Breaking News

Keo Khounphachanh

ອາຍຸຫຼັກໃດບໍ່ສໍາຄັນຂໍແຕ່ງາມໄວ້ກ່ອນ! ເພາະພວກເຮົາຄືແມ່ຍິງຍຸກໃໝ່ ຈົ່ງຢ່າຢຸດທີ່ຈະງາມ…

ສາວໆ ບໍ່ມີຫຍັງທີ່ຈະຢູ່ກັບເຮົາແບບຄົງທີ່ໄປຕະຫຼອດດອກ ຄວາມງາມກໍເຊັ່ນດຽວກັນມັນບໍ່ສາມາດຢູ່ກັບເຮົາຕະຫຼອດໄປໄດ້ ຜິວໜັງທີ່ເຫັນຕຶ່ງໆ, ໃສໆນັ້ນ ມື້ໜຶ່ງທີ່ມັນໝົດອາຍຸໄຂມັນກໍຈະລ່ວງໂລຍໄປຕາມການເວລາ ແລະ ບໍ່ສາມາດເອົາຄືນກັບມາໄດ້ ຄືກັບສິ່ງທີ່ມີຊີວິດອື່ນໆນັ້ນລະ! ແຕ່…ຢຸດກ່ອນ! ນັ້ນມັນເປັນພຽງຄວາມຈິງໃນເມື່ອກ່ອນ ແຕ່ສໍາລັບປັດຈຸບັນແລ້ວ ສາວໆບໍ່ມີຫຍັງຕ້ອງຫ່ວງສໍາລັບເລື່ອງນີ້ ເອົາເວລາໄປເຮັດວຽກໃຫ້ເຕັມທີ່ກຽມເກັບເງິນໄວ້ເພື່ອຈະໄດ້ງາມໄວ້ຕະຫຼອດດີກວ່າ ເພາະທຸກມື້ນີ້ສາວໆສາມາດງາມແບບອໍາມະຕະໄດ້ ເຖິງອາຍຸຈະເຂົ້າໄປຮອດຫຼັກໃດ ໜັງໜ້າຈະໝົດອາຍຸໄຂຈົນຕ້ອງແຫ່ວໄປເຖິງຂັ້ນໃດ ແຕ່ເຮົາບໍ່ຍອມໃຫ້ມັນແຫ່ວ ກໍຕ້ອງນີ້ເລີຍ Botox ຫຼຸດຮອຍຕີນກາ ຮອຍແຫ່ວເທິງໃບໜ້າ ທີ່ສາວໆອາຍຸຫຼັກ 3-4-5 ທີ່ຢາກໄດ້ໜ້າຕຶ່ງໆປານສາວອາຍຸ ຫຼັກ 1 ຍັງສາມາດເຮັດໄດ້ ແລະ ເລື່ອງດີໆແບບນີ້ ເລື່ອງຫຍັງທີ່ແອດຈະເກັບໄວ້ຄົນດຽວ ມື້ນີ້ BeautyGuru ກໍເລີຍຈະມາແນະນໍາສາວໆແຟນໆຂວັນໃຈກ່ຽວກັບ ຄຼີນິກ ທີ່ສາວໆສາມາດໄປເຮັດ Botox ໄດ້ງ່າຍໆ ແລະ ມີຢູ່ໃນປະເທດເຮົາເອງພ້ອມ ແຖມບໍ່ໄດ້ມີພຽງບ່ອນດຽວ ມື້ນີ້ແອດຊອກມາໃຫ້ສາວໆໄດ້ເລືອກກັນເຖິງ 3 ຄຼີນິກ ສໍາຄັນໄປກວ່ານັ້ນແຕ່ລະຄຼີນິກນັ້ນ ກໍໄດ້ຮັບມາດຕະຖານທີ່ສູງຫຼາຍ ມີທັງລາວຄາມາໃຫ້ທຽບກັນພ້ອມ ຮັບຮອງວ່າບໍ່ຜິດຫວັງແນ່ນອນ! ໄປເຮັດຊະຖ້າຍັງບໍ່ຢາກເຖົ້າ! ຖ້າເລືອກໄດ້ແລ້ວກໍຢ່າລືມຄອມເມັ້ນມາບອກກັນແນ່ເດີ້ …

Read More »

ເປັນ MC ທໍາມະດາວ່າຍາກແລ້ວ! ເປັນ MC ສອງພາສາຍິ່ງຍາກກວ່າ! ແລ້ວ 3 ສາວນີ້ເຮັດໄດ້ແນວໃດ? (ຕ້ອງອ່ານເອງເຖິງຈະຮູ້)

ຄໍລໍາ: Specail Scoop ສໍາລັບສາວໆ ຫຼືໃຜທີ່ມີຄວາມໄຟ່ຝັນຢາກເປັນ MC ສອງພາສາຫ້າມພາດ!! ຖ້າເວົ້າເຖິງ MC ແລ້ວ ເວົ້າໄດ້ວ່າເປັນຄວາມຝັນຂອງຫຼາຍໆຄົນທີ່ໄຟ່ຝັນຢາກຈະເປັນ ແລະ ຫຼາຍຄົນກໍຄິດວ່າມັນເປັນວຽກທີ່ຍາກຫຼາຍ ເພາະຕ້ອງມີທັກສະໃນການເວົ້າທີ່ສູງຫຼາຍ ຍິ່ງເປັນ MC ສອງພາສາ ຍິ່ງຕ້ອງໄດ້ໃຊ້ທັກສະທີ່ສູງຂຶ້ນໄປອີກ ເພາະແນ່ນອນວ່າ ພາສາທີ່ສອງ ທີ່ເຮົາຈະນໍາຂຶ້ນໄປເວົ້າເທິງເວທີນັ້ນໆ ມັນບໍ່ແມ່ນພາສາທີ່ເຮົາຮຽນຮູ້ມາແຕ່ເກີດ ສະນັ້ນໂອກາດທີ່ຈະຜິດພາດຈຶ່ງມີຫຼາຍທີ່ສຸດ ບໍ່ວ່າຈະເປັນສໍານຽງ ຫຼືການອອກສຽງເພື່ອໃຫ້ເຈົ້າຂອງພາສາເຂົາເຂົ້າໃຈ ດັ່ງນັ້ນ ໃນວາລະສານຂວັນໃຈສະບັບນີ້ ພວກເຮົາຈຶ່ງມີຄວາມຍິນດີ ແລະ ພູມໃຈທີ່ຈະສະເໜີຫຼາຍສໍາລັບທັກສະຂອງການເປັນ MC ຈາກ 3 ສາວ MC ສອງພາສາ ທີ່ຜ່ານປະສົບການຈາກຫຼາຍເວທີ ແລະ ມີຊື່ສຽງລະດັບປະເທດມາແລ້ວ ທີ່ຈະມາແນະນໍາ ເປັນຄວາມຮູ້ດີໆ ສໍາລັບຄົນທີ່ມີຄວາມຝັນຢາກເປັນ MC ຄືກັນກັບພວກນາງ ນິນນະພາ ພຸດສະຫວັດ (MC Anna) ບອກວ່າ: “ຖ້າມື້ນີ້ເຮົາບໍ່ໄດ້ພົບອຸປະສັກຕົວນີ້ …

Read More »

ໄປເບິ່ງ! ເຄື່ອງປະດັບທີ່ທີ່ມີຂາຍໃນລາວ ແຖມຍັງສາມາດ Match ກັບຊຸດໄໝລາວໃຫ້ງາມແບບລໍ້າຄ່າທີ່ສຸດ

ສະບາຍດີສາວໆແຟນໆຂວັນໃຈທຸກຄົນ ມື້ນີ້ BeautyGuru ຈະພາສາວໆໄປໃຈລະລາຍກັບເຄື່ອງປະດັບງາມໆ ຄືລາຍສາຍແຂນຄໍາງາມໆ ທີ່ມີຂາຍຢູ່ໃນລາວເຮົາ ທີ່ສາມາດ Match ກັບຫຼາກຫຼາຍຊຸດ ແຕ່ງໄດ້ຫຼາກຫຼາຍ Style ບໍ່ວ່າຈະເປັນຊຸດລາຕຼີ, ຊຸດໄໝລາວ, ຊຸດປາຕີ່… ອອກງານໃດໆກໍງາມເລີ໋ດ ແລະ ລໍ້າຄ່າກວ່າໃຜໆຢ່າງແນ່ນອນແອດຂໍຮັບປະກັນໄດ້ເລີຍ ແຕ່ກ່ອນຈະໄປເບິ່ງ ແອດກໍຂໍເຕືອນສາວໆວ່າໃຫ້ເຮັດໃຈແຂງແດ່ ບໍ່ຊັ້ນອາດຈະຕ້ອງໃຈລະລາຍໄປນໍາບັນດາເຄື່ອງປະດັບລາຍສາຍແຂນຄໍາງາມໆ ພວກນີ້ກໍອາດຈະເປັນໄດ້ ຖ້າໃຈແຂງພໍແລ້ວເຮົາກໍໄປເບິ່ງພ້ອມກັນເລີຍ ຄູ່ກັບຊຸດລາຕຼີ ງາມລໍ້າຄ່າ ໃສ່ຄູ່ກັບຊຸດໄໝລາວທໍາມະດາ ແບບນາງສາວນະຄອນຫຼວງກໍງາມສຸດໆໄປເລີຍ ໃສ່ຄູ່ກັບຊຸດເຈົ້າສາວແບບນີ້ແຫ່ງງາມບໍ່ໃຫ້ວ່າ ມີເພີ່ມມາໃຫ້ໃຈລະລາຍກັນຕຶ່ມ ສາວໆຖ້າໃຈຍັງບໍ່ລະລາຍກັນກ່ອນຢ່າລືມ Comment ມາບອກກັນແດ່ເດີ້ ສ່ວນ ແອດຂໍໂຕໄປທໍາໃຈກ່ອນ ເພາະ ມັກທຸກແບບເລີຍ555 By: BeautyGuru ຂໍຂອບໃຈຮູບພາບຈາກ: ຮ້ານຄໍາສີດາລາດຊະວົງ, ຮ້ານຄໍາ ຄໍາພູວົງ, ຮ້ານຄໍາພອນທິບ ແລະ ຮ້ານຄໍາທອງຄູນ

Read More »

ໄປເບິ່ງກັນວ່າ! ງາມສົມກັບຄໍາເຂົາຊ່າລືກັນແທ້ບໍ່? (ຢ່າລືມບອກໃຫ້ຮູ້ນໍາແດ່ເດີ້)

Hi! ສາວໆ ແລະ ແຟນໆຂວັນໃຈທຸກໆຄົນ ມື້ນີ້ BeautyGuru ຢາກຈະມາຖາມທຸກຄົນວ່າເຄີຍໄດ້ຍິນປະໂຫຍກນີ້ບໍ່: ຢາກໄດ້ເມຍຫາເງິນເກັ່ງໃຫ້ເອົາເມຍແມ່ຄ້າ, ຢາກໄດ້ເມຍເກັ່ງກ້າໃຫ້ເອົາສາວທະຫານ ແຕ່ຖ້າຢາກໄດ້ເມຍງາມໃຫ້ເອົາສາວທະນາຄານ ຮີ້ວວວວ ແລະ ມີຄົນບອກ BeuatyGuru ມາວ່າ ຢາກໄດ້ຄົນງາມວ່າຊັ້ນ ວ່າແຕ່ວ່າສາວທະນາຄານຈະງາມສົມກັບຄໍາກອນເພີ່ນວ່າບໍ່ນັ້ນ ມື້ນີ້ແອດເລີຍຈະມາຢັ້ງຢືນໃຫ້ໄດ້ເຫັນກັນ ກັບສາວທະນາຄານ JDB ກັນກ່ອນ ສ່ວນສາວທະນາຄານອື່ນນັ້ນຈະເອົາມາໃຫ້ໄດ້ເບິ່ງກັນຕາມຫຼັງເດີ້!! ເອົາເປັນວ່າເຮົາໄປເບິ່ງກັນກ່ອນເລີຍດີກວ່າ!     By: BeautyGuru ຂໍຂອບໃຈຮູບຈາກ: FB: ສາວທະນາຄານ JDB

Read More »

Idea ຊົງຜົມສີນໍ້າຕານທັ່ງບ່າ ສໍາລັບສາວອາຊີແບບເຮົາ! ມັກແບບໃດເລືອກເລີຍ!!

ສະບາຍດີສາວໆແຟນຂວັນໃຈທຸກຄົນ! ມື້ນີ້ BeautyGuru ມີ Idea ຊົງສີຜົມ ແລະ ຊົງຜົມງາມໆທີ່ເໝາະກັບສາວອາຊີ ກໍຄືສາວລາວມາຕ້ອນສາວໆກັນ! ເຊິ່ງນັ້ນກໍຄື ສີຜົມນໍ້າຕານທັ່ງບ່າ ແບບ Roasted Cocoa ແນ່ນອນວ່າຊົງຜົມແບບບໍ່ສັ້ນບໍ່ຍາວເກີນໄປພໍດີທັ່ງບ່ານັ້ນເປັນຊົງຜົມສຸດ Hit ໃນກຸ່ມຂອງສາວລາວໃນຕອນນີ້! ເຊິ່ງບາງຄົນສົງໄສວ່າ ສີຜົມ Roasted Cocoa ນັ້ນເປັນແນວໃດ? ຄໍາຕອບກໍຄື ເປັນໂທນສີນໍ້າຕານແບບ Soft ນັ້ນເອງ ເຊິ່ງຈະເປັນໂທນສິີນໍ້າຕານໂທນແກ່ຈັກໜ້ອຍ ຈະເຮັດໃຫ້ໜ້າເຮົາສະຫວ່າງຂຶ້ນ ແຖມຍັງເບິ່ງສົດໃສອີກ ວາແລ້ວເຮົາໄປເບິ່ງກັນເລີຍດີກວ່າ!! By: beautyGuru Cr: Sprice

Read More »