Breaking News

Daily Archives: 19/10/2016

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ ທ່າກົງລໍ້ (Chakrasana – Wheel pose). ທ່າກົງລໍ້ເປັນທ່າໂຍຄະທີ່ຊ່ວຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ນມາກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືປິ່ນອອກໄປທາງດ້ານເໜືອຫົວ ( ດັ່ງໃນຮູບພາບ) ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວປິ່ນລົງທາງລຸ່ມ ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດໃຫ້ແຂນເຄັ່ງ ຖີ້ມນໍ້າໜັກລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້ ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ ທ່າບິດຕົວ (ArdhaMatsyendrasana – Sitting Half Spinal Twist). ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບອະໄວຍະວະຕ່າງໆ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາວາງໄຂ່ວເຂົ່າຊ້າຍ ຢຽດຫຼັງໃຫ້ຊື່ ຍົກແຂນຊ້າຍຂຶ້ນເໜືອຫົວ ແຂ້ວຍົກແຂນຊ້າຍຂັດເຂົ່າຂວາ ອ້ອມມືມາຈັບພື້ນຕີນດ້ານນອກ ຫາກຈັບບໍ່ເຖິງໃຫ້ໃຊ້ມືຊ້າຍ ກອດເຂົ່າຂວາແນບເອິກ ຍົກແຂນຂວາມາດ້ານໜ້າແລ້ວບິດຕົວໄປດ້ານຂວາ ຍົກມືຂວາວາງດ້ານຫຼັງ ບິດແອວໃຫ້ໄດ້ຫຼາຍທີ່ສຸດໂດຍໃຫ້ຫຼັງຊື່ສາຍຕາເບິ່ງຂ້າມບ່າໄຫຼ່ ຄ້າງທ່ານີ້ໄວ້ປະມານ …

Read More »