Breaking News

Daily Archives: 03/09/2016

ໂລກຂອງຂ້ອຍ ໂລກບາບີ້

ນາງ ປີຍະມາດ ພູນປະເສີດ ( ບາບີ້ ) ສະຖານະພາບ : ໂສດ ການສຶກສາ ຈົບຈາກ ມະຫາວິທະຍາໄລແຫ່ງຊາດ ຄະນະ ເສດຖະສາດ – ບໍລິຫານທຸລະກິດທົ່ວໄປ ສາວ Hot ທີ່ມີທັງຄວາມໜ້າຮັກສົດໃສ ແລະ ມີຜົນງານທີ່ໂດດເດັ່ນໃນວົງການບັນເທີງມາຫຼາຍປີຕັ້ງແຕ່ເປັນສາວນ້ອຍ ຈົນດຽວນີ້ເປັນສາວເຕັມຕົວ ແລະ ເປັນທີ່ໝາຍປອງຂອງຊາຍໜຸ່ມຫຼາຍຄົນ ແຕ່ກໍ່ຕ້ອງອົກຫັກດັງປ້ຽງໄປພ້ອມໆກັນ ເພາະສາວຫວານ ຄົນງາມຕ້ອງມີເຈົ້າຂອງຫົວໃຈແນ່ນອນ ທີ່ມານັ່ງເຝົ້າເອົາອົກເອົາໃຈບໍ່ໃຫ້ພາດສາຍຕາ ກັບໜຸ່ມນັກຮ້ອງດັງ ລະດັບ ໂຕພໍ່ເພງແລັບລາວ ຂັ້ນເທບ ທີ່ບໍ່ມີໃຜບໍ່ຮູ້ຈັກ ແລະ ຄວາມດັງກໍ່ຕ້ອງມາ ພ້ອມຂ່າວດ້ານບວກ ແລະ ດ້ານລົບຄຽງຄູ່ກັນໄປ ສະນັ້ນ ສາວບາບີ້ຄົນງາມ ນອກຈາກຈະມາຖ່າຍ ແບບຕຸກກະຕາສາວໃນວາລະສານຂວັນໃຈສະບັບນີ້ແລ້ວ ຍັງຈະມາເຄຍປະເດັນທີ່ຫຼາຍຄົນ ເມົ້າມອຍໃນໂລກອອນລາຍໜາຫູກັບຫຼາຍໆປະເດັນ ດັ່ງນັ້ນເພື່ອບໍ່ເປັນການຊັກຊ້າເສຍເວລາເຮົາມາພົບກັບການຖ່າາຍແບບງາມໆຂອງສາວບາບີ້ພ້ອມຄໍາຕອບໃນປະເດັນຮ້ອນໆກັນເລີຍ: ສະບາຍດີສາວງາມຊ່ວຍແນະນຳຕົວເອງໃຫ້ຜູ້ອ່ານໄດ້ຮູ້ຊື່ສຽງຮຽງນາມອີກຈັກບາດໜຶ່ງ ? ໂດຍ! ສະບາຍດີບາບີ້ເດີ້ຫຼືນາງປີຍະມາດ ພູນປະເສີດ …

Read More »