Breaking News

Daily Archives: 21/10/2016

Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ

ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ ຂວັນໃຈ ພາດ…ບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ປັດຈຸບັນເຮັດວຽກກ່ຽວກັບຫຍັງແດ່? ປັດຈຸບັນ ວຽກຫຼັກຂອງ ແອ່ນນິຕ້າ ກໍຄື ບໍລິຫານການຕະຫຼາດໃຫ້ກັບ ແບຼນເຄື່ອງປະດັບເພັດ ວຽງຄຳ “Jewellery Viengkham” ຄ້າຂາຍກ່ຽວກັບ ວັດຖຸມີຄ່າເຊັ່ນ: ເພັດ, ພອຍ, ຄຳ ເຫຼົ່ານີ້ເປັນຕົ້ນ.. ພ້ອມກັບອີກວຽກຫນື່ງທີ່ເຮັດຄວບຄູ່ກັນມາຕະຫຼອດຕັ້ງແຕ່ອາຍຸ 15 ປີ ກໍຄື: ວຽກໃນວົງການບັນເທີງລາວ …

Read More »

Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ

ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ວາລະສານຂວັນໃຈພາດບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ຍ້ອນຫຍັງຈິ່ງມັກໃຊ້ໂທສັບຫົວເຫວີຍເປັນພິເສດ? ເຄັດລັບຮັກສາຄວາມງາມສຳລັບທ່ານ? ແອ່ນນີ້ ຄິດວ່າການນອກໃຈເກີດຂຶ້ນຍ້ອນຫຍັງ ແລະ ມີວິທີ່ແກ້ໄຂແນວໃດ? ຫາກຖານໃດສົນໃຈ ຄົ້ນຫາຄໍາຕອບຂອງຄໍາຖາມເຫຼົ່ານີ້ໄດ້ທີ່ ວາລະສານຂັວນໃຈ ສະບັບເດືອນ ຕຸລາ 2016 ແລ້ວທ່ານຈະຫຼົງຮັກ ຫົວເຫວີຍ ແລະ ແອ່ນນິຕ້າຫຼາຍຂຶ້ນ

Read More »

MV ເພງ:  “ແທງ” ພຽງ 4 ມື້ ມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ

ຫຼັງຈາກປ່ອຍຜົນງານເພງ ແທງ 1 ເດືອນຜ່ານໄປກໍໄດ້ມີຜູ້ຮັບຊົມຫຼາຍກວ່າ 86 ພັນຄັ້ງ ແລະໃໝ່ຫຼ້າສຸດນີ້ ຜົນງານ ວິດີໂອ ເອັມວີ ເພງແທງກໍສຳເລັດເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກໄດ້ໂພດຜ່ານທາງຢູທູບພຽງ 4 ມື້ແຕ່ວັນທີ່ 18-21 ຕຸລານີ້ກໍມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ ແລະ ຍັງຈະມີຜູ້ເຂົ້າຊົມທຸກໆມື້ເພີ່ມຂຶ້ນເລື້ອຍໆ ເຫັນກະແສຕອບຮັບຢ່າງຫຼວງຫຼາຍແບບນີ້ແລ້ວ ກໍຂໍເປັນກຳລັງໃຈໃຫ້ບັນດາສິລະປິນລາວທຸກຄ້າຍ ຕັ້ງໃຈຜະລິດຜົນງານດີໆອອກມາເລື້ອຍໆເດີ!  

Read More »

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ ສາວໆແຕ່ລະຄົນໄດ້ເຄີຍລອງສັງເກດເບິ່ງມືຂອງຕົນເອງບໍ່ວ່າຄວາມປ່ຽນແປງຂອງມືເປັນຢ່າງໃດ? ໂດຍໃຫ້ສັງເກດເລັບ ຖ້າເລັບເລີ່ມມີສີເຫຼືອງ ແລະ ມີດອກເລັບຂຶ້ນມາ ກໍ່ສະແດງວ່າສຸຂະພາບມື ແລະ ເລັບຂອງທ່ານນັ້ນບໍ່ຄ່ອຍດີປານໃດ ດັ່ງນັ້ນ ວາສະສານ ຂັວນໃຈ ຈຶ່ງໄດ້ຫາສູດກະຊັບ ບໍາລຸງມືມາຝາກ ຖ້າສາວໆທ່ານໃດທີ່ມີອາການດັ່ງກ່າວທີ່ເວົ້າມາລອງເອົາສູດນີ້ໄປນໍາໃຊ້ແລ້ວຈະໄດ້ມືທີ່ນຽນນຸ້ມ ດັ່ງນີ້: ປະສົມນໍ້າຕານຊາຍກັບ Baby Oil ແລ້ວເອົາທາຖູມື ນວດຄ່ອຍໆນວດເປັນວົງມົນ 2-3 ນາທີ ແລ້ວລ້າງອອກດ້ວຍນໍ້າທໍາມະດາ ແລະ ເຊັດມືໃຫ້ແຫ້ງ. ປະສົມນໍ້າຕານຊາຍ 1/2 ຖ້ວຍກັບໂຍເກີດ 1 ຈອກ ແລະ ເປືອກໝາກນາວຊອຍບາງໆ 1/2 ຖ້ວຍ ແລ້ວນໍາມາປະສົມໃຫ້ເຂົ້າກັນແລ້ວນໍາມາຖູຄ່ອຍໆ. ທາມືດ້ວຍໂຍເກີດລົດທໍາມາະຊາດ ປະໄວ້ປະມານ 20 ນາທີ ເຮັດອາທິດລະ 2 ເທື່ອ. ປະສົມນໍ້າຕານ, ນໍ້າໝາກນາວ ແລະ ຄຣີມສົດ ແນວລະ 1 ບ່ວງແກງ …

Read More »