Breaking News

Ms. Air Air

ວິວໍລະດາ ຫຼວງໂຄດ ການອອກກຳລັງກາຍ ໃຫ້ທັງຄວາມສຸກ ແລະ ສຸຂະພາບທີ່ດີ

ເຈົ້າຂອງຟິດເນັດລູກຊອດ ລາວ-ຫວຽດ ອາຍຸ 37 ປີ ວິວໍລະດາ ຫຼວງໂຄດ ເກີດ ແລະ ໃຫຍ່ ຢູ່ໃນປະເທດລາວ ປັດຈຸບັນສ້າງທຸລະກິດຟິດເນັດ ອັບທູຢູ ຢູ່ຕໍ່ໜ້າໂຮງຮຽນເລກ 9 ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາຍໃນຮ້ານມີເຄື່ອງຫຼີ້ນຟິດເນັດຄົບວົງຈອນ ໂດຍການເປັນເຈົ້າຂອງພຽງຜູ້ດຽວ. “ເລີ່ມຈາກຕົນເອງແຕ່ງດອງແລ້ວໄດ້ລູກ 4 ຄົນ ເຮັດໃຫ້ຮຸ່ນບໍ່ງາມຄືຕອນເປັນສາວ ເລີຍມີຄວາມຄິດຢາກເຂົ້າຟິດເນັດ ແຕ່ຊອກເຂົ້າຫຼິ້ນຟິດເນັດສຳລັບແມ່ຍິງບໍ່ຄ່ອຍມີ ເລີຍມີຄວາມຄິດສົນໃຈຈົນເກີດ ແນວຄິດໃໝ່ໆ ພ້ອມກັບຕັ້ງຄຳຖາມໃຫ້ຕົນເອງວ່າ: “ຖ້າມີຟິດເນັດສຳລັບແມ່ຍິງຈະດີບໍ່?” ເລີຍຕັດສິນໃຈຕັ້ງຮ້ານຟິດເນັດເປັນຂອງຕົນເອງ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທຸກໆກຸ່ມທີ່ສົນໃຈອອກກຳລັງກາຍ, ຮັກສາສຸຂະພາບ ໂດຍສະເພາະແມ່ນ ກຸ່ມແມ່ຍິງ ແລະ ເພື່ອໃຫ້ລູກຄ້າມີເຄື່ອງຫຼີ້ນຟິດເນັດທີ່ຄົບວົງຈອນນຳອີກ”. ຫາກທ່ານໃດສົນໃຈອ່ານຕໍ່ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈ ສະບັບ 109 ປະຈໍາເດືອນ ສິງຫາ 2016

Read More »

5 ວິທີບໍລິຫານເງິນເມື່ອຮຽນຈົບໃໝ່

ເລື່ອງການເງິນໃນຊີວິດປະຈໍາວັນ ເປັນເລື່ອງທີ່ບໍ່ມີສອນໃນໂຮງຮຽນ ຫຼື ມະຫາວິທະຍາໄລ ເຮັດໃຫ້ຫຼາຍຄົນບໍ່ຄ່ອຍສົນໃຈ ທັງທີ່ເປັນເລື່ອງສຳຄັນ ເພາະສະພາບທາງການເງິນ ບົ່ງບອກເຖິງສະຖານະພາບ ຫຼື ຄຸນນະພາບຊີວິດຂອງແຕ່ລະຄົນໄດ້ເປັນຢ່າງດີ ດັ່ງນັ້ນ, ຖ້າໃຜຢາກມີຄຸນນະພາບຊີວິດທີ່ດີ ວາລະສານຂວັນໃຈ ກໍ່ມີວິທີບໍລິຫານເງິນມາຝາກ. 1ຈົດລາຍການທີ່ຈຳເປັນຕ້ອງຈ່າຍທຸກເດືອນ ເຊັ່ນ: ຄ່າເຮືອນ, ຄ່ານໍ້າ-ຄ່າໄຟ, ຄ່າໂທລະສັບ, ຄ່າເດີນທາງ… ເມື່ອເງິນເດືອນອອກ ໃຫ້ນຳເງິນໄປຊຳລະຄ່າໃຊ້ຈ່າຍໃນສ່ວນນີ້ທັນທີ. 2ທ້ອນໄວ້ຢ່າງນ້ອຍເດືອນລະ 10% ຂອງລາຍໄດ້: ຖ້າເງິນຈໍານວນນີ້ ຍັງມີບໍ່ຫຼາຍພໍທີ່ຈະນໍາໄປລົງທຶນຕໍ່ຍອດ ແນະນໍາໃຫ້ຝາກປະຈຳທາງທະນາຄານ ເພາະຈະໄດ້ດອກເບ້ຍທີ່ສູງກວ່າການຝາກປະຢັດທົ່ວໄປ. 3ຊອກງົບປະມານທີ່ສາມາດໃຊ້ຈ່າຍໄດ້ໃນແຕ່ລະມື້: ໂດຍ ( ເອົາເງິນເດືອນ-ລາຍຈ່າຍທີ່ຈໍາເປັນ-ເງິນປະຢັດ ) ຫານໃຫ້ 30 ວັນ.ເຮົາກໍ່ຈະສາມາດໃຊ້ໄດ້ໃນແຕ່ລະມື້ ເພື່ອຄວາມບໍ່ປະໝາດໃນການໃຊ້ຈ່າຍເກີນງົບ. 4ຂຽນບັນທຶກລາຍຮັບລາຍຈ່າຍ ບໍ່ຕ້ອງເຮັດໃຫ້ຫຍຸ້ງຍາກ ຂໍພຽງແຕ່ສາມາດບັນທຶກໄດ້ໃນແຕ່ລະມື້ ເຮົາຈ່າຍເງິນໄປກັບຫຍັງແດ່ ແລະ ທຸກທ້າຍເດືອນ ຢ່າລືມສະຫຼຸບຍອດລາຍຮັບ-ລາຍຈ່າຍ ເພື່ອທີ່ຈະໄດ້ເຫັນວ່າ ເຮົາໃຊ້ຈ່າຍເງິນໄດ້ຢ່າງເໝາະສົມຫຼືບໍ່. 5ຊື້ເຄື່ອງໃນທ້າຍເດືອນ ສໍາລັບຄົນທີ່ຮຽນຈົບໃໝ່ ເງິນທີ່ຈະຊື້ເຄື່ອງອາດມີບໍ່ຫຼາຍເທົ່າໃດ …

Read More »