Breaking News

Daily Archives: 26/07/2016

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ ລາສີມັງກອນ: ຜູ້ທີ່ເກີດ 15 ມັງກອນ – 12 ກຸມພາ ການງານ: ຈະມີການຍ້າຍວຽກ ຫຼື ເດີນທາງໄກແບບກະທັນຫັນ ເຊິ່ງຍ້າຍໄປທຳອິດອາດບໍ່ລົງໂຕປານໃດ ແຕ່ຕໍ່ໄປຈະດີເອງ ການເງິນ: ຈະໄດ້ເງິນຈາກວຽກເກົ່າໆ ຫຼື ຈາກການຂາຍເຄື່ອງເກົ່າທີ່ມີຄ່າ ຄວາມຮັກ: ຄົນຮັກທີ່ມາເລັ່ງເອົາຄຳຕອບຈາກທ່ານ ແລະຖ້າທ່ານຍັງບໍ່ພ້ອມ ຢ່າໄປຕອບຕົກລົງ ເພາະອາດຈະມາຖຽງກັນພາຍຫຼັງ   ລາສີກຸມ: ຜູ້ທີ່ເກີດ 13 ກຸມພາ – 15 ມີນາ ການງານ: ທ່ານຈະມີຊື່ສຽງ ແລະ ໄດ້ຮັບຜົນຕອບແທນຈາກວຽກເກົ່າໆ ການເງິນ: ຈະໄດ້ເງິນກ້ອນໃຫຍ່ຈາກການຂາຍເຄື່ອງມີຄ່າ ເຊິ່ງຂາຍໃຫ້ແກ່ໝູ່ເກົ່າ ຄວາມຮັກ: ຄວາມຮັກຍັງບໍ່ທັນດີປານໃດ ຢ່າໄປຕອບຕົກລົງກັບໃຜໃນຊ່ວງນີ້ ເນື່ອງຈາກຍັງບໍ່ມີໃຜ ຈິງຈັງ ແລະ …

Read More »

ດວງປະຈໍາວັນທີ 26 ກໍລະກົດ 2016

ດວງປະຈໍາວັນທີ 26 ກໍລະກົດ 2016 ວັນຈັນ. ການເງິນ: ຜູ້ຍິງທີ່ມີອາຍຸນ້ອຍກວ່າຈະນໍາໂຊກມາໃຫ້ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານການເງິນ. ວຽກງານ: ບໍ່ດີປານໃດ ໃຫ້ທ່ານລະວັງອາດຈະຖືກຫົວໜ້າຕໍາໜິໄດ້ ຄວນປັບປຸງການເຮັດວຽກງານຈຶ່ງຈະໄດ້ເຮັດວຽກຖືກໃຈຫົວໜ້າ. ຄວາມຮັກ: ແຟນເອົາໃຈເປັນພິເສດ ເຮັດໃຫ້ແມ່ນວ່າຈະພົບບັນຫາຫຍັງມາກໍເຮັດໃຫ້ທ່ານຍິ້ມໄດ້. ວັນອັງຄານ. ການເງິນ: ເດັ່ນຫຼາຍ ອາດຈະໄດ້ເງິນກ້ອນໃຫຍ່, ໂຊກກ້ອນໃຫຍ່. ວຽກງານ: ຫົວໜ້າຍອມຮັບໃນສີມືຂອງທ່ານ ອາດຈະຍົກຍ້ອງ ເພື່ອນຮ່ວມວຽກງານໃຫ້ຄວາມຮ່ວມມືດີ. ຄວາມຮັກ: ຄົນທີ່ມີຄູ່ແລ້ວກໍມີແຕ່ຜິດຖຽງກັນຍ້ອນເລື່ອງທີ່ບໍ່ເປັນເລື່ອງ ສ່ວນຄົນໂສດກໍມີແວວວ່າຈະຜິດຫວັງ, ຮັກເຂົາຝ່າຍດຽວ ຄົນທີ່ເຮົາບໍ່ຮັກພັດມາຮັກເຮົາ. ວັນພຸດ. ການເງິນ: ຊ່ວງນີ້ການເງິນບໍ່ຄ່ອຍດີປານໃດ ລາຍຈ່າຍຫຼາຍກວ່າລາຍໄດ້ຮັບ. ວຽກງານ: ຈະໄດ້ເຮັດວຽກງານກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີກໍາລັງໃຈເຮັດວຽກງານຫຼາຍຂຶ້ນ. ຄວາມຮັກ: ລະວັງອາດຈະຜິດຖຽງກັບຄົນຮັກເພາະທ່ານມັກຂຸດຄົ້ນເລື່ອງເກົ່າໆຂຶ້ນມາ. ວັນພະຫັດ. ການເງິນ: ຄົນທີ່ການເງິນບໍ່ດີນັ້ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ. ວຽກງານ: ວຽກຫຼາຍ ແລະ ອາດຈະຖືກກົດດັນຈາກຄົນອ້ອມຂ້າງເຮັດໃຫ້ທ່ານຄຽດຈົນເຖິງຂັ້ນຊຶມເສົ້າ, ກິນບໍ່ໄດ້, ນອນບໍ່ຫຼັບ. ຄວາມຮັກ: ອາດຈະຜິດຖຽງກັບແຟນຢ່າງຮຸນແຮງ ດັ່ງນັ້ນຄວນໃຈເຢັນໄວ້ຈະດີກວ່າ. …

Read More »