Breaking News

Daily Archives: 29/07/2016

”Coach” ກຽມເປີດໂຕ Collection Mickey Mouse

ສາວໆແຟນຄັບ Mickey Mouse ທັງຫລາຍກຽມເງິນໄວ້ເລີຍ ເພາະໃນວັນທີ່ 17ກໍລະກົດນີ້ ແບຣນຊື່ດັງຈາກອາເມລິກາ ”Coach” ຈະມີການເປີດໂຕ Collection ໃໝ່ສຸດພິເສດກັບ Disney ເພື່ອເປັນການສະລອງຄົບຮອບ 75ປີ ຂອງແບຣນ Coach, ງານນີ້ບອກໄດ້ເລີຍວ່າ: ກະເປົາຕ້ອງໜັກ.    

Read More »

ດວງປະຈໍາວັນທີ 29 ກໍລະກົດ 2016

ດວງປະຈໍາວັນທີ 29 ກໍລະກົດ 2016 ວັນຈັນ. ການເງິນ: ຄົນຕ່າງປະເທດຈະໃຫ້ຄວາມຊ່ວຍເຫຼືອ ຫຼື ນໍາໂຊກມາໃຫ້ເຮັດທຸລະກິດການຄ້າກັບຄົນຕ່າງປະເທດ. ວຽກງານ: ຍັງມີບັນຫາມາໃຫ້ແກ້ເລື່ອຍໆ ແລະ ຍັງຕ້ອງແກ້ໄຂບັນຫາຕົນດຽວ ຫາຄົນຊ່ວຍເຫຼືອບໍ່ມີ. ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກເພາະທ່ານຫຶງຫວງ, ຄິດໄປເອງ ຄວາມຮັກຢູ່ໃນຊ່ວງບໍ່ດີປານໃດ ມີຝ່າຍໃດຝ່າຍໜຶ່ງເກືອບຈະທົນບໍ່ໄຫວແລ້ວ. ວັນອັງຄານ. ການເງິນ: ດີຂຶ້ນຫຼາຍ ອາດຈະໄດ້ໂຊກ, ການຂໍສິນເຊື່ອ, ຢືມເງິນຈະໄດ້ສົມໃຈ. ວຽກງານ: ມີນີ້ທ່ານອາດຈະມີຄົນແນະແນວທາງທຸລະກິດ ຫຼື ສະເໜີວຽກງານໃຫ້ຍິ້ມໄດ້. ຄວາມຮັກ: ຄົນມີຄູ່ແລ້ວ ຄົນຮັກຈະປະພຶດຕົນປ່ຽນໄປຈາກເດີມ ເຮັດໃຫ້ທ່ານລະແວງ ແລະ ຜິດຖຽງກັນ ສ່ວນຄົນໂສດໃຫ້ລອງສັງເກດທ່າທີຂອງຄົນທີ່ເຂົ້າມາ ແລ້ວທ່ານຈະຮູ້ເອງວ່າຜູ້ຊາຍຄົນນີ້ຕ້ອງການຫຍັງກັນແທ້ ຢ່າໃຫ້ຄວາມຮັກມາທໍາຮ້າຍຕົວທ່ານໄດ້. ວັນພຸດ. ການເງິນ: ທ່ານໃດທີ່ກໍາລັງເດືອດຮ້ອນເລື່ອງການເງິນແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່. ວຽກງານ: ທ່ານຈະສະເໜີວຽກງານໃດໄປກໍຖືກເພື່ອນຮ່ວມວຽກງານ, ຫົວໜ້າຂັດຄ້ານຕະຫລອດ. ຄວາມຮັກ: ອາດຈະຖືກຜູ້ໃຫຍ່ຂັດຂວາງ ຄົນຮັກເຮັດຫຍັງກໍບໍ່ຖືກໃຈ ຈະຊວນເຂົ້າເຮືອນກໍຍັງບໍ່ໄດ້ ຕ້ອງຮັກແບບຫລົບໆຊ່ອນໆ. ວັນພະຫັດ. …

Read More »