Breaking News

Daily Archives: 03/10/2016

ກຽມຜະລິດລາຍການໂທລະພາບ “ອາຍຸນ້ອຍ 100 ລ້ານ” ໃນລາວ

ໂທລະພາບ TV Lao ເຊັນສັນຍາກັບ Mushroom TV ກຽມຜະລິດລາຍການໂທລະພາບ “ອາຍຸນ້ອນ 100 ລ້ານ” ເຊິ່ງເປັນລາຍການທີ່ໄດ້ຮັບຄວາມນິຍົມໃນປະເທດໄທ ທີ່ນໍາສະເໜີກ່ຽວກັບ ປະຫວັດຄວາມເປັນມາ ໃນການດໍາເນີນທຸລະກິດຂອງນັກທຸລະກິດໜຸ່ມ ກໍຄື ຜູ້ລິເລີ່ມການເຮັດທຸລະກິດໃໝ່ ທີ່ປະສົບຜົນສຳເລັດ. ນອກນັ້ນ, ຍັງໄດ້ສະເໜີກ່ຽວກັບແຮງບັນດານໃຈ, ສິ່ງທ້າທາຍ ແລະ ການຂະຫຍາຍຕະຫຼາດອອກສູ່ອາຊຽນ ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 30 ກັນຍາ 2016 ທີ່ ໂທລະພາບ ທີວີລາວ ໂດຍການເຊັນສັນຍາລະຫວ່າງທ່ານ ດຣ ຫົງຄໍາ ສຸວັນນະວົງ ປະຖານສະຖານີໂທລະພາບທີວີລາວ ທັງເປັນປະທານສະມາຄົມທຸລະກິດໜຸ່ມແຫ່ງຊາດ ກັບ ທ່ານ ອັກຄະຣັດ ນິຕິພົນ ປະທານເຈົ້າໜ້າທີບໍລິຫານ ບໍລິສັດ Mushroom TV ມີບັນດາແຂກຖືກເຊີນ ແລະ ສື່ມ່ວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ. ເຊິ່ງລາຍການດັ່ງກ່າວຈະ ເລີ່ມອອກສາຍໃນພາຍເດືອນ 10 ເປັນຕົ້ນໄປ …

Read More »

ຄຳເວົ້າທີ່ໃຫ້ກຳລັງໃຈຕົນເອງໃນເວລາຜິດພາດ

ຄວາມຜິດພາດທີ່ເກີດຂຶ້ນ ເຖິງວ່າຈະເປັນພຽງເລື່ອງເລັກໜ້ອຍກໍຕາມ ບໍ່ວ່າຈະເປັນເລື່ອງວຽກ ຫຼື ເລື່ອງອື່ນໆ ເມື່ອມັນເກີດຂຶ້ນມາແລ້ວ ມັນກໍເປັນເລື່ອງຍາກທີ່ເຮົາຈະປະຕິເສດມັນໄດ້ ວ່າມັນບໍ່ໄດ້ເກີດຂຶ້ນ ໃນເມື່ອມັນເກີດຂຶ້ນແລ້ວ ເຊິ່ງມັນໄດ້ສ້າງຄວາມລຳບາກໃຈໃຫ້ແກ່ທ່ານ ແລະ ເພື່ອນຮ່ວມງານ. ແນ່ນອນວ່າ: ບໍ່ມີໃຜຢາກໃຫ້ຄວາມຜິດພາດຢູ່ນຳຕົນເອງໄປດົນໆ ເວລາໃດກໍຕາມເມື່ອເຮົາຮູ້ສຶກວ່າ ຕົນເອງກຳລັງເຄັ່ງຕຶງຈາກການເຮັດວຽກ ກໍຢ່າລືມ ບອກ 7 ປະໂຫຍດດີໆ ທີ່ວາລະສານຂວັນໃຈໄດ້ນຳມາຝາກໃຫ້ແກ່ຜູ້ອ່ານ ເພື່ອບໍ່ໃຫ້ເຮົາໂທດຕົນເອງ ແລະ ຄິດຫຼາຍ ແລ້ວທ່ານຈະຮູ້ວ່າ ຄວາມຜິດພາດທີ່ເກີດຂຶ້ນບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ ແຕ່ເປັນບົດຮຽນໜຶ່ງທີ່ຈະຊ່ວຍໃຫ້ເຮົາຮຽນຮູ້ ແລະ ຄ່ອຍໆກ້າວໄປຂ້າງໜ້າເທົ່ານັ້ນ. ຈັກໜ້ອຍມັນກໍຜ່ານໄປ ບັນຫາຕ່າງໆ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ມັນບໍ່ມີມື້ທີ່ຈະຢູ່ກັບເຮົາດົນ ເມື່ອມັນເຂົ້າມາແລ້ວ ມັນກໍຈະຜ່ານໄປ ເພາະມັນມີອາຍຸສັ້ນຢູ່ແລ້ວ ພຽງແຕ່ປິ່ນຫຼັງໃສ່ມັນ ບັນຫາເຫຼົ່ານັ້ນກໍບໍ່ສາມາດເຮັດຫຍັງເຮົາໄດ້ ແຕ່ການປິ່ນຫຼັງໃສ່ກັບບັນຫານັ້ນໝາຍຄວາມວ່າ ເຮົາກຳລັງຫາທາງແກ້ໄຂກັບມັນຢູ່ ໂດຍການທີ່ບໍ່ຍອມໃຫ້ມັນມາເຮັດໃຫ້ເຮົາທຸກໃຈ ບໍ່ໄດ້ໝາຍຄວາມວ່າ ເຮົາຈະແລ່ນໜີບັນຫານັ້ນໆພຽງຢ່າງດຽວ. ເຮັດໃຫ້ດີທີ່ສຸດ ເມື່ອໃດກໍຕາມ ເຮົາຮູ້ສຶກຜິດຫວັງ ບໍ່ຕ້ອງໂທດຕົວເອງ ສິ່ງທີ່ເຮົາຕ້ອງເຮັດນັ້ນ …

Read More »

ຄຳເວົ້າທີ່ໃຫ້ກຳລັງໃຈຕົວເອງໃນເວລາຜິດພາດ

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ ວ່ານຫາງແຂ້ ວ່ານຫາງແຂ້ ນອກຈາກໃຊ້ໃນການບໍາລຸງຜິວພັນແລ້ວຍັງຊ່ວຍປິ່ນປົວອາການຄັນໜັງຫົວທີ່ເກີດຈາກຂີ້ຫົວ ແລະ ບັນຫາຜົມຫຼົ່ນໄດ້ຢ່າງດີ ວິທີໃຊ້ກໍງ່າຍໆເລີ່ມຈາກນໍາເອົາເຈວຂອງວ່ານຫາງແຂ້ທາເທິງໜັງຫົວຈົນທົ່ວແລ້ວປະໄວ້ 2 – 3 ຊົ່ວໂມງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ຄວນເຮັດຢ່າງນ້ອຍອາທິດລະ 3-4 ເທື່ອ ຮັບຮອງວ່າບັນຫາຂີ້ຫົວຈະໝົດໄປ. ນໍ້າເຜິ້ງປະສົມໄຂ່ແດງ. ເປັນວິທີທີ່ງ່າຍທີ່ສຸດໃນການປິ່ນປົວບັນຫາຜົມຫຼົ່ນ ພຽງແຕ່ປະສົມນໍ້າເຜິ້ງກັບໄຂ່ແດງໃຫ້ເຂົ້າກັນແລ້ວນໍາເອົາໄປນວດໜັງຫົວຄ່ອຍໆໃຫ້ທົ່ວ ປະໄວ້ປະມານ 30 ນາທີແລ້ວລ້າງອອກດ້ວຍການສະຜົມຕາມປົກກະຕິ ນໍ້າເຜິ້ງມີຄຸນສົມບັດຊ່ວຍຫຼຸດບັນຫາຜົມຂາດຫຼົ່ນໄດ້ ແລະ ໄຂ່ແດງຈະໄປກະຕຸ້ນການຈະເລີນເຕີບໃຫຍ່ຂອງເສັ້ນຜົມ.   ໃບໝາກສີດາ. ໃບໝາກສີດາມີສັບພະຄຸນຊ່ວຍບໍາລຸງສຸຂະພາບຜົມໃຫ້ແຂງແຮງ ພຽງແຕ່ເອົາໃບໝາກສີດາໄປຕົ້ມໃຫ້ຈົນນໍ້າກາຍເປັນສີດໍາ ແລ້ວປະໄວ້ໃຫ້ພໍດີອຸ່ນແລ້ວນໍາເອົາສໍາລີຈຸ່ມນໍ້າຕົ້ມໃບໝາກສີທາໃຫ້ທົ່ວໜັງຫົວແລ້ວປະໄວ້ 1-2 ຊົ່ວໂມງ ແລ້ວໃຊ້ນໍ້າອຸ່ນລ້າງອອກອາທິດໜຶ່ງຄວນເຮັດ 2-3 ເທື່ອ. ໄຂ່ຂາວ. ເລີ່ມຕົ້ນດ້ວຍການປະສົມໄຂ່ຂາວກັບນໍ້າມັນໝາກກອກ 1 ບ່ວງແກງ ຈາກນັ້ນນໍາສ່ວນປະສົມທີ່ໄດ້ມາທາໃຫ້ທົ່ວໜັງຫົວແລ້ວປະໄວ້ປະມານ 15-20 ນາທີ ກ່ອນໃຊ້ນໍ້າເຢັນລ້າງອອກ ຈາກນັ້ນກໍສະຜົມຕາມປົກກະຕິກໍສາມາດຊ່ວຍບໍາລຸງສຸຂະພາບຜົມໄປພ້ອມໆກັບຫຼຸດບັນຫາຜົມຫຼົ່ນໄດ້ອີກ. ຫົວຜັກທຽມ. ຫົວຜັກທຽມເປັນສະໝຸນໄພອີກໜຶ່ງຊະນິດທີ່ຊ່ວຍຫຼຸດບັນຫາຜົມຫຼົ່ນໄດ້ ເພາະມີຊູນຟູລິກໃນປະລິມານທີ່ສູງ …

Read More »