Breaking News

Kuanjai

ງາມ, ໜ້າຮັກນໍ້າໃຈດີອາສາຊ່ວຍເຫຼືອສັງຄົມ

ສະບາຍດີແຟນຂວັນໃຈ! ກັບມາພົບພໍ້ກັນອີກຄັ້ງ ມື້ນີ້ແອດຈະພາໄປເບິ່ງນາງຟ້າໃນເຄື່ອງແບບ ເຊິ່ງນາງຟ້າໃນເຄື່ອງແບບທີ່ແອດເວົ້າເຖິງນັ້ນກໍ່ແມ່ນ ບັນດາສາວງາມທັງຫຼາຍຂອງໜ່ວຍກູ້ໄພ, ກູ້ຊີບຕ່າງໆນັ້ນເອງ…ນອກຈາກພວກນາງມີເໜ່ຄວາມງົດງາມ ແລະ ໜ້າຮັກແລ້ວ ພວກນາງຍັງມີນໍ້າໃຈອາສາຊ່ວຍເຫຼືອສັງຄົມນໍາອີກ ( ວ້າວໆໆໆ!! ນາງຟ້າໃນເຄື່ອງແບບແທ້ໆ ) ເຖິງແມ່ນວ່າບັນດາເຫຼົ່ານາງຟ້າທັງຫຼາຍນີ້ຈະບໍ່ໄດ້ມີປີກບິນຢູ່ເທິງຟ້າ ແຕ່ພວກນາງກໍ່ເປັນນາງຟ້າຢູ່ເທິງດິນ ແລະ ອາດຈະເປັນນາງຟ້າໃນດວງໃຈຂອງໜຸ່ມໆອີກຫຼາຍໆຄົນ… ແຕ່ບັນດາສາວໆທັງຫຼາຍທີ່ແອດເວົ້າມານີ້ ຈະງາມໜ້າຮັກແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ: ບ່າວຫຼໍ່-ສາວງາມກູ້ຊີບ&ກູ້ໄພ

Read More »

ງາມຫຼາຍສາວນ້ອຍໜ້າຮັກນັກຮຽນມໍປາຍຄົນນີ້

ມື້ນີ້ແອດ…ມີເລື່ອງຊິມາເລົ່າສູ່ຟັງ ຄືແອດໄດ້ໄປສອດສ່ອງ Facebook ຂອງສາວນ້ອຍໜ້າຮັກຄົນໜຶ່ງ ທີ່ມີຊື່ວ່າ: Nanhtaly Thanonxay  ( ນັນຕາລີ ທະນົນໄຊ ) ເມື່ອແອດໄດ້ໄປສ່ອງເຟສນ້ອງຄົນນີ້ ແອດກໍ່ໄດ້ເຫັນຄວາມໜ້າຮັກສົດໃສສົມໄວ, ບໍ່ວ່າຈະແຕ່ງກາຍມາ Style ໃດກໍໜ້າຮັກໄປໝົດ ນອກຈາກຄວາມງາມ ແລະ ໜ້າຮັກເທົ່ານັ້ນຍັງບໍ່ພໍ ສາວນ້ອຍຄົນນີ້ຍັງມີຄວາມສາມາດອີກຫຼາກຫຼາຍຢ່າງອີກ ແອດກໍເລີຍໄດ້ນໍາເອົາຮູບພາບ ຂອງສາວນ້ອຍຄົນນີ້ມາໃຫ້ແຟນໄດ້ຊົມ ວ່າຊິງາມຊິໜ້າຮັກແທ້ສົມກັບແອດເວົ້າແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ FB: Nanhtaly Thanonxay

Read More »

ສາວງາມໃນຮົ້ວມະຫາວິທະຍາໄລທີ່ຜູ້ຊາຍຫຼາຍຄົນເຫັນແລ້ວຕ້ອງຫຼົງມັກ

ສະບາຍດີແຟນຂວັນໃຈທີ່ໜ້າຮັກ ມາພົບພໍ້ກັນໃນວັນຈັນ ມື້ເລີ່ມຕົ້ນອາທິດແບບນີ້ ເຮົາກໍ່ບໍ່ພາດທີ່ຈະນໍາເອົາສິ່ງດີໆງາມໆ ມາຕ້ອນມາຝາກໃຫ້ແຟນໆຂວັນໃຈທີ່ໜ້າຮັກໄດ້ເບິ່ງ ເຊິ່ງມື້ນີ້ເຮົາຈະພາໄປເບິ່ງ ຄວາມງົດງາມຂອງສາວນັກສຶກສາ ທີ່ຢູ່ໃນຮົ້ວຂອງມະຫາວິທະຍາໄລ ຫຼື ວິທະຍາໄລຕ່າງໆ ຖືໄດ້ວ່າແຕ່ລະຄົນກໍ່ມີຄວາມງົດງາມໃນແບບຂອງໃຜຂອງລາວ ຖ້າໝຸ່ມໆຄົນໃດໄດ້ເຫັນຈະຫຼົງມັກ ແລະ ຢາກໄດ້ມາເປັນແຟນຢ່າງແນ່ນອນເລີຍ!! ##ເອົາເປັນວ່າເຮົາໄປເບິ່ງພ້ອມໆກັນເລີຍວ່າ ແຕ່ລະຄົນຈະງາມຈະໜ້າຮັກຂະໜາດໃດໄປເບິ່ງກັນເລີຍ!!! ຮູບພາບ: Alina ppsv,  F’Faiy SPI Page: Talk To Teen

Read More »

ຂີ່ເຮືອແພໄມ້ໄຜ່, ຫຼີ້ນນໍ້າເຢັນໆ ທີ່ Blue Lagoon 5 ເມືອງວັງວຽງ

ມື້ນີ້ແອັດມີນຈະມາພາໄປທ່ຽວ ເມືອງວັງວຽງ ໄປທ່ຽວທີ່ Blue Lagoon 5 ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຖ້າໃຜໄດ້ໄປທ່ຽວໄປຫຼີ້ນນໍ້າຢູ່ນີ້ ແອັດມີນເຊື່ອເລີຍວ່າຕ້ອງຕິດອົກຕິດໃຈຢ່າງແນ່ນອນ. Blue Lagoon 5 ແມ່ນໄປຕາມເສັ້ນທາງດຽວກັນກັບ Blue Lagoon 3 ແຕ່ມັນຈະຢູ່ກາຍ Blue Lagoon 3. ຢູ່ໃນ Blue Lagoon 5 ແຫ່ງນີ້ນໍ້າໃສໆເຢັນໆ, ມີເຮືອແພໄມ້ໄວ້ໃຫ້ໄດ້ຂີ່ ແລະ ຍັງມີຖໍ້າໄວ້ໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມພາຍໃນ ຢູ່ພາຍໃນຖໍ້າມີຄວາມງົດງາມຫຼາຍທີ່ຫາເບິ່ງໄດ້ຍາກ ແລະ ມື້ນີ້ແອັດມີນມີຮູບງາມໆຂອງ Blue Lagoon 5 ມີໃຫ້ໄດ້ຊົມອີກ. ຂອບໃຈຮູບພາບ: Wherever I Go

Read More »

ທ່ຽວຊົມບ້ານຫັດຖະກໍາທີ່ ການຫຼໍ່ບ່ວງ, ຫຼໍ່ເຄື່ອງທີ່ລະນຶກຕ່າງໆຂອງແຂວງຊຽງຂວາງ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ຈະພາແຟນໆໄປທ່ຽວທີ່ແຂວງ ຊຽງຂວາງ ດິນແດນແຫ່ງວີລະຊົນ ນັ້ນເອງ ເຊິ່ງຖືວ່າເປັນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ແລະ ມື້ນີ້ຈະພາໄປທ່ຽວຊົມບ້ານຫັດຖະກໍາທີ່ ການຫຼໍ່ບ່ວງ, ຫຼໍ່ເຄື່ອງທີ່ລະນຶກຕ່າງໆ ຂອງແຂວງຊຽງຂວາງ ທີ່ຕັ້ງຢູ່ເມືອງຜາໄຊ ບ້ານ ນາເພຍ ນັ້ນເອງ. ບ້ານ ນາເພຍ ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 35 ກິໂລແມັດ ເປັນບ້ານທີ່ໄດ້ຮັບການຍ້ອງຍໍໃຫ້ເປັນບ້ານວັດທະນະທໍາ ເຊິ່ງປະຊາຊົນພາຍໃນບ້ານດັ່ງກ່າວ ມີການຜະລິດສິນຄ້າຫັດຖະກໍາທີ່ມີຊື່ສຽງ ໂດຍສະເພາະແມ່ນການຫຼໍ່ບ່ວງ. ຈຸດພິເສດຂອງການຫຼໍ່ບ່ວງຢູ່ໃນບ້ານນາເພຍກໍ່ຄື ປະຊາຊົນໄດ້ນໍາໃຊ້ຫົວຄິດປະດິດສ້າງຂອງຕົນ ໃນການນໍາເອົາສິ່ງເສດເຫຼືອຈາກສົງຄາມເຊັ່ນ: ໂລ ມາຜະລິດເປັນບ່ວງເພື່ອໃຊ້ສອຍ ແລະ ຂາຍເປັນສິນຄ້າເພື່ອສ້າງລາຍໄດ້ໃຫ້ຄອບຄົວ. ນອກຈາກການຫຼໍ່ບ່ວງແລ້ວ ຍັງມີການຫຼໍ່ເຄື່ອງທີລະນຶກອີກຫຼາກຫຼາຍແບບບໍ່ວ່າຈະເປັນ ການຫຼໍ່ຮູບຊ້າງ, ຮູບເສືອ, ຮູບສິງ, ບວງແຂນ ແລະ ອີກຫຼາຍຢ່າງ. ປັດຈຸບັນນີ້ ມີນັກທ່ອງທ່ຽວຈໍານວນຫຼວງຫຼາຍໄປທ່ຽວຊົມເຄື່ອງຫັດຖະກໍາບ້ານນາເພຍ ແລະ ຊື້ຜະລິດຕະພັນດັ່ງກ່າວ ເຊິ່ງໄດ້ກາຍເປັນທ່າແຮງໃນການພັດທະນາບ້ານແຫ່ງນີ້ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງຊຽງຂວາງ. ຖ້າໃຜທີ່ຢາກໄປທ່ຽວຊົມກໍສາມາດໄປໄດ້ ນອກຈາກເຄື່ອງຫຼໍ່ຕ່າງໆແລ້ວ ຍັງມີຫັດຖະກໍາຕໍາຫູກໄວ້ໃຫ້ນັກທ່ອງທ່ຽວທີ່ໄປທ່ຽວຊົມ …

Read More »