Breaking News

Daily Archives: 24/10/2016

ຖ້ຳ​ນ້ຳ​ລອດ​ເຊ​ບັ້ງ​ໄຟ ຄວາມມະຫັດສະຈັນທາງທຳມະຊາດ

ເມື່ອເວົ້າເຖິງ ເລື່ອງຖ້ຳ ຫຼາຍທ່ານຄືສິເຄີຍໄດ້ຍິນ ແລະ ເຄີຍໄດ້ໄປສຳພັດທ່ຽວຊົມມາຫຼາຍບ່ອນແລ້ວ ເພາະວ່າຢູ່ເມືອງລາວເຮົາແມ່ນອຸດົມຮັ່ງມີດ້ວຍຊັບພະຍາກອນທຳມະຊາດ ຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ມີມູນເຊື້ອປະຫວັດສາດທີ່ພິລະອາດຫານມາຢ່າງຍາວນານ. ສຳລັບສະບັບນີ້ ຂໍແນະນຳແຫຼ່ງທ່ອງທ່ຽວທີ່ພວມໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງຫລາຍທີ່ສຸດ ທີ່ທ່ານຕ້ອງຕົກຕະລຶງ, ຕື່ນຕາຕື່ນໃຈ ແລະ ໜ້າງຶດງໍ້ອັດສະຈັນ ກັບຄວາມງົດງາມມະຫັດສະ ຈັນຂອງຖ້ຳ ຊຶ່ງທຳມະຊາດໄດ້ສ້າງສັນປັ້ນແຕ່ງຂຶ້ນ ນັ້ນຄື “ຖ້ຳນ້ຳລອດເຊບັ້ງໄຟ” ເຊິ່ງຖ້ຳແຫ່ງນີ້ ໄດ້ຖືກສຳຫຼວດໂດຍນັກສຳຫຼວດຊາວຝຣັ່ງໃນຊຸມ ປີ 2006 – 2008 ສັນນິຖານວ່າ ເປັນຖ້ຳທີ່ມີຄວາມຍາວ ແລະ ກວ້າງຕິດອັນດັບໂລກ. ຫາກທ່ານໃດສົນໃຈອ່ານຕໍ່ ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈສະບັບເດືອນ ຕຸລາ 2016 ໃນເອັມພອຍທຸກສາຂາ (ຮູບໜ້າປົກ ວາລະສານຂວັນໃຈ ສະບັບເດືອນ ຕຸລາ 2016)

Read More »

ວິທີໃນການບໍລິຫານເວລາ ແບບມີປະສິດທິພາບ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້. ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼື ສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ.

Read More »

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!!

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!! ໃຊ້ຄວາມຮ້ອນກັບເສັ້ນຜົມຕອນເສັ້ນຜົມປຽກ. ບາງທ່ານຢາກຫຼຸດເວລາທີ່ຈະເຮັດໃຫ້ເສັ້ນຜົມແຫ້ງໄວຂຶ້ນໂດຍການໃຊ້ເຄື່ອງລີດຜົມ, ໄດລີດຜົມເພື່ອຫວັງວ່າຄວາມຮ້ອນຈະຊ່ວຍໃຫ້ເສັ້ນຜົມແຫ້ງໄດ້ໄວຂຶ້ນ ແລະ ຈັດຊົງໄປໃນຕົວ ແຕ່ທ່ານຮູ້ບໍ່ວ່າເສັ້ນຜົມຂອງເຮົານັ້ນອ່ອນແອທີ່ສຸດໃນເວລາທີ່ມັນກໍາລັງປຽກ ແລະ ຖ້ານໍາເອົາຄວາມຮ້ອນໄປກະທົບໃສ່ກັບໂມເລກຸນຂອງນໍ້າຈະເຮັດໃຫ້ນໍ້າຮ້ອນຂຶ້ນລະເຫີຍອອກໄປ ແລະ ນໍາພາຄວາມຊຸ່ມຊື່ນອອກຈາກເສັ້ນຜົມໄປນໍາເສັ້ນຜົມຈຶ່ງແຫ້ງເສຍແຕກປາຍງ່າຍຂຶ້ນ. ແຖຂົນເທິງໃບໜ້າ. ໃຜທີ່ຄິດຈະແຖຂົນໜ້າຕົນເອງດ້ວຍການໃຊ້ມີດແຖນັ້ນໃຫ້ຢຸດຄິດໄດ້ເລີຍ ແມ່ນຢູ່ວ່າການໃຊ້ມີດແຖຂົນນັ້ນມັນອາດຈະໄວ ແລະ ສະດວກສະບາຍແຕ່ໃຫ້ຍົກເວັ້ນການແຖຂົນໃບໜ້າການແຖຂົນເທິງໃບໜ້າຈະເຮັດໃຫ້ຂົນທີ່ຂຶ້ນມາໃໝ່ກາຍເປັນສ້ຽນນ້ອຍໆ ແລະ ສ່ຽງຕໍ່ການເປັນບາດແຜເພາະຖືກມີດແຖບາດ. ບີບສິວ. ຖ້າທ່ານໃດຄິດທີ່ຈະກໍາຈັດສິວດ້ວຍການບີບມັນອອກມາ ທ່ານຮູ້ບໍວ່າຈະເຮັດໃຫ້ເກີດຮອຍດຳ ແລະ ຮອຍແຜເປັນທີ່ປິ່ນປົວໄດ້ຍາກກວ່າເກົ່າ. ບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າ. ທ່ານຮູ້ບໍວ່າຖ້າຫາກທ່ານບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າເລີຍນັ້ນມັນຈະກາຍເປັນແຫຼ່ງຕົກຄ້າງຂອງເຄື່ອງສໍາອາງເມື່ອປະສົມກັບຄວາມມັນ ແລະ ເຊວຜິວໜັງທີ່ຕາຍແລ້ວຈາກຜິວໜ້າຈະຖືກສະສົມຢູ່ເທິງອຸປະກອນແຕ່ງໜ້າມັນອາດຈະກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ແລະ ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ສິວເກີດຂຶ້ນໄດ້. ນອນທັງທີ່ຍັງແຕ່ງໜ້າ. ບາງຄົນຫຼັງຈາກໄປທ່ຽວກັບມາກໍເຂົ້ານອນເລີຍໂດຍທີ່ບໍ່ໄດ້ລ້າງເຄື່ອງສໍາອາງອອກ ເພາະອາດຈະຄິດວ່າການໄດ້ພັກຜ່ອນໃຫ້ພຽງພໍນອນຫຼັບໃຫ້ເຕັມອີ່ມພຽງເທົ່ານີ້ກໍຈະເຮັດໃຫ້ຜິວໜ້າສົດໃສໜ້າຕາສົດຊື່ນໄດ້ແລ້ວ ແຕ່ທ່ານຮູ້ບໍ່ວ່າການລ້າງເຄື່ອງສໍາອາງນີ້ກໍເປັນເລື່ອງທີ່ສໍາຄັນເຖິງແມ່ນວ່າທ່ານຈະໄດ້ພັກຜ່ອນໄດ້ນອນເຕັມອີ່ມປານໃດ  ແຕ່ຖ້ານອນຫຼັບທັງທີ່ມີເຄື່ອງສໍາອາງຢູ່ນັ້ນມັນມີໂອກາດທີ່ຈະເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ສິວກໍອາດຈະເກີດຂຶ້ນມາອີກດ້ວຍ. ແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວ. ການແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວນັ້ນໃຊ້ໄດ້ຖ້າເປັນການແຕ່ງແບບເພີ່ມເລັກໆນ້ອຍໆເຊັ່ນ: ການເພີ່ມສີໜ້າ, ເພີ່ມຄິ້ວ, ເພີ່ມສີປາກ, ເພີ່ມສີຂອບຕາ ແຕ່ຖ້າເປັນການແຕ່ງແບບທາຄຣີມຮອງພື້ນ, ທາແປ້ງເພີ່ມນັ້ນຈະເຮັດໃຫ້ຜິວໜ້າຂອງທ່ານນັ້ນໝອງຄໍ້າ …

Read More »