Breaking News

Ms. Puii Puii

ດວງປະຈໍາວັນທີ 19 ກໍລະກົດ 2016

ດວງປະຈໍາວັນທີ 19 ກໍລະກົດ 2016   • ວັນຈັນ. ການເງິນ: ໃຫ້ລະວັງໃນການເຊັນສັນຍາທາງການເງິນ ຫຼື ຄູ່ຄ້າທີ່ສໍາຄັນ ທ່ານອາດຈະຜິດພາດຖືກເອົາປຽບໄດ້ງ່າຍໆ. ວຽກງານ: ຄືເກົ່າບໍ່ມີການປ່ຽນແປງ ລະວັງການເຈັບປ່ວຍຍ້ອນມາຈາກເຮັດວຽກງານ. ຄວາມຮັກ: ຄົນໂສດຈະຢູ່ໃນຊ່ວງຈີບກັນຫວານຊື່ນ ມີໂອກາດໄດ້ໄປທ່ຽວດ້ວຍກັນ. • ວັນອັງຄານ. ການເງິນ: ດີ ທ່ານອາດຈະໄດ້ຮັບໂຊກລາບຈາກຊາຍໜຸ່ມໄວກາງຄົນ ດັ່ງນັ້ນບັນຫາທາງການເງິນທີ່ພົບຈະໄດ້ຮັບການຊ່ວຍເຫຼືອ. ວຽກງານ: ມື້ນີ້ທ່ານອາດຈະໂດດເດັ່ນຫຼາຍຈະເປັນໄພຕໍ່ຕົນເອງ ອາດຈະຖືກເພື່ອນຮ່ວມວຽກງານກັ່ນແກ້ງ. ຄວາມຮັກ: ຄົນທີ່ມີຄູ່ຄົນຮັກຈັກເອົາອົກເອົາໃຈຫຼາຍຂຶ້ນ ສ່ວນຄົນໂສດອາດຈະໄດ້ຮັກກັບຄົນທີ່ໝາຍປອງ. • ວັນພຸດ. ການເງິນ: ການເຈລະຈາການຄ້າ ດ້ານການເງິນຍັງຕ້ອງອາໄສຄວາມກ້າໃນການເຈລະຈາຢ່າງຮອບຄອບຈຶ່ງຈະໄດ້ເງິນ. ວຽກງານ: ຍັງບໍ່ກ້າວໜ້າດັ່ງທີ່ທ່ານຫວັງ ໂຄງການວຽກງານຕ່າງໆຈະຢຸດພັກ ເພາະອາດຖືກຄົນອ້ອມຂ້າງຂັດຂວາງ. ຄວາມຮັກ: ຈະລົງຕົວຫຼາຍຂຶ້ນ ເພາະແຟນຈະຫັນມາໃສ່ໃຈທ່ານ ແລະ ພະຍາຍາມປັບຕົວເຂົ້າຫາທ່ານ. • ວັນພະຫັດ. ການເງິນ: ດີຂຶ້ນ ກິດຈະການທີ່ເຮັດຢູ່ຈະມີລູກຄ້າເພິ່ມຂຶ້ນ ເຮັດຍອດຂາຍໄດ້ຕາມໃຈຫວັງ. …

Read More »

​ເລື່ອງ​ນ້ອຍໆ ​ເພື່ອ​ຄວາມ​ກ້າວໜ້າ​ໃນ​ອາຊີບ

ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ …

Read More »

ກ້າວທຳ​ອິດ ສູ່​ການ​ເປັນ​ສາວ​ໃນ​ການ​ເຮັດ​ວຽກ ຄວນ​ໃສ່​ໃຈ​ຫຍັງ​ແດ່ ?

ກ້າວທຳອິດ ສູ່ການເປັນສາວໃນການເຮັດວຽກ ຄວນໃສ່ໃຈຫຍັງແດ່? ຖ້າຫາກທ່ານຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກເປັນຄັ້ງທຳອິດ ເປັນຄັ້ງທີ່ຍາກທີ່ສຸດສະເໝີ ແຕ່ເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍທ່ານໄດ້. ປ່ຽນແປງຕົນເອງ ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ ປັດຈຸບັນນີ້ມີຂໍ້ມູນ, ໜັງສື ຫຼື ເວັບໄຊທີ່ຫຼາກຫຼາຍທີ່ຈະຊ່ວຍທ່ານໄດ້ໃນເລື່ອງການຊອກວຽກ ລວມເຖິງໃຫ້ເຄັດລັບຕ່າງໆໃນການເຮັດວຽກ, ໝູ່ເພື່ອ ແລະ ຍາດພີ່ນ້ອງທີ່ມີປະສົບການກໍລ້ວນແຕ່ເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້. ຮູ້ຈັກຕົນເອງກ່ອນຈະກ້າວເຂົ້າໄປສຳພາດວຽກທີ່ຖືກເອີ້ນໄປ ວ່າເປັນບ່ອນທີ່ຕົນເອງຕັ້ງໃຈທີ່ຈະເຮັດວຽກນຳ ແລະ ມັກຮັກໃນອາຊີບວຽກງານນີ້ຢ່າງແທ້ຈິງຫຼືບໍ ເພາະມັນຈະສະແດງອອກຈາກທ່າທາງຂອງທ່ານໃນເວລາສຳພາດ ແຕ່ຖ້າຫາກເປັນບ່ອນເຮັດວຽກ ຫຼື ເປັນວຽກທີ່ທ່ານບໍ່ມັກ ກໍຄວນຈະຂໍຍົກເລີກການສຳພາດຈະເປັນການດີກວ່າ.

Read More »

ດວງປະຈໍາວັນທີ 18 ກໍລະກົດ 2016

ດວງປະຈໍາວັນທີ 18 ກໍລະກົດ 2016 • ວັນຈັນ. ການເງິນ: ອາດຈະສູນເສຍເງິນຄໍາເລັກນ້ອຍ ລະວັງຊາວບ້ານ ຫຼື ຄົນອ້ອມຂ້າງຈະຢືມເງິນມີໂອກາດສູນເສຍເງິນຫຼາຍ. ວຽກງານ: ເປັນດວງແຫ່ງຄວາມສໍາເລັດ ມື້ນີ້ທ່ານເຮັດຫຍັງກໍຈະປະສົບຄວາມສໍາເລັດ. ຄວາມຮັກ: ບໍ່ດີປານໃດ ອາດຈະໄດ້ເລີກກັບຄົນຮັກ ຫຼື ບໍ່ກໍຈະຜິດຖຽງກັນຢ່າງຮຸ່ນແຮງ. • ວັນອັງຄານ. ການເງິນ: ຢູ່ດີໆກໍ່ຕ້ອງເສຍເງິນກັບເລື່ອງທີ່ບໍ່ເປັນເລື່ອງ ຫຼື ໄດ້ຊື້ເຄື່ອງແພງກວ່າຄົນອື່ນ. ວຽກງານ: ວຽກງານລັດການເດັ່ນເປັນພິເສດ ຄົນທີ່ສອບເຂົ້າລັດຈະໄດ້ຮັບຂ່າວດີ ຫຼື ທ່ານອາດຈະໄດ້ຕິດຕໍ່ລັດເຊິ່ງເປັນໄປຢ່າງລຽບງ່າຍ. ຄວາມຮັກ: ຮູ້ສຶກອຶດອັດໃຈ, ຖືກຄົນຮັກບັງຄັບໃຈ ຫຼື ຂັດໃຈທ່ານໃນບາງເລື່ອງ ກ້າໆບອກກັບຄົນຮັກກໍ່ດີ. • ວັນພຸດ. ການເງິນ: ມີດວງວ່າຈະໄດ້ຮັບຊອງສັງຄົມ ຫຼື ເສຍເງິນເພື່ອຮັກສາໜ້າຕາຂອງຕົນເອງແນວໃດແນວໜຶ່ງ. ວຽກງານ: ມີດວງຈະຖືກໃສ່ຮ້າຍຈາກເພື່ອນຮ່ວມວຽກງານເຊັ່ນ: ຖືກນິນທາຈາກເພື່ອນຮ່ວມວຽກງານ, ໃສ່ຮ້າຍໃຫ້ຊໍ້າໃຈ. ຄວາມຮັກ: ທ່ານຈະພົບກັບອຸປະສັກທີ່ເໜືອການຄວບຄຸມຂອງທ່ານກັບຄົນຮັກ ຕ້ອງອາໄສຄວາມອົດທົນຫຼາຍຈຶ່ງຈະສາມາດຜ່ານຮັກແທ້ນີ້ໄປໄດ້ ສ່ວຍຄົນໂສດຈະຮູ້ສຶກຫົດຫູ່ໃຈເປັນພິເສດເພາະມັກໃຜກໍ່ພົບແຕ່ຄົນອ້ອມຂ້າງຂັດຂວງ. …

Read More »