Breaking News

Daily Archives: 18/10/2016

ຢາກໃຫ້ຄົນຮັກຮູ້ວ່າເຮົາຮັກເຂົາຫຼາຍພຽງໃດກໍຕ້ອງໃຊ້ເວລາເປັນເຄື່ອງພິສູດ

ຄໍາວ່າ: ຮັກ ຄືການຮ່ວມທຸກຮ່ວມສຸກກັນ ດ້ວຍຄວາມຊື່ສັດ, ຄວາມເຂົ້າໃຈ, ການໃຫ້ກຽດກັນ, ການຍອມຮັບ ແລະ ການໃຫ້ອະໄພກັນ ກ່ອນເຮົາຈະສາມາດຮັກໃຜຄົນໜຶ່ງນັ້ນ…ເຮົາຕ້ອງຮູ້ຈັກໃຫ້ກຽດຕົວເອງ ແລະ ຮັກຕົວເອງໃຫ້ເປັນກ່ອນ ແລ້ວເຮົາຈຶ່ງຈະຮັກຄົນອື່ນເປັນ. ເມື່ອເຮົາຮູ້ວ່າ ເຮົາບໍ່ຢາກໃຫ້ໃຜເຮັດແບບນີ້ກັບເຮົາ…ເຮົາກໍຈະບໍ່ເຮັດແບບນີ້ກັບໃຜ…ເຂົາເອີ້ນວ່າ ເຫັນໃຈຄົນອື່ນເປັນ… ເອົາໃຈເຂົາມາໃສ່ໃຈເຮົາ. ຖ້າເຮົາຢາກໃຫ້ແຟນເຮົາຮູ້ວ່າເຮົາຮັກເຂົາຫຼາຍພຽງໃດ ຄວນເຮັດແນວໃດ? ເພື່ອຈະເຮັດໃຫ້ເຂົາຮູ້ວ່າເຮົາຮັກເຂົາຫຼາຍ, ຕ້ອງການເຂົາແທ້ໆ, ເຮົາບໍ່ຢາກເສຍເຂົາໄປ ສິ່ງທີ່ເຮົາເວົ້າອອກມານັ້ນມັນຄືຄວາມຈິ່ງ. ກ່ອນອື່ນໝົດ ທ່ານທັ້ງສອງຕ້ອງເບິ່ງວ່າ ຮູ້ຈັກກັນມາແບບໃດ ຜ່ານເວລາຂອງການເປັນຄົນຮັກແບບໃດແດ່…ເມື່ອຈະພິສູດກໍຕ້ອງໃຊ້ເວລາ ໃຫ້ເວລາມັນຍ່າງໄປຕາມເຂັ້ມທີ່ມັນໄປຫັນລະ! ແຕ່ບົດພິສູດມັນຈະເຂົ້າມາເອງ ເຖິງຢ່າງໃດກໍຕາມ ຄວາມຮັກທີ່ແທ້ຈິງຕ້ອງໃຫ້ກຽດກັນ ແລະ ເຊື່ອໃຈກັນ ຫາກທ່ານຮັກຕົວເອງເປັນ ທ່ານບໍ່ຈໍາເປັນຕ້ອງພະຍາຍາມເຮັດສິ່ງໃດເລີຍ ພຽງແຕ່ດຳເນີນຊີວິດຂອງທ່ານໄປ ເປັນຕົວຕົນຂອງທ່ານເອງ ທີ່ຮັກເຂົາຄືເກົ່າ ແລ້ວບົດພິສູດມັນກໍຈະເຂົ້າມາເອງວ່າທ່ານຮັກເຂົາຫຼາຍພຽງໃດ…  

Read More »

ອາຫານຕ້ານພະຍາດມະເຮັງ

ອາຫານຕ້ານພະຍາດມະເຮັງ ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້: ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery). ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ. ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.          

Read More »