Breaking News

Ms. Air Air

ອິນໂດເນເຊຍ ຄວ້າ Miss Grand International 2016

“ເອຣິກ້າ ບຸກຣີ ເພີທຕິວີ” Miss Grand ຈາກອິນໂດເນເຊຍ ຄວ້າຕໍາແໜ່ງ Miss Grand International 2016 ຄົນທີ່ 4 ຂອງໂລກໄປຄອງ ຍ້ອນຄວາມງາມ ພ້ອມດ້ວຍຄວາມສາມາດໃນການຕອບຄໍາຖາມດັ່ງລຸ່ມນີ້ ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍ ຈາກ ລາສເວກັດ ລັດເນວາດາ ສະຫະລັດອາເມຣິກາ ສຳລັບເວທີປະກວດ Miss Grand International 2016 ໃນຮອບຕັດສິນຂອງຄໍ່າຄືນວັນທີ່ 26 ຕຸລາ ທີ່ຜ່ານມາ ລາງວັນຊຸດລອຍນໍ້າຍອດຍ້ຽມໄດ້ແກ່ Miss Grand “ເຊວິນິດ ໄຣ້ທ” ປະເທດ ບາຮາມາສ ລາງວັນ Miss Grand ໂຊຊຽວມີເດຍ ໄດ້ແກ່ “ໄດແອນ ໂອ ບຣາວ” ປະເທດ ຈາໄມກ້າ ແລະ ຕໍາແໜ່ງ ຊຸດລາຕຼີຍອດຍ້ຽມ …

Read More »

ເປີດຕົວ iphone 7 ແລະ iphone 7 Plus ຢ່າງເປັນທາງການ

ໃນວັນທີ່ 28 ຕຸລາ 2016 ທີ່ສູນ LTH ໄດ້ຈັດງານເປີດຕົວຂາຍ iphone 7 ແລະ iphone 7 Plus ຫຼັງຈາກທີ່ໄດ້ເປີດຕົວຢູ່ໄທ ໃນວັນທີ່ 21 ຕຸລານີ້ທາງສູບ  LTH ໃນລາວກໍໄດ້ມີການເປີດຂາຍ ໂດຍມີລູກຄ້າສັ່ງຈອງແຕ່ວັນທີ່ 21-27 ລວມປະມານ 30 ທ່ານທີ່ໄດ້ສັ່ງຈອງ iphone 7 ແລະ iphone 7 Plus ລວມທັງໝົດມີ 5 ສີ ມີ ດໍາດ້ານ, ດໍາເຫຼືອມ, ສີຄໍາ, ສີຂ່າວ ແລະ ສີບົວ ຖ້າຫາກໃຜຢາກໄດ້ສີດຳ ແລະ ດໍາດ້ານແມ່ນຕ້ອງໄດ້ສັ່ງຈອງກ່ອນ 1 ອາທິດ ຖ້າຫາກໃດຕ້ອງການຊື້ດ້ວຍເງິນສົດແມ່ນບໍ່ສາມາດເລືອກສີໄດ້ ໂດຍຈະໄດ້ສີທີ່ທາງຮ້ານມີ ເຊັ່ນ: ສີຂາວ, ສີບົວ ແລະອື່ນໆ …

Read More »

ເຊີນທ່ຽວງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ່ 15

ສະມາຄົມ ຫັດຖະກໍາລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ່ 15 ປະຈໍາປີ 2016 ໃນຕອນບ່າຍຂອງວັນທີ 26 ຕຸລາ 2016 ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມ ຫັດຖະກໍາລາວ,ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນກຽດເຂົ້າຮ່ວມໃນງານມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ປະທານສະມາຄົມ ຫັດຖະກໍາລາວໃຫ້ຮູ້ວ່າ: ງານໃນປີນີ້ພໍດີຄົບຮອບ 15 …

Read More »

ວິທີ​ບໍລິຫານ​ເງິນ​ແບບ​ງ່າຍໆ ​​ມີ​ເຫຼືອ​ເກັບ​ສົມ​ໃຈ

ການສ້າງຖານະທີ່ໝັ້ນຄົງກໍຄືການບໍລິຫານເງິນທີ່ມີປະສິດທິພາບນັ້ນເອງ ສະບັບນີ້ວາລະສານຂວັນໃຈ ຂໍຍົກເອົາວິທີການບໍລິຫານເງິນແບບງ່າຍໆ ທີ່ທຸກຄົນສາມາດເຮັດໄດ້ມາຝາກ ໂດຍແບ່ງລາຍຮັບທັງໝົດອອກເປັນ 6 ສ່ວນ ດັ່ງນີ້ : ເງິນສຳລັບໃຊ້ຈ່າຍທີ່ຈຳເປັນໃນຊີວິດປະຈຳວັນ ( Necessity Account ) 55% ຂອງລາຍໄດ້ທັງໝົດ ເງິນໃນສ່ວນນີ້ ເປັນເງິນທີ່ຖືກແບ່ງໄວ້ເພື່ອໃຊ້ຈ່າຍເປັນ ຄ່າອາຫານ, ເຄື່ອງນຸ່ງ, ການເດີນທາງ, ສິນຄ້າອຸປະໂພກ-ບໍລິໂພກ ຫຼື ຈ່າຍຄ່ານ້ຳ, ຄ່າໄຟ, ຄ່ານ້ຳມັນລົດ ແລະ ໜີ້ສິນຕ່າງໆ ເງິນສຳລັບໃຊ້ຈ່າຍສ່ວນຕົວຕາມໃຈມັກ ( Play Account ) : 10% ຂອງລາຍໄດ້ທັງໝົດ 10% ໃນສ່ວນນີ້ ຖືເປັນລາງວັນສຳລັບຄວາມອິດເມື່ອຍໃນການເຮັດວຽກຂອງແຕ່ລະເດືອນ ເປັນເງິນທີ່ເຮົາສາມາດໃຊ້ໄດ້ຢ່າງອິດສະລະ ໂດຍບໍ່ຕ້ອງຫ່ວງໜ້າຫ່ວງຫຼັງ ເງິນສຳລັບການລົງທຶນ ( Financial Freedom Account ) : 10% ຂອງລາຍໄດ້ທັງໝົດ …

Read More »

ເຊັນສັນຍາຮ່ວມມືສ້າງຮູບເງົາ ລະຫວ່າງ ສປປ ລາວ-ສປ ຈີນ

ບໍລິສັດ ຈົງສື້ຢາໄທ(ປັກກິ່ງ)ສື່ວັດທະນະທໍາ ສາກົນຈໍາກັດ ໄດ້ເຊັນສັນສາຮ່ວມມືຖ່າຍທໍາຮູບເງົາເລື່ອງ: “ດອກຈໍາປາບານ” ກັບ ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂຶ້ນໃນວັນທີ 25 ຕຸລາ 2016 ທີ່ ໂຮງແຮມດອນຈັນພາເລດ. ໂດຍຕ່າງໜ້າເຊັນສັນຍາລະຫວ່າງທ່ານ ວິທູນ ສຸນດາລາ ວ່າການຫົວໜ້າກົມຮູບເງົາ ກັບ ທ່ານ ໂຈຢັນ ຫົວໜ້າບໍລິສັດ ຈົງສື້ຢາໄທ ແລະ ໃຫ້ກຽດໃນການເຂົ້າຮ່ວມເປັນສັກຄີພິຍານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາແຂກທີ່ຖືກເຊີນພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຮູບເງົາເລື່ອງ: “ດອກຈໍາປາບານ” ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງນ້ອງສາວລາວ ແລະ ອ້າຍບ່າວຈີນ ທີ່ສະແດງໃຫ້ເຫັນເຖິງການຜູກມິດສຳພັນທີ່ດີ, ທໍາມະຊາດທີ່ສວຍສົດງົດງາມ, ວັດທະນະທໍາ ຮີດຄອງປະເພນີ ອັນດີງາມ ຂອງສອງຊາດລາວ-ຈີນ. ການຮ່ວມມືສ້າງຮູບເງົາໃນຄັ້ງນີ້ ເປັນເລື່ອງທໍາອິດໃນການພົວພັນລາວ-ຈີນຄົບຮອບ 55 ປີ …

Read More »