Breaking News

Daily Archives: 02/09/2016

ວິວໍລະດາ ຫຼວງໂຄດ ການອອກກຳລັງກາຍ ໃຫ້ທັງຄວາມສຸກ ແລະ ສຸຂະພາບທີ່ດີ

ເຈົ້າຂອງຟິດເນັດລູກຊອດ ລາວ-ຫວຽດ ອາຍຸ 37 ປີ ວິວໍລະດາ ຫຼວງໂຄດ ເກີດ ແລະ ໃຫຍ່ ຢູ່ໃນປະເທດລາວ ປັດຈຸບັນສ້າງທຸລະກິດຟິດເນັດ ອັບທູຢູ ຢູ່ຕໍ່ໜ້າໂຮງຮຽນເລກ 9 ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາຍໃນຮ້ານມີເຄື່ອງຫຼີ້ນຟິດເນັດຄົບວົງຈອນ ໂດຍການເປັນເຈົ້າຂອງພຽງຜູ້ດຽວ. “ເລີ່ມຈາກຕົນເອງແຕ່ງດອງແລ້ວໄດ້ລູກ 4 ຄົນ ເຮັດໃຫ້ຮຸ່ນບໍ່ງາມຄືຕອນເປັນສາວ ເລີຍມີຄວາມຄິດຢາກເຂົ້າຟິດເນັດ ແຕ່ຊອກເຂົ້າຫຼິ້ນຟິດເນັດສຳລັບແມ່ຍິງບໍ່ຄ່ອຍມີ ເລີຍມີຄວາມຄິດສົນໃຈຈົນເກີດ ແນວຄິດໃໝ່ໆ ພ້ອມກັບຕັ້ງຄຳຖາມໃຫ້ຕົນເອງວ່າ: “ຖ້າມີຟິດເນັດສຳລັບແມ່ຍິງຈະດີບໍ່?” ເລີຍຕັດສິນໃຈຕັ້ງຮ້ານຟິດເນັດເປັນຂອງຕົນເອງ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທຸກໆກຸ່ມທີ່ສົນໃຈອອກກຳລັງກາຍ, ຮັກສາສຸຂະພາບ ໂດຍສະເພາະແມ່ນ ກຸ່ມແມ່ຍິງ ແລະ ເພື່ອໃຫ້ລູກຄ້າມີເຄື່ອງຫຼີ້ນຟິດເນັດທີ່ຄົບວົງຈອນນຳອີກ”. ຫາກທ່ານໃດສົນໃຈອ່ານຕໍ່ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈ ສະບັບ 109 ປະຈໍາເດືອນ ສິງຫາ 2016

Read More »

5 ວິທີບໍລິຫານເງິນເມື່ອຮຽນຈົບໃໝ່

ເລື່ອງການເງິນໃນຊີວິດປະຈໍາວັນ ເປັນເລື່ອງທີ່ບໍ່ມີສອນໃນໂຮງຮຽນ ຫຼື ມະຫາວິທະຍາໄລ ເຮັດໃຫ້ຫຼາຍຄົນບໍ່ຄ່ອຍສົນໃຈ ທັງທີ່ເປັນເລື່ອງສຳຄັນ ເພາະສະພາບທາງການເງິນ ບົ່ງບອກເຖິງສະຖານະພາບ ຫຼື ຄຸນນະພາບຊີວິດຂອງແຕ່ລະຄົນໄດ້ເປັນຢ່າງດີ ດັ່ງນັ້ນ, ຖ້າໃຜຢາກມີຄຸນນະພາບຊີວິດທີ່ດີ ວາລະສານຂວັນໃຈ ກໍ່ມີວິທີບໍລິຫານເງິນມາຝາກ. 1ຈົດລາຍການທີ່ຈຳເປັນຕ້ອງຈ່າຍທຸກເດືອນ ເຊັ່ນ: ຄ່າເຮືອນ, ຄ່ານໍ້າ-ຄ່າໄຟ, ຄ່າໂທລະສັບ, ຄ່າເດີນທາງ… ເມື່ອເງິນເດືອນອອກ ໃຫ້ນຳເງິນໄປຊຳລະຄ່າໃຊ້ຈ່າຍໃນສ່ວນນີ້ທັນທີ. 2ທ້ອນໄວ້ຢ່າງນ້ອຍເດືອນລະ 10% ຂອງລາຍໄດ້: ຖ້າເງິນຈໍານວນນີ້ ຍັງມີບໍ່ຫຼາຍພໍທີ່ຈະນໍາໄປລົງທຶນຕໍ່ຍອດ ແນະນໍາໃຫ້ຝາກປະຈຳທາງທະນາຄານ ເພາະຈະໄດ້ດອກເບ້ຍທີ່ສູງກວ່າການຝາກປະຢັດທົ່ວໄປ. 3ຊອກງົບປະມານທີ່ສາມາດໃຊ້ຈ່າຍໄດ້ໃນແຕ່ລະມື້: ໂດຍ ( ເອົາເງິນເດືອນ-ລາຍຈ່າຍທີ່ຈໍາເປັນ-ເງິນປະຢັດ ) ຫານໃຫ້ 30 ວັນ.ເຮົາກໍ່ຈະສາມາດໃຊ້ໄດ້ໃນແຕ່ລະມື້ ເພື່ອຄວາມບໍ່ປະໝາດໃນການໃຊ້ຈ່າຍເກີນງົບ. 4ຂຽນບັນທຶກລາຍຮັບລາຍຈ່າຍ ບໍ່ຕ້ອງເຮັດໃຫ້ຫຍຸ້ງຍາກ ຂໍພຽງແຕ່ສາມາດບັນທຶກໄດ້ໃນແຕ່ລະມື້ ເຮົາຈ່າຍເງິນໄປກັບຫຍັງແດ່ ແລະ ທຸກທ້າຍເດືອນ ຢ່າລືມສະຫຼຸບຍອດລາຍຮັບ-ລາຍຈ່າຍ ເພື່ອທີ່ຈະໄດ້ເຫັນວ່າ ເຮົາໃຊ້ຈ່າຍເງິນໄດ້ຢ່າງເໝາະສົມຫຼືບໍ່. 5ຊື້ເຄື່ອງໃນທ້າຍເດືອນ ສໍາລັບຄົນທີ່ຮຽນຈົບໃໝ່ ເງິນທີ່ຈະຊື້ເຄື່ອງອາດມີບໍ່ຫຼາຍເທົ່າໃດ …

Read More »

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້ ຖ້າທ່ານຢາກໃຫ້ຜິວພັນສົດໃສອອກມາຈາກທາງໃນນີ້ຄືສິ່ງທີ່ຂາດບໍ່ໄດ້ໃນທຸກມື້: ສານຕໍ່ຕ້ານອະນຸມູນອິດສະລະເຊັ່ນ: ວິຕາມິນA,C ແລະ E ທີ່ຈະຊ່ວຍຟື້ນຟູໃຫ້ຜິວພັນສົດໃສໄດ້ເຊິ່ງສານຕໍ່ຕ້ານອະນຸມູນອິດສະລະພວກນີ້ມີຢູ່ໃນຜັກ ແລະ ໝາກໄມ້ຕ່າງໆ. ການນວດ ຜິວພັນຄ່ອຍໆທຸກມື້ຈະຊ່ວຍກະຕຸ້ນລະບົບໝູນວຽນໃນຜິວໄດ້ ຂັ້ນຕອນນີ້ທ່ານສາມາດເຮັດໃນເວລາທາຜິວພັນໄດ້ ໂດຍນວດເປັນວົງມົນໄປທົ່ວໜ້າ. ຄວາມຊຸ່ມຊື່ນ ຫຼັງຈາກລ້າງໜ້າທຸກເທື່ອທ່ານຄວນເພິ່ມຄວາມຊຸ່ມຊື່ນດ້ວຍຜະລິດຕະພັນຊະນິດຄີມ, ນໍ້າມັນ ຫຼື ໂລຊັ່ນເພາະຄວາມຊຸ່ມຊື່ນນນອກຈາກຈະເຮັດໃຫ້ຜິວພັນອ່ອນນຸ່ມແລ້ວ ຍັງຊ່ວຍປົກປ້ອງຜິວພັນໃຫ້ທ່ານອີກດ້ວຍ. ນໍ້າ ທ່ານອາດຈະໄດ້ຍິນໄດ້ຟັງມາຫຼາຍແລ້ວວ່າຄວນດື່ມນໍ້າຫຼາຍໆໃນແຕ່ລະມື້ເພາະການດື່ມນໍ້າບໍ່ພຽງພໍມັນຈະສົ່ງຜົນໃຫ້ຜິວພັນໝົ່ນໝອງ ແລະ ບໍ່ມີຊີວິດຊີວາໄດ້. ຄີມກັນແດດ ຜິວພັນຂອງທ່ານຕ້ອງການປົກປ້ອງຈາກລັງສີຢູວີ ໃນແສງແດດທຸກມື້ ສະນັ້ນຄວນທາຄີມກັນແດດທີ່ຄ່າ SPF30 ເທິ່ງຜິວພັນ ບໍ່ວ່າມື້ນັ້ນຝົນຈະຕົກ ຫຼື ແດດຈະອອກ.

Read More »

ດວງປະຈໍາ ວັນທີ 2 ກັນຍາ 2016.

ດວງປະຈໍາ ວັນທີ 2 ກັນຍາ 2016. ວັນຈັນ. ການເງິນ: ຍັງບໍ່ຄ່ອຍດີປານໃດ ຊ່ວງນີ້ລາຍໄດ້ຂອງທ່ານຈະຫຼຸດນ້ອຍລົງ. ວຽກງານ: ວຽກງານມື້ນີ້ເດັ່ນເປັນພິເສດ ທ່ານຈະໄດ້ຮັບການຊ່ວຍເຫຼືອອຸປະຖໍາຈາກຜູ້ໃຫຍ່ ຜູ້ທີ່ຈະໃຫ້ຄໍາແນະນໍາ, ປຶກສາທີ່ດີ. ຄວາມຮັກ: ບັນຫາຮັກທີ່ເຄີຍມີຈະສາມາດຜ່ານໄປໄດ້ ເພາະທ່ານກັບຄົນຮັກພະຍາຍາມປັບຕົວເຂົ້າຫາກັນ. ວັນອັງຄານ. ການເງິນ: ອາດຈະໄດ້ໂຊກລາບຈາກການສ່ຽງໂຊກ ຫຼື ມີໂຊກລາບເປັນຂອງຂັວນທີ່ມີຄ່າ. ວຽກງານ: ຈະໄດ້ເຮັດວຽກກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງ ໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີພະລັງໃຈເຮັດວຽກຫຼາຍຂຶ້ນ. ຄວາມຮັກ: ຄົນໂສດອາດຈະມີຄົນມາເຂົ້າມາຈີບ ຫຼື ມາຂໍເບີ້ໂທຕິດຕໍ່ ແຕ່ທ່ານຍັງບໍ່ກ້າທີ່ຈະຮັກໃຫ້ລອງຂ້າມຜ່ານຄວາມຢ້ານໄປແລ້ວທ່ານອາດຈະພົບວ່າຜູ້ຊາຍຄົນນີ້ກໍມີດີຄືກັນ. ວັນພຸດ. ການເງິນ: ຄົນທີ່ເດືອດຮ້ອນເລື່ອງການເງິນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງ. ວຽກງານ: ຄົນທີ່ເປັນລູກຈ້າງລະວັງຫົວໜ້າບັງຄັບໃຫ້ເຮັດໃນສິ່ງທີ່ທ່ານບໍ່ຢາກເຮັດ ຫຼື ຖືກຄົນຢູ່ໃນບ່ອນເຮັດວຽກເອົາປຽບ. ຄວາມຮັກ: ລະວັງຖືກຄົນອ້ອມຂ້າງໃສ່ຮ້າຍປ້າຍສີໃຫ້ແຟນທ່ານບໍ່ໄວ້ໃຈທ່ານ ຈົນກາຍເປັນເລື່ອງຜິດຖຽງກັນ. ວັນພະຫັດ. ການເງິນ: ມື້ື້ນີ້ທ່ານອາດຈະໄດ້ໂຊກລາບ ຫຼື ສິ່ງຂອງທີ່ມີລາຄາ. ວຽກງານ: ລະວັງການເຈລະຈາ ການເຮັດຂໍ້ຕົກລົງຫຍັງກໍຕາມໃຫ້ພິຈາລະນາໃຫ້ຮອບດ້ານຮອບຄອບບໍ່ດັ່ງນັ້ນທ່ານອາດເປັນຝ່າຍເສຍປຽບ. ຄວາມຮັກ: ລະວັງຈະເປັນໂສດແບບບໍ່ທັນຕັ້ງຕົວ …

Read More »

6 ເທຣນສີຜົມຕ້ອນຮັບລະດູຮ້ອນ.

6 ເທຣນສີຜົມຕ້ອນຮັບລະດູຮ້ອນ. ເຂົາວ່າກັນວ່າ“ ຖ້າຢາກປ່ຽນຕົນເອງໃຫ້ເລີ່ມຕົ້ນທີ່ສີຜົມ ”ບອກໄດ້ເລີຍວ່າເຫັນໄດ້ 100% ເລີຍເພາະສີຜົມນີ້ແຫລະເປັນຕົວກໍານົດລຸກຂອງເຮົາໄດ້ ແຕ່ຈະຖືກກາລະເທສະບໍ່ກໍອີກເລື່ອງໜຶ່ງ ແລະ ຢ່າຊັກຊ້າເພາະ ວາລະສານຂັວນໃຈ ກໍມີເທຣນສີຜົມປີ 2016 ມາບອກດັ່ງລຸ່ມນີ້: Go GREY. ໃຜວ່າສີຂີ້ເຖົ່າເຮັດແລ້ວເຖົ້າ ມັນບໍ່ແມ່ນເລື່ອງຈິງເລີຍ ເພາະສາວໆຫຼາຍປະເທດກໍຫັນປ່ຽນສີຜົມເປັນສີຂີ້ເຖົ່າກັນແລ້ວ ສາວໆຄົນໃດທີ່ຢາກເຮັດສີຜົມນີ້ຢ່າຊັກຊ້າລອງເຮັດໄດ້ເລີຍ. Golden BROWN. ສີນໍ້າຕານທອງເປັນອີກສີໜຶ່ງທີ່ສາວໆນິຍົມປ່ຽນກັນ ເພາະນອກຈາກຈະຊ່ວຍເພີ່ມແບບໃຫ້ເບິ່ງເກ໋ ແລະ ເບິ່ງເປັນສາວຫ້າວຂຶ້ນມາອີກລະດັບໜຶ່ງແລ້ວຍັງຊ່ວຍໃຫ້ໃບໜ້າແຈ່ມໃສຂຶ້ນອີກດ້ວຍ. Ash Grey. ສີທີ່ສາວໆຫຼາຍຄົນຢາກເຮັດ ບາງເທື່ອກໍລັງເລວ່າເຮັດແລ້ວຈະຄືບໍ? ຖ້າຢາກຈະງາມຕ້ອງໄປໃຫ້ສຸດທາງ ຈັດໄປເລີຍສີAsh Greyປ່ຽນລຸກຂອງທ່ານຮັບ ລະດູຮ້ອນແນ່ນອນ. Rose Gold. ຖືໄດ້ວ່າເປັນສີມາແຮງອີກສີໜຶ່ງທີ່ດັງລະເບີດຂ້າມປີມາຈາກປີທີ່ຜ່ານມາເປັນສີທອງອົມບົວທີ່ມີໃຫ້ເລືອກຫຼາຍລະດັບ ທັງບົວເກືອບທັງໝົດ ຫຼື ຈະສີ Blonde ແລ້ວໃສ່ປາຍຜົມສີບົວກໍໄດ້ຄືກັນ. 5. Dirty Blonde. ເປັນອີກໜຶ່ງສີທີ່ຂາດບໍ່ໄດ້ປະຈໍາປີນີ້ຄືສີ Blonde ສີຜົມປາບຊຽນສໍາລັບສາວໆ ແຕ່ໃຜຈະວ່າຮຽນແບບສາວຝຣັ່ງກໍຢ່າໄປສົນ.   …

Read More »