Breaking News

Daily Archives: 05/09/2016

ມະຫະກຳທ່ອງທ່ຽວອະນຸລັກອາຊຽນ ASEAN ECOTOURISM FORUM 2016

ປິດສາກຢ່າງສະຫງ່າງາມ ທີ່ເມືອງປາກເຊ ແຂວງຈຳປາສັກ ປີນີ້ຖືເປັນປີທອງຂອງການທ່ອງທ່ຽວລາວ ເນື່ອງຈາກ ສປປ ລາວ ເປັນປະທານອາຊຽນ ເຊິ່ງຈະມີຫລາຍໆກອງປະຊຸມທີ່ສຳຄັນຖືກຈັດຂຶ້ນ ຢູ່ດິນແດນທີ່ສວຍງາມ ແລະ ຮັ່ງມີແຫ່ງນີ້ ສຳລັບກອງປະຊຸມທ່ອງທ່ຽວແບບອະນຸລັກອາຊຽນ ຫລື ASEAN Eco-Tourism Forum 2016 ໄດ້ປິດສາກລົງຢ່າງສະຫງ່າງາມ ລະຫວ່າງວັນທີ 22-23 ມີຖຸນາ 2016 ນີ້. ຫາກທ່ານໃດສົນໃຈອ່ານຕໍ່ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈ ສະບັບ 109 ປະຈໍາເດືອນ ສິງຫາ 2016

Read More »

ເລືອກວຽກທຳອິດໃຫ້ ເໝາະສຳລັບຕົນເອງ.

ນັກສຶກສາຈົບໃໝ່ຫຼາຍຄົນອາດຊອກວຽກທີ່ຕົນເອງຮັກ ແລະ ຢາກເຮັດໄດ້ແລ້ວ ແຕ່ກໍ່ມີຈຳນວນບໍ່ໜ້ອຍທີ່ຍັງບໍ່ຮູ້ວ່າຕົວເອງຢາກເຮັດຫຍັງ ວຽກໃດຈະເປັນວຽກທຳອິດໃນຊີວິດທີ່ມັກ ທັງເໝາະສົມສຳລັບຕົວເອງ ເຊິ່ງວາລະສານຂວັນໃຈສະບັບນີ້ ມີເຄັດລັບສັ້ນໆ ໃຫ້ນ້ອງໆເອົາໄປໄວ້ອ່ານເປັນຄູ່ມືໃນການເລືອກວຽກທຳອິດສຳລັບເຮົາ ເພື່ອຈະໄດ້ເລີ່ມຊີວິດການເປັນຜູ້ໃຫຍ່ເຕັມຕົວໄດ້ຢ່າງສົດໃສ ແລະ ເລີ່ມຕົ້ນອາຊີບພະນັກງານ. ທຳອິດ ເຮົາຕ້ອງ “ຮູ້ຈັກຕົວເອງ” ການຄົ້ນຫາຕົວເອງອາດເລີ່ມຈາກສິ່ງທີ່ເຮົາມັກເຮັດ ເວລາເຮັດແລ້ວມີຄວາມສຸກ ແລ້ວລອງປ່ຽນສິ່ງທີ່ມັກໃຫ້ເປັນວຽກ ຫຼື ຫາວຽກຈາກສິ່ງທີ່ເຮົາມັກເຮັດນັ້ນ. ຕໍ່ມາ “ຊອກແຮງບັນດານໃຈໃນການເຮັດວຽກ” ອາດເປັນວຽກທີ່ສ້າງຜົນປະໂຫຍດໃຫ້ກັບຕົວເຮົາໄດ້ ແລະ ສັງຄົມ ເປັນວຽກທີ່ເຮັດແລ້ວເຮົາຮູ້ສຶກດີ ວຽກນັ້ນກໍຈະເປັນວຽກທີ່ເໝາະສຳລັບເຮົາໃນກ້າວທຳອິດ. ສິ່ງສຳຄັນເຮົາຕ້ອງ “ເລືອກວຽກທີ່ເຮົາຖະນັດ” ເວລາເຮັດວຽກເຮົາຈະຮູ້ສຶກວ່າບໍ່ຕ້ອງຝືນ ແລະ ບໍ່ຕ້ອງໃຊ້ຄວາມພະຍາຍາມຢ່າງໜັກ ຫຼື ບໍ່ຕ້ອງໃຊ້ເວລາໃນການເຮັດວຽກຢ່າງຫຼາຍ ເພື່ອເຮັດໃຫ້ຜົນງານສຳເລັດແຕ່ລະອັນ ການເຮັດວຽກຈະເປັນໄປຢ່າງລຽບງ່າຍໄວວາ. ເຮົາຄວນ “ເຮັດວຽກພິເສດທີ່ຫຼາກຫຼາຍກ່ອນສະໝັກວຽກແທ້” ການໄດ້ທົດລອງເຮັດວຽກພິເສດ ຫຼື ຝຶກງານຕາມສະຖານທີ່ຕ່າງໆ ຈະເຮັດໃຫ້ເຮົາຮູ້ຈັກຕົວເອງໄດ້ຈະແຈ້ງ ແລະ ໄວຂຶ້ນຈາກປະສົບການວ່າ ຕ້ອງການເຮັດວຽກຫຍັງ ວຽກຫຍັງທີ່ແມ່ນສຳລັບເຮົາ ສິ່ງທີ່ຂາດບໍ່ໄດ້ຄືເຮົາຕ້ອງ “ຄົ້ນຫາຂໍ້ມູນກ່ຽວກັບອາຊີບທີ່ຫຼາກຫຼາຍ” ການຄົ້ນຫາຂໍ້ມູນ ແລະ …

Read More »

6 ເທຣນສີຜົມຕ້ອນຮັບລະດູຮ້ອນ.

ເຂົາວ່າກັນວ່າ“ ຖ້າຢາກປ່ຽນຕົນເອງໃຫ້ເລີ່ມຕົ້ນທີ່ສີຜົມ ”ບອກໄດ້ເລີຍວ່າເຫັນໄດ້ 100% ເລີຍເພາະສີຜົມນີ້ແຫລະເປັນຕົວກໍານົດລຸກຂອງເຮົາໄດ້ ແຕ່ຈະຖືກກາລະເທສະບໍ່ກໍອີກເລື່ອງໜຶ່ງ ແລະ ຢ່າຊັກຊ້າເພາະ ວາລະສານຂັວນໃຈ ກໍມີເທຣນສີຜົມປີ 2016 ມາບອກດັ່ງລຸ່ມນີ້: Go GREY. ໃຜວ່າສີຂີ້ເຖົ່າເຮັດແລ້ວເຖົ້າ ມັນບໍ່ແມ່ນເລື່ອງຈິງເລີຍ ເພາະສາວໆຫຼາຍປະເທດກໍຫັນປ່ຽນສີຜົມເປັນສີຂີ້ເຖົ່າກັນແລ້ວ ສາວໆຄົນໃດທີ່ຢາກເຮັດສີຜົມນີ້ຢ່າຊັກຊ້າລອງເຮັດໄດ້ເລີຍ. Golden BROWN. ສີນໍ້າຕານທອງເປັນອີກສີໜຶ່ງທີ່ສາວໆນິຍົມປ່ຽນກັນ ເພາະນອກຈາກຈະຊ່ວຍເພີ່ມແບບໃຫ້ເບິ່ງເກ໋ ແລະ ເບິ່ງເປັນສາວຫ້າວຂຶ້ນມາອີກລະດັບໜຶ່ງແລ້ວຍັງຊ່ວຍໃຫ້ໃບໜ້າແຈ່ມໃສຂຶ້ນອີກດ້ວຍ. Ash Grey. ສີທີ່ສາວໆຫຼາຍຄົນຢາກເຮັດ ບາງເທື່ອກໍລັງເລວ່າເຮັດແລ້ວຈະຄືບໍ? ຖ້າຢາກຈະງາມຕ້ອງໄປໃຫ້ສຸດທາງ ຈັດໄປເລີຍສີAsh Greyປ່ຽນລຸກຂອງທ່ານຮັບ ລະດູຮ້ອນແນ່ນອນ. Rose Gold. ຖືໄດ້ວ່າເປັນສີມາແຮງອີກສີໜຶ່ງທີ່ດັງລະເບີດຂ້າມປີມາຈາກປີທີ່ຜ່ານມາເປັນສີທອງອົມບົວທີ່ມີໃຫ້ເລືອກຫຼາຍລະດັບ ທັງບົວເກືອບທັງໝົດ ຫຼື ຈະສີ Blonde ແລ້ວໃສ່ປາຍຜົມສີບົວກໍໄດ້ຄືກັນ. 5. Dirty Blonde. ເປັນອີກໜຶ່ງສີທີ່ຂາດບໍ່ໄດ້ປະຈໍາປີນີ້ຄືສີ Blonde ສີຜົມປາບຊຽນສໍາລັບສາວໆ ແຕ່ໃຜຈະວ່າຮຽນແບບສາວຝຣັ່ງກໍຢ່າໄປສົນ. Play in Pastel. ມາເຖິງສີສຸດທ້າຍທີ່ຫຼາຍຄົນຕ້ອງການ …

Read More »

ວິວໍລະດາ ຫຼວງໂຄດ ການອອກກຳລັງກາຍ ໃຫ້ທັງຄວາມສຸກ ແລະ ສຸຂະພາບທີ່ດີ

ເຈົ້າຂອງຟິດເນັດລູກຊອດ ລາວ-ຫວຽດ ອາຍຸ 37 ປີ ວິວໍລະດາ ຫຼວງໂຄດ ເກີດ ແລະ ໃຫຍ່ ຢູ່ໃນປະເທດລາວ ປັດຈຸບັນສ້າງທຸລະກິດຟິດເນັດ ອັບທູຢູ ຢູ່ຕໍ່ໜ້າໂຮງຮຽນເລກ 9 ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາຍໃນຮ້ານມີເຄື່ອງຫຼີ້ນຟິດເນັດຄົບວົງຈອນ ໂດຍການເປັນເຈົ້າຂອງພຽງຜູ້ດຽວ. “ເລີ່ມຈາກຕົນເອງແຕ່ງດອງແລ້ວໄດ້ລູກ 4 ຄົນ ເຮັດໃຫ້ຮຸ່ນບໍ່ງາມຄືຕອນເປັນສາວ ເລີຍມີຄວາມຄິດຢາກເຂົ້າຟິດເນັດ ແຕ່ຊອກເຂົ້າຫຼິ້ນຟິດເນັດສຳລັບແມ່ຍິງບໍ່ຄ່ອຍມີ ເລີຍມີຄວາມຄິດສົນໃຈຈົນເກີດ ແນວຄິດໃໝ່ໆ ພ້ອມກັບຕັ້ງຄຳຖາມໃຫ້ຕົນເອງວ່າ: “ຖ້າມີຟິດເນັດສຳລັບແມ່ຍິງຈະດີບໍ່?” ເລີຍຕັດສິນໃຈຕັ້ງຮ້ານຟິດເນັດເປັນຂອງຕົນເອງ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທຸກໆກຸ່ມທີ່ສົນໃຈອອກກຳລັງກາຍ, ຮັກສາສຸຂະພາບ ໂດຍສະເພາະແມ່ນ ກຸ່ມແມ່ຍິງ ແລະ ເພື່ອໃຫ້ລູກຄ້າມີເຄື່ອງຫຼີ້ນຟິດເນັດທີ່ຄົບວົງຈອນນຳອີກ”. ຫາກທ່ານໃດສົນໃຈອ່ານຕໍ່ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈ ສະບັບ 109 ປະຈໍາເດືອນ ສິງຫາ 2016

Read More »