Breaking News

Daily Archives: 05/10/2016

5 ນິ​ໄສ​ ​ຈ່າຍ​ເງິນ​​ໃຫ້​ເປັນ​ປະ​ໂຫຍ​ດ

ໃນປະຈຸບັນຖ້າຢາກປະສົບຜົນສຳເລັດມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍບໍ່ແມ່ນເລື່ອງຍາກທີ່ສຸດໃນຊີວິດຄືກັນ ຄວາມລໍ້າລວຍ, ຄວາມຮັ່ງມີ ເປັນສິ່ງທີ່ຫຼາຍຄົນປາຖະໜາຢູ່ຕະຫຼອດ ແລ້ວເປັນຫຍັງ ? ເຮົາຈຶ່ງບໍ່ເຄີຍໄດ້ສຳພັດກັບຊີວິດແບບນັ້ນ ກໍຍ້ອນວ່າ ເຮົາບໍ່ມີຄວາມດຸໝັ່ນພຽງພໍ ຫຼື ຂາດຄວາມຕັ້ງໃຈ ປັດໄຈທີ່ເຮັດໃຫ້ຄົນເຮົາຮັ່ງມີໄດ້ນັ້ນອາດຈະເກີດຂຶ້ນຈາກຫຼາຍປັດໄຈເຊັ່ນ: ຄົນທີ່ມີວາດສະໜາ ດີ, ມີໂຊກ ແລະ ອື່ນໆ ແຕ່ສິ່ງສຳຄັນທີ່ສຸດນັ້ນກໍຄື ນິດໄສ ຄວາມຄິດ ແລະ ການໃຊ້ຊີວິດຂອງເຮົາທີ່ຈະບົ່ງບອກອະນາຄົດໄດ້ ລອງມາອ່ານ ແລະ ພິຈາລະນາ ຄວາມຄິດ, ນິດໄສ ລະຫວ່າງ ຄົນຈະຮັ່ງກັບຄົນຈະທຸກ ຈາກການຈ່າຍເງິນໃຫ້ເປັນປະໂຫຍດດັ່ງລຸ່ມນີ້: ຄົນຈະຮັ່ງຊື້ຄວາມຮູ້ ຄົນຈະທຸກຊື້ຄວາມສະບາຍ ຄົນຈະຮັ່ງແມ່ນຄົນທີ່ມັກສະແຫວງຫາຄວາມຮູ້ໃສ່ຕົນເອງຢູ່ຕະຫຼອດ ໂດຍຊອກຮູ້ຮໍ່າຮຽນຕັ້ງແຕ່ໄວໜຸ່ມ-ສາວ ຫຼື ເຮັດວຽກ ກໍຍັງຊອກໂອກາດໃຫ້ຕົນເອງໄດ້ພັດທະນາທັກສະ, ບຸກຄະລິກ ແລະ ຄວາມສາມາດໄປເລື້ອຍໆ ຕ່າງຈາກຄົນທຸກທີ່ຄິດໃຊ້ຈ່າຍເງິນໄປແຕ່ລະມື້ເພື່ອຊອກຫາຄວາມສຸກ, ຄວາມສະບາຍໃຫ້ແກ່ຕົນເອງ ເຖິງວ່າມື້ນີ້ຈະມີເງິນຫຼາຍເທົ່າໃດກໍຕາມ ແຕ່ມັນກໍຈະໝົດໄດ້ ຖ້າບໍ່ຮູ້ຈັກເອົາເງິນເຫຼົ່ານັ້ນໄປໃຊ້ໃນທາງທີ່ເປັນປະໂຫຍດ ແລະ ສ້າງສັນ. ຄົນຈະຮັ່ງມັກທ້ອນ ຄົນຈະທຸກມັກແຕ່ຈ່າຍ …

Read More »

4 ວິທີກິນເພື່ອບຳລຸງສາຍດວງຕາ

4 ວິທີກິນເພື່ອບຳລຸງສາຍດວງຕາ ທ່ານໃດທີ່ມັກຫຼິ້ນໂທລະສັບມື້ໜຶ່ງຫຼາຍຊົ່ວໂມງເຮົາມີ 4 ອາຫານເພື່ອຮັກສາສາຍບໍ່ໃຫ້ເສື່ອມໄວມາແນະນໍາດັ່ງນີ້: ກິນຜັກ. ເລືອກຜັກທີ່ອຸດົມສົມບູນໄປດ້ວຍ Lutein ແລະ Zeaxanthin ສານທັງສອງຊະນິດນີ້ເຮັດໜ້າທີ່ປົກປ້ອງດວງຕາຈາກ Pre radical ພົບຫຼາຍໃນໝາກສາລີ ແລະ ໝາກກ້ຽງ. ກິນ Carbohydrate. ນັກວິໄຈໃນສະຫະລັດອາເມລິກາພົບວ່າເມັດຖົ່ວແຫ້ງ, ເຂົ້າກ້ອງ ແລະ Carbohydrate ຊະນິດອື່ນໆທີ່ເຮັດໃຫ້ລະດັບນໍ້າຕານໃນເລືອດເປັນປົກກະຕິຈຶ່ງຊ່ວຍໃຫ້ເລືອດ ແລະ ອົກແຊນໄຫຼວຽນໄປລ້ຽງດວງຕາໄດ້ດີຂຶ້ນ. ກິນປາ. ງານວິໄຈຊະນິດໜຶ່ງໂດຍວິທະຍາໄລການແພດ Harvard ພົບວ່າ ການກິນປາອາທິດລະ 2 ເທື່ອເພື່ອຊ່ວຍຫຼຸດໂອກາດການເກີດຈໍປະສາດຕາເສື່ອມໄດ້ຮ້ອຍລະ 60 ນັ້ນເປັນເພາະກົດໂອເມກ້າ 3 ໃນຊີ້ນປາຊ່ວຍໄຫຼວຽນເລືອດໃນດວງຕາ ແລະ ຫຼຸດອາການອັກເສບໄດ້. ຄວບຄຸມນໍ້າໜັກ. ງານວິໄຈໜຶ່ງພົບວ່າ ການຫຼຸດນໍ້າໜັກດ້ວຍການອອກກໍາລັງກາຍສົ່ງຜົນດີຕໍ່ດວງຕາໂດຍສະເພາະຜູ້ທີ່ມີຈໍປະສາດຕາເສື່ອມໄລຍະທໍາອິດ ຄວນຮອອກກໍາລັງກາຍເທື່ອລະ 30 ນາທີ ອາທິດລະ 3 ເທື່ອເພື່ອປ້ອງກັນການເກີດພະຍາດໄດ້.

Read More »