ທາດຕ່າງໆຫຼາຍຊະນິດ ຖົ່ວດໍາຈຶ່ງມີສັບພະຄຸນຊ່ວຍປັບຄວາມສົມດຸນໃຫ້ລະບົບທາງເດີນອາຫານເຮັດວຽກໄດ້ດີ ແລະ ຍັງຊ່ວຍສ້າງຄວາມສົມດຸນລະດັບນໍ້າຕານໃນເລືອດບໍ່ໃຫ້ເພີ່ມ ຫຼື ຫຼຸດລົງຢ່າງກະທັນຫັນ

ເຫັນຄຸນປະໂຫຍດດີໆຂອງ ຖົ່ວດຳ ແລ້ວບໍ່ຄວນລໍຊ້າ ລອງຊອກຫາມາຮັບປະທານກັນໂດຍດ່ວນ ແຕ່ບໍ່ຄວນເພີ່ມປະລິມານນໍ້າຕານໃນການປຸງແຕ່ງຖົ່ວດຳເພື່ອຮັບປະທານຫຼາຍຈົນເກີນໄປ  ເພື່ອເຮົາຈະໄດ້ຄຸນປະໂຫຍດທີ່ໄດ້ຈາກໝາກຖົ່ວດຳຢ່າງເຕັມທີ່ນັ້ນເອງ.

ແບ່ງປັນ