Breaking News

Keo Khounphachanh

ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດໃຫ້ກັບໂລກ! ການເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…

ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777.  ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ. ຂໍຂອບໃຈແຫຼ່ງຂ່າວ: Lao Post

Read More »

ເລີ໋ດໆໆ!!! ແບບຄໍາຈາກຮ້ານນີ້! ໂຟກັສທີ່ນາງແບບ! (ໃຜຮູ້ຈັກແດ່?)

ບັງເອີນລັກເຂົ້າໄປສ່ອງເພຈຂອງຮ້ານຄໍາຮ້ານ ພໍໄປເຫັນນາງແບບເທົ່ານັ້ນແຫຼະ ແອັດຮູ້ສຶກຕັນຫາເກີດຂຶ້ນເຕັມຫົວເລີຍ ເພາະນາງແບບທີ່ໃສ່ຄໍາແບບເຕັມຕົວ ມີທັງຄໍາຂາວ ແລະ ຄໍາເຫຼືອງໆນັ້ນ ໂອ໋ຍຍຍຍ ບໍ່ມີຄໍາຈະບັນລະຍາຍວ່າຄວາມງາມທີ່ໄດ້ເຫັນມັນເປັນແນວໃດ? ແອັດນີ້ຮູ້ແຕ່ວ່າຕັນຫາຂຶ້ນຈົນຈິດດັບຈິດຫາຍເປັນວາບໆແລ້ວ ບໍ່ຮູ້ວ່າສາວໆຈະເປັນຄືກັນບໍ່ ແອັດກໍເລິຍບໍ່ພາດທີ່ຈະເອົາຕ້ອນກັນ ໃຫ້ໄດ້ເຫັນ ໃຫ້ໄດ້ຕັນຫາຂຶ້ນສະໝອງແບບແອັດໄປເລີຍ ເພາະຮູ້ສຶກເປັນໜັກຫຼາຍ! ເອົາເປັນວ່າໄປເບິ່ງກັນເລີຍວ່າຮ້ານໃດ? ຈະງາມບໍ່? ແລະ ນາງແບບຈະງາມຂະໜາດໃດ? ແລະ ນາງແບບແມ່ນໃຜ? ຈຶ່ງເຮັດໃຫ້ຢາກສະເໜີປານນີ້! ຮ້ານຄໍາພູວົງ ນາງແບບສຸູດເລີ໋ດ ເລີ໋ດໆດ້ວຍເຄື່ອງປະດັບຊ່ວຍເພິ່ມຄວາມມີລາຄາ ໂອ໋ຍຍຍ ຕັນຫາຂຶ້ນສະໝອງເລີຍ ສຸດຍອດ ໜ້າແບບນີ້ແມ່ນໃຜ? ຫວ່າ…   By: BaeutyGuru ຮູບຈາກ: ເພຈ: ຮ້ານຄໍາພູວົງ

Read More »

ຈະພາໄປເບິ່ງ! ບ່າວ BCEL ຄົນເຈົ້າຊູ້!

ສະບາຍດີສາວໆ ໄລຍະນີ້ກໍເຂົ້າພັນສາແລ້ວເນາະ ແລະ ກໍເປັນຊ່ວງຂອງຍາມຝົນອີກ ຕອນກາງຄືນມາຮູ້ສຶກເລີຍວ່າອາກາດໜາວໆ ແລະ ກໍໜາວກາຍເຫຼືອເກີນກໍເລີຍຢາກຈະມີຜ້າຫົ່ມກາຄົນຈັກຜືນເອົາໄວ້ຫົ່ມນອນຈະອຸ່ນເນາະວ່າບໍ່ສາວໆ ຍິ່ງໄດ້ໄປສ່ອງບ່າວຄົນນັ້ນຄົນນີ້ຍິ່ງຊວນໃຫ້ຄິດໄປໄກເລີຍ ຄືກັບບ່າວຄົນນີ້ທີ່ແອັດໄປລັກສ່ອງມາ ຮູ້ສຶກວ່າຢາກຈະໄດ້ມາເປັນຜ້າຫົ່ມກາຄົນເຫຼືອເກີນ ແຕ່ຄິດຮອດສາວໆຫຼາຍກໍເລີຍເອົາມາຕ້ອນໃຫ້ໄດ້ຝັນໄກໄປຄືກັບແອັດໄປກ່ອນ ສໍາລັບບ່າວຄົນນີ້ບໍ່ໄດ້ດີແຕ່ໜ້າຕາ ແຕ່ຂໍບອກວ່າມີດີທັງໜ້າທີ່ວຽກງານເພາະບ່າວຄົນນີ້ເຮັດວຽກຢູ່ ທະນາຄານການຄ້າຕ່າງປະເທດລາວນັ້ນເອງ ອ່ອຍຍຍ ບ່າວທະນາຄານ ຕົ່ວະນີ່! ວ່າຍຍຍ ຍິ່ງຢາກໄດ້ເຂົ້າໄປໃຫຍ່ ແລະ ຍັງມີອີກນອກຈາກນີ້ຮູ້ສຶກວ່າຈະມັກເຮັດບຸນນໍາອີກ ເອີ້ນໄດ້ວ່າ ສາຍບຸນສຸດເຈົ້າຊູ້ພຸ້ນລ່ະ!!! ເອົາລະສາວໆເຮົາໄປເບິ່ງກັນເທາະເມື່ອຍແລ້ວ. ເອົາໃຈໄປເລີຍ ສາຍບຸນເຈົ້າ ອຸ໊ຍຍຍ ມຸມນີ້ມັກແຮງ ມີມາເພື່ອອີກ ໜ້າຮັກແທ້ໆ (ເຂົາຂໍສິຂຽວເດີ້) ອອກກໍາລັງກາຍຈ໋ະ ນີ້ກໍເຮັດບຸນ ອ່ານໜັງສືທັມມະຈ໋ະ ຢາກເອົາໄປເປັນຜ້າຫົ່ມກາຄົນເດະເນາະ   By: BeautyGuru ຂໍຂອບໃຈຮູບຈາກ: Facebook: Phanthasith K Aligna

Read More »

ຈະມາແນະນໍາ App ແຕ່ງຮູບມຸ້ງມິ້ງ, ຟຸ້ງຟຼິ້ງ ໄວ້ Up ລົງ Social ໃຫ້ຄົນທີ່ເຫັນອົດທີ່ຈະກົດ Like ບໍ່ໄດ້!

ສາວໆເຖິງວ່າຈະໝັ້ນໃຈໃນໃບໜ້າຂອງຕົວເອງສໍ່າໃດ ກໍເຊື່ອວ່າບໍ່ມີໃຜດອກທີ່ຈະກ້າຖ່າຍຮູບກັບກ້ອງສົດໆ ລົງໃນ Social ບໍ່ວ່າຈະເປັນ Facebook ຫຼື Instagram ກໍຕາມ ອາດຈະຕ້ອງໄດ້ໃຊ້ App ຊ່ວຍຈັກໜ້ອຍລະ ແລະ ຈະດີກວ່າບໍ່ຖ້າມີິ App ດີໆເອົາໄວ້ແຕ່ງຮູບງາມໆ ເອົາໄວ້ Post ລົງ Social ໃຫ້ຄົນທີ່ໄດ້ເຫັນອົດບໍ່ໄດ້ທີ່ຈະຕ້ອງກົດ Like ໃຫ້ຕາມໆກັນ ມື້ນີ້ແອັດກໍບໍ່ພາດທີ່ຈະມາແນະນໍາ App ທີ່ສາມາດແຕ່ງຮູບໄດ້ອອກມາງາມທຽບເທົ່າກັບຮູບທີ່ຜ່ານການ ຣີທັດ ຈາກ Photoshop ພຸ້ນລະ! ຂໍບອກວ່າທັງ ເຊນເລັບ ດາຣາ ໃຊ້ກັນໝົດ! ຢາກຮູ້ແລ້ວບໍ່ວ່າມີ App ໃດແດ່ ເຮົາໄປເບິ່ງກັນເລີຍ  YouCan Makeup: App ແຕ່ງໜ້າສໍາລັບສາວງາມ ຫຼືບ່າວຫຼໍ່ທີ່ມັກຖ່າຍຮູບແບບ ເຊລຟີ່ App ມື້ນີ້ໃຫ້ເລືອກ Lipstick ແລະ ຊົງຜົມຫຼາກຫຼາຍ Style …

Read More »

ສາວໆແຕ່ລະມື້ຕ້ອງເສຍເວລາກັບການແຕ້ມຄິ້ວດົນປານໃດ? (ລົງທຶນເທາະ! ຖ້າຢາກງາມຄືສາວ ນຸຖາ)

ສະບາຍດີສາວໆ ຂວັນໃຈທຸກ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ໂດຍສະເພາະແມ່ຍິງຄືກັບເຮົາໆທັງຫຼາຍ ບາງຄົນງາມກໍງາມໄປໝົດທຸກຢ່າງ ອັນນີ້ກໍດີຂໍສະແດງຄວາມຍິນດີນໍາ ບາງຄົນງາມແຕ່ຍັງມີຂໍ້ບົກຜ່ອງບາງຢ່າງທີ່ກາຍເປັນປົມດ້ອຍ ແລະ ເຮັດໃຫ້ເຮົາຄິດສະເໝີວ່າ ເອີ່… ຖ້າບ່ອນນີ້ງາມເປັນແບບນີ້ເຮົາຕ້ອງງາມແນ່ນອນເລີຍ ເຄີຍມີແມ່ນບໍ່ສາວໆ ແລ້ວເຮັດແນວໃດຈຶ່ງຈະສາມາດລົບປົມນັ້ນໄດ້ ກໍຕິດຕາມຂວັນໃຈເລີຍ ຮັບຮອງຢາກແກ້ໄຂປົມຫຍັງພວກເຮົາມີມານໍາສະເໜີຄົບ ແລະ ມື້ນີ້ ຂວັນໃຈ ເລີຍຢາກຈະມາຊ່ວຍສາວໆລົບປົມເລື່ອງ ຄິ້ວ ນັ້ນເອງ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ຄິ້ວຄືມຸງກຸດຂອງໜ້າ ນັ້ນມັນແມ່ນຄວາມຈິງທີ່ສຸດແລ້ວ ຖ້າຄິ້ວງາມມັນກໍຈະຊ່ວຍໃນການປັບສ່ວນຕ່າງໆເທິງໃບໜ້າໃຫ້ງາມໄປນໍາ ສາວໆສ່ວນຫຼາຍຈະມັກມີປົມເລື່ອງຄິ້ວຫຼາຍເພາະໄປທາງໃດກໍໄດ້ຍິນແຕ່ຄົນຈົ່ມວ່າ ຄິ້ວໜ້ອຍ, ຄິ້ວບາງ ແຕ່ລະມື້ຕ້ອງຕື່ນແຕ່ເຊົ້າເພາະຢ້ານແຕ້ມຄິ້ວບໍ່ທັນໄປວຽກ ຖ້າບໍ່ໄດ້ແຕ້ມຄິ້ວອອກຈາກເຮຶອນບໍ່ໄດ້ແນ່ນອນ ສາວໆມັນຈະດີບໍ່ຖ້າເຈົ້າກ້າເຜີຍໜ້າສົດໂດຍບໍ່ຕ້ອງແຕ້ມຄິ້ວ ຫຼືແຕ້ມກໍພຽງແຕ່ເສີມຕຶ່ມບໍ່ຕ້ອງເສຍເວລາກັບມັນຫຼາຍ ເອົາເວລາໄປເຮັດຢ່າງອື່ນໄດ້ສະບາຍ ຮູ້ບໍ່ວ່າຕ້ອງເຮັດແນວໃດ? ຂວັນໃຈຂໍແນະນໍາວ່າ ຄວນລົງທຶນຈັກເລັກຈັກໜ້ອຍໃດ໋ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ແລະ ເງິນກໍບໍ່ເຂົ້າໃຜອອກໃຜນໍາອີກ ແອັດເວົ້າຫຍັງຜິດໄປບໍ່? ມື້ນີ້ ກໍເລີຍຢາກຈະມາແນະນໍາສາວໆວ່າຖ້າບໍ່ຢາກເສຍເວລາກັບຄິ້ວໄປຫຼາຍກວ່ານີ້ ໄປພົບແພດຜູ້ຊ່ຽວຊານ ແລະ ສັກຄິ້ວມັນໄປໃຫ້ມັນແລ້ວໄປເລີຍສາ ເທື່ອດຽວຈົບມັກແບບໃດຂໍແຕ່ສັ່ງໄດ້ຕາມໃຈ ທີ່ເວົ້າໄປແອັດບໍ່ໄດ້ຂາຍເຄື່ອງເດີ້ ແຕ່ແອັດຫວັງດີ ຢາກເຫັນສາວໆຍຸກໃໝ່ໄດ້ງາມກັນຖ້ວນໜ້າຄືກັບແອັດນີ້ລະ!!! (ບໍ່ຄ່ອຍຫຼົງຕົວເອງປານໃດ) …

Read More »