Breaking News

Ms. Puii Puii

ເບິ່ງແຍງຜິວສາວໆ ແຕ່ລະໝວດເລືອດ

ໝວດເລືອດທີ່ແຕກຕ່າງກັນນັ້ນ ຍ່ອມເຮັດໃຫ້ຮ່າງກາຍຂອງເຮົາມີຄວາມແຕກຕ່າງກັນ ລວມເຖິງຜິວພັນຂອງເຮົາອີກດ້ວຍດັ່ງນັ້ນການເບິ່ງແຍງຜິວພັນຈຶ່ງມີວິທີເບິ່ງແຍງທີ່ແຕກຕ່າງກັນໄປດັ່ງນີ້:     ສາວໝວດ AB: ສາວໆສ່ວນຫຼາຍມີຜິວພັນໄວຕໍ່ແດດ ແຕ່ເຖິງຈະຄໍ້າໄວແຕ່ກໍກັບມາຂາວໄວໄດ້ຄືກັນ ຄວນໃຊ້ຜະລິດຕະພັນປະເພດ Toner ແລະ ຜະລິດຕະພັກມາດສ໌ໜ້າຕ່າງໆ ຫຼືຈະພອກໜ້າດ້ວຍໄຂ່ຂາວ, ນໍ້າເຜິ້ງ ຊ່ວຍເຮັດຄວາມສະອາດ ແລະ ຊ່ວຍດູດຊັບສິ່ງທີ່ຕົກຄ້າງຢູ່ເທິ່ງຜິວພັນ.     ສາວໝວດ A: ເປັນຄົນທີ່ມີຮູຂຸມຂົນນ້ອຍ, ບໍ່ຄ່ອຍຈະມີເຫື່ອ, ມີຜິວພັນຄ່ອນຂ້າງແຫ້ງ ຄວນເພິ່ມຄວາມຊຸ່ມດ້ວຍການໃຊ້ moisturizer, ດື່ມນໍ້າໃຫ້ພຽງພໍ, ຮັບປະທານຜັກ ແລະ ໝາກໄມ້ຫຼາຍໆ ເລືອກໃຊ້ຮອງພື້ນແບບບາງເບົາ. ສາວໝວດ O: ສິ່ງທີ່ສໍາຄັນສໍາລັບສາວໝວດO ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ ໃຫ້ຜິວໜັງໄດ້ຟື້ນຟູຕົວເອງ, ເລືອກຜະລິດຕະພັນລ້າງໜ້າສູດທີ່ອ່ອນໂຍນເຂົ້າໄວ້ ແລະ ຫ້າມລືມທາຄີມກັນແດດເດັດຂາດ, ເນັ້ນດ້ານການຄວບຄຸມຄວາມມັນໃຫ້ຜິວເພິ່ມຄວາມຊຸ່ມ.     ສາວໝວດ B: ເປັນຜິວພັນທີ່ຄ່ອນຂ້າງບອບບາງແພ້ງ່າຍ, ມີຄວາມອ່ອນໄຫວຕໍ່ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ເວລາເລືອກຜະລິດຕະພັນຄວນເລືອກແບບທີ່ບໍ່ປະສົມແອວກໍຮໍ, ບໍ່ປະສົມນໍ້າຫອມ ເພາະຈະເຮັດໃຫ້ຄັນຄາຍໄດ້ງ່າຍ, ບໍ່ຄວນສະຄັບຜິວພັນ, ຂັດຜິວພັນເລື່ອຍໆ ແລະ …

Read More »

ວິທີຂັດຂີ້ໄຄໃຫ້ໝົດທັງຕົວແບບງ່າຍໆ

ວິທີຂັດຂີ້ໄຄໃຫ້ໝົດທັງຕົວແບບງ່າຍໆ ພຽງແຕ່ມີສິ່ງເຫຼົ່ານີ້ ມື້ນີ້ ຂັວນໃຈ ຈະມາແນະນໍາເຄັດລັບດີໆໃຫ້ກັບສາວໆ ສໍາລັບສາວໆທ່ານໃດທີ່ຢາກເປີດເຜີຍຜິວຂາວໃສ ເຮົາມີສູດກໍາຈັດຂີ້ໄຄແບບງ່າຍໆໃຫ້ທ່ານໄດ້ລອງໄປປະຕິບັດ ແລ້ວ ທ່ານຈະໄດ້ຜິວພັນທີ່ສວຍງາມມາດັ່ງນີ້: ໃຊ້ເກືອຂັດຜິວພັນ. ໃຫ້ຊື້ມາໃຊ້ຂັດຜິວພັນ 2 ເທື່ອຕໍ່ອາທິດ ເພື່ອຊ່ວຍໃນເລື່ອງຂອງການຊຳລະລ້າງເຊວຜິວພັນ ແລະ ກຳຈັດຄາບເຫື່ອ, ຂີ້ໄຄຕ່າງໆໃຫ້ຫຼຸດອອກໄປໝົດ. ອາບນໍ້າອຸ່ນກໍ່ຊ່ວຍໄດ້. ຄ່ອຍໆຂັດໃຫ້ທົ່ວຜິວພັນ ຂີ້ໄຄຈະຫຼຸດອອກມາແບບງ່າຍໆ ເມື່ອຂັດຈົນທົ່ວແລ້ວກໍ່ອາບນໍ້າຊຳລະລ້າງຮ່າງກາຍອີກຮອບ ຈະໃຊ້ສະບູ ຫຼື ຄຣີມອາບນໍ້າຕື່ມເພື່ອເປັນການຊໍາລະລ້າງອີກກໍ່ໄດ້. ຂັດຜິວພັນດ້ວຍຂີ້ໝາກກາເຟ. ຊ່ວຍຂັດໃຫ້ຂີ້ໄຄອອກໄດ້ດີ ແລະ ຜິວພັນຂອງທ່ານຈະນຸ່ມຈະເຫັນໄດ້ຢ່າງຊັດເຈນ ອາດຈະເພິ່ມຄຸນປະໂຫຍດໂດຍການປະສົມນົມສົດ ຫຼື ໝາກຂາມປຽກຕື່ມອີກກໍ່ໄດ້. ກໍາຈັດຂີ້ໄຄດ້ວຍໝາກຂາມປຽກ. ໃຫ້ເອົາໝາກຂາມປຽກຂັດຜິວໃຫ້ທົ່ວປະໄວ້ 3-5 ນາທີ ແລ້ວເອົາຟອກອາບນໍ້າມາຂັດຊໍ້າອີກຮອບໃຫ້ຖູຄ່ອຍໆ ຈາກນັ້ນກໍ່ລ້າງອອກແລ້ວອາບນໍ້າໃສ່ສະບູຕາມປົກກະຕິ ວິທີນີ້ເຮັດພຽງອາທິດລະ 2 ເທື່ອຈະຊ່ວຍກຳຈັດຂີ້ໄຄໄດ້ເປັນຢ່າງດີ ແລະ ເຮັດໃຫ້ຜິວນຽນນຸ່ມອີກດ້ວຍ. ສູດຂັດຂີ້ໄຄດ້ວຍມື້ລ້າ. ໃຫ້ເອົານໍ້າຫົດຕົວໃຫ້ຊຸ່ມ ປ່ອຍໃຫ້ໝາດເລັກນ້ອຍແລ້ວໃຊ້ມືຂອງເຮົາຖູໄດ້ເລີຍ ແລະ ຄວນຖູຄ່ອຍໆ ເສດຂີ້ໄຄຕ່າງໆທີ່ມີຢູ່ຈະຫຼຸດອອກທັນທີ. ເບບີອອຍ(Baby Oil)+ເກືອ. …

Read More »

ທ່ານເຄີຍຮູ້ບໍ່ວ່າການດີທ໋ອກ (Detox) ແມ່ນຫຍັງ?

    ມື້ນີ້ຂັວນໃຈ ຈະມາບອກໃຫ້ຮູ້ກ່ຽວກັບການດີທ໋ອກ (Detox) ມັນແມ່ນຫຍັງ ?? ການດີທ໋ອກ(Detox) ຄືການເຮັດຄວາມສະອາດທັງຮ່າງກາຍ, ຜິວພັນ ແລະ ຈິດໃຈ ເພາະທຸກມື້ນີ້ເຮົາຕ້ອງພົບກັບມົນລະພິດທີ່ຫຼາກຫຼາຍບໍ່ວ່າຈະເປັນແສງແດດ ຫຼື ຝຸ່ນ, ຄັວນ ແຕ່ຫຼາຍຄົນກໍ່ບໍ່ສົນໃຈ, ບໍ່ເບິ່ງແຍງຮ່າງກາຍ ແລະ ຜິວພັນ ຫຼືເວລາທີ່ເຮົາກິນສິ່ງຕ່າງໆທີ່ບໍ່ມີປະໂຫຍດເຂົ້າໄປລວມທັງສະພາບທາງຈິດໃຈທີ່ເຮົາຮູ້ສຶກຄຽດ, ໝົດຫວັງ, ໝົດກຳລັງໃຈມື້ລະຫຼາຍໆເທື່ອ. ສະນັ້ນການດີທ໋ອກ(Detox) ເປັນທາງເລືອກທີ່ສາມາດຊ່ວຍທ່ານໄດ້  ແລະ ວິທີເຮັດກໍ່ງ່າຍໆດັ່ງນີ້: ດີທ໋ອກ ລໍາໄສ້: ເຮັດງ່າຍໆພຽງແຕ່ດື່ມໃນຕອນເຊົ້າ. ທ່ານເຄີຍມີອາການແບບນີ້ບໍ? ຖ່າຍຍາກ, ສິວຂຶ້ນ, ມີກິ່ນປາກອາການແບບນີ້ເປັນຕົ້ນ ອາການເຫຼົ່ານີ້ເກີດຈາກອາຫານມັນໆ, ຍ່ອຍຍາກເຮັດໃຫ້ລະບົບຂັບຖ່າຍບໍ່ດີ ແລະ ສິ່ງຕົກຄ້າງເຫຼົ່ານັ້ນຈະສະສົມຢູ່ໃນລຳໄສ້. ສະນັ້ນວິທີງ່າຍໆພຽງແຕ່ດື່ມນໍ້າໝາກນາວຫຼັງຈາກຕື່ນນອກໃນຕອນເຊົ້າ ຖ້າກິນຕໍ່ເນື່ອງກັນຢ່າງນ້ອຍ 1 ອາທິດແລ້ວຈະເລີ່ມຄ່ອຍໆເຫັນຜົນ ສ່ວນປະກອບຈະມີ ໝາກນາວເຄິ່ງໜ່ວຍ ກັບ ນໍ້າອຸ່ນ1 ຈອກ. ດີທ໋ອກ ຫົວໃຈ: ມີຄວາມສຸກງ່າຍພຽງແຕ່ນັ່ງສະມາທິ. …

Read More »

ໜັງເດັດ ທ້າຍເດືອນ 07/2016

ສະບາຍດີ ພົບກັນຮອບດຶກອີກແລ້ວ ເພື່ອນໆແຟນໆ ວາລະສານຂວັນໃຈ ອາທິດນີ້ນີ້ ແອດມິນມີໜັງໃໝ່ມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !!   ເລື່ອງທຳອິດ: The BFG – ໜັງ Fantasy Adventure ຂອງຄ້າຍໜັງ Walt Disney Pictures ຈາກບົດປະພັນຂອງ Roald Dahl (ຜູ້ປະພັນເລື່ອງ Charlie and the Chocolate factory) ແຖມຍັງໄດ້ຜູ້ກຳກັບຝີມືດີແບບ Steven Spielberg ມາກຳກັບອີກ .. ເລື່ອງລາວຈະເປັນແນວໃດ ລອງຕິດຕາມເບິ່ງ ເພາະວ່າເຂົ້າໂຮງແລ້ວ 😀 The BFG – ທີ່ຫຍໍ້ມາຈາກ The Big Friendly Giant.. ເລື່ອງລາວມິດຕະພາບທີ່ເກີດຂຶ້ນ ໂດຍຖືກຖ່າຍທອດຜ່ານຕົວລະຄອນທີ່ຊື່ Sophie ເດັກນ້ອຍກຳພ້າ ອາຍຸ …

Read More »

ໜັງດີ ຕົ້ນເດືອນ 07/2016

ມາອີກແລ້ວວັນພັກຜ່ອນທ້າຍອາທິດ, ມື້ນີ້ ແອດມິນມີໜັງໃໝ່ມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !!   ເລື່ອງທຳອິດ: Elvis & Nixon – ໜັງ Comedy ທີ່ກ່າວເຖິງມິດຕະພາບແບບທີ່ຕ່າງ style ກັນສຸດຂົ້ວ.. ເລື່ອງລາວຈະເປັນແນວໃດ ລອງຕິດຕາມເບິ່ງ ເພາະວ່າເຂົ້າໂຮງແລ້ວ 😀 Elvis & Nixon – ເລື່ອງນີ້ ເປັນເລື່ອງທີ່ເກີດຂຶ້ນຕັ້ງແຕ່ຍຸກ 70, Elvis ບິນໄປ Washington DC ເພື່ອຂໍເຂົ້າພົບປະທານາທິບໍດີ ສະຫະລັດ ອາເມລິກາ Nixon ເປັນການສ່ວນໂຕ … ສຸດທ້າຍ ທັງສອງໄດ້ພົບກັນ ຜ່ານການປຶກສາຫາລືກັນ.. ມິດຕະພາບທີ່ຕ່າງ style, ຕ່າງວັດທະນະທໍາກັນສຸດຂົ້ວ ຈຶ່ງໄດ້ເລີ່ມຕົ້ນຂຶ້ນ . . .   ເລື່ອງທີ່ 2: The Legend of Tarzan …

Read More »