Breaking News

Kuanjai

ຄວາມງົດງາມໃນຊຸດຜ້າໄໝ ງາມແບບສາວລາວ

ໃນໄລຍະນີ້ກໍຄືດັ່ງທີ່ເຮົາຮູ້ກັນດີເນາະວ່າ ເປັນເທສະການແຫ່ງງານແຕ່ງນັ້ນເອງ ແລະ ມື້ນີ້ແອັດກໍເລີຍຮວບຮວມເອົາພາບບັນຍາກາດຂອງສາວໆມາຝາກ ເຊິ່ງແຕ່ລະຄົນນັ້ນມີສະເໜ່ມີຄວາມງົດງາມໃນແບບລາວ ງາມແບບເບິ່ງບໍ່ຮູ້ເບື່ອ…ແຕ່ລະຄົນຈະງາມແທ້ ຫຼື ບໍນັ້ນເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: IGLAO

Read More »

5 ທ່າອອກກໍາລັງກາຍແບບງ່າຍໆ ກໍາຈັດໄຂມັນຂາໂຕ້

ສາວໆກໍາລັງຫງຸດຫງິດກັບໄຂມັນຕົ້ນຂາຕົນເອງຢູ່ແມ່ນບໍ່? ຖ້າຢາກກໍາຈັດມັນໃຫ້ໝົດໄປ ລອງມາອອກກໍາລັງກາຍຕາມທ່າຕ່າງໆລຸ່ມນີ້ ແລ້ວຂາຂອງສາວໆຈະງາມຢ່າງແນ່ນອນ. Single – Leg Romanian Dead lifts ຖືດຳເບວ (Dumbbell) ທັງ 2 ຂ້າງຂະໜາດ 5 – 10 ກິໂລ ຈາກນັ້ນຍົກຂາຊ້າຍໄປດ້ານຫຼັງ ໃຫ້ສຸດຂາ ກັບມາໃນຕໍາແໜ່ງເກົ່າ ສະຫຼັບຂ້າງ ເຮັດຊໍ້າ 15 ຄັ້ງ 3 ຮອບ Knee to the Chest ນອນຫງາຍ ຍົກຂາຂ້າງໃດຂ້າງໜຶ່ງຂຶ້ນ ໂດຍຍົກຂຶ້ນມາໃຫ້ຕິດໜ້າເອິກ ສູດລົມຫາຍໃຈເຂົ້າຊ້າໆ ຍັງງໍເຂົ່າຂຶ້ນ ຢ່າໃຫ້ສໍາຜັດພື້ນດິນ ປ່ອຍຂ້າລົງພື້ນຊ້າໆ ຢູ່ໃນທ່າເລີ່ມຕົ້ນອີກຄັ້ງ ແລ້ວສະຫຼັບຂ້າງ ເຮັດແນວນີ້ 20 ຄັ້ງ Single – Leg Supine Hip Extension …

Read More »

ໜ້າໃສໄດ້ ແບບບໍ່ງໍ້ຮ້ານສະປາ

ເຄີຍບໍ່ ຢາກໜ້ານຽນຂາວໃສ ລົງທຶນຊື້ course ນວດໜ້າແພງໆ ແຕ່ບໍ່ມີເວລາໄປຮ້ານສະປາ ສຸດທ້າຍເສຍເງິນລ້າໆ ຄິດວ່າສາວໆເກີນເຄິ່ງໜຶ່ງ ເຄີຍພົບພໍ້ບັນຫາແບບນີ້ມາແລ້ວແນ່ນອນ .. ແຕ່ຕໍ່ນີ້ໄປ ບັນຫາຂອງສາວໆຈະໝົດໄປດ້ວຍ ເຄຶ່ອງຜະລິດອາຍນໍ້າ ລະດັບນາໂນໄອອອນ Kuron Nano – Ion Facial Steamer ນະວັດຕະກໍາສະປາທີ່ເຮັດໄດ້ຢູ່ເຮືອນ ດັ່ງມີຜູ້ຊ່ຽວຊານມາເບິ່ງແຍງເລີຍແຫຼະ!! ຊ່ວຍຫຼຸດບັນຫາຜິວໜັງແຫ້ງ ຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໜັງໄດ້ຢ່າງເລິກເຊິ່ງ ແລະ ຍາວນານ ເປັນເຄື່ອງອາຍນໍ້າທີ່ມີອະນຸພາກນ້ອຍກວ່າເຄື່ອງອາຍນໍ້າປົກກະຕິ ຈຶ່ງສາມາດຊຶມເຂົ້າສູ່ຜິວໜັງຂອງສາວໆໄດ້ຢ່າງດີ ໂດຍເຄື່ອງພົ່ນອາຍນໍ້າຈະສ້າງເປັນໄອອອນປະຈຸລົບ ເຮັດໃຫ້ໃບໜ້າຊຸ່ມ ແລະ ຂາວໃສຂຶ້ນ ສ່ວນອາຍນໍ້າຮ້ອນຂະໜາດ Nano ກໍຈະປະສົມກັບສານອາຫານ ແລະ ໝາກໄມ້ ຊ່ວຍບໍາລຸງຜິວໜັງ ກະຕຸ້ນລະບົບໄຫຼວຽນຂອງເລືອດ ກໍາຈັດສິ່ງເປິເປຶ້ອນອອກຈາກຈຸລັງ (cells) ຜິວໜັງ ເຮັດໃຫ້ຜິວໜັງແຂງແຮງ ແລະ ດູດເອົາ Oxygen ໄດ້ດີຫຼາຍຂຶ້ນ. ການເຮັດວຽກຂອງເຄື່ອງ ຜະລິດອາຍນໍ້າ Nano-Ion …

Read More »

ການສະເຫຼີມສະຫຼອງວັນສະຖິຕິໂລກ

ຕອນເຊົ້າວັນທີ່ 20 ຕຸລາ 2017 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບການສະເຫຼີມສະຫຼອງໃນວັນສະຖິຕິໂລກ ພາຍໃຕ້ຄໍາຂວັນທີ່ວ່າ “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ” ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ທຽບເທົ່າຮອງລັດຖະມົນຕີ ແລະ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ. ສະໃໝຈັນ ບຸບຜາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ສະຖິຕິ ໃນວັນທີ 30 ມີຖຸນາ 2010 ເຊິ່ງເປັນກົດໝາຍສະບັບທໍາອິດຂອງ ສປປ ລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕົກລົງຖືເອົາວັນດັ່ງກ່າວ ເປັນວັນສະຖິຕິແຫ່ງຊາດ ແລະ ໃນປີດຽວກັນນັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮອງຮັບເອົາ ວັນທີ 20 ຕຸລາ 2010 …

Read More »

ບໍລິສັດເບຍລາວ ສ້າງປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກໃນລາວ ກັບງານເທສະການ Beerlao Oktoberfest

Oktoberfest ເປັນເທສະການທີ່ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ ຂອງທຸກໆປີ ເລີ່ມມາແຕ່ປີ 1810. ໃນປັດຈຸບັນ Oktoberfest ເປັນງານສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນອາຊີເຊັ່ນ: ຈີນ, ຮ່ອງກົງ, ສິງກະໂປ ແລະ ມາເລເຊຍ. ດັ່ງນັ້ນບໍລິສັດເບຍລາວ ຈຶ່ງໄດ້ນໍາເອົາ ງານດັ່ງກ່າວມາຈັດໃນລາວ ເພື່ອໃຫ້ຜູ້ບໍລິໂພກໄດ້ສໍາຜັດກັບບັນຍາກາດ ຈອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. ໃນປີນີ້ ເບຍລາວກໍໄດ້ນໍາເອົາ Oktoberfest ມາຈັດຂຶ້ນໃນລາວ ລະຫວ່າງວັນທີ 19-22 ຕຸລາ 2017 ທີ່ເດີນຈອດລົດ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຜູ້ເຂົ້າຮ່ວມງານໃນແຕ່ລະວັນຫຼາຍກວ່າ 2.000 ຄົນ. ພາຍໃນງານໄດ້ມີການກະກຽມເມນູອາຫານທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ແລະ ເຄື່ອງດື່ມຫຼາຍຍີ່ຫໍ້ຈາກບໍລິສັດເບຍລາວຈໍາກັດ. ນອກຈາກນີ້ຍັງມີວົງດົນຕີທີ່ມີຊື່ສຽງຈາກພາຍໃນ ແລະ …

Read More »