Breaking News

Daily Archives: 14/11/2016

ລວມທ່າອອກກໍາລັງກາຍທີ່ເຮັດທ່າດຽວໄດ້ທັງຕົ້ນຂາ ແລະ ໜ້າທ້ອງໃຫ້ແບນລຽບ

 ລວມທ່າອອກກໍາລັງກາຍທີ່ເຮັດທ່າດຽວໄດ້ທັງຕົ້ນຂາ ແລະ ໜ້າທ້ອງໃຫ້ແບນລຽບ ທ່າທີ່ 1 Split Squat ເລີ່ມດ້ວຍທ່າຢືນຢືດຂາອອກໄປທາງໜ້າ ຍົກສົ້ນຕີນຂຶ້ນຈາກພື້ນ ຍໍ້ເຂົ່າທັງສອງຂ້າງລົງເລັກນ້ອຍ ມືຄໍ້າແອວ ຫຼັງຢຽດຊື່. ຍໍ້ຕົວລົງໃຫ້ຕົ້ນຂາຂວາຂະໜານກັບພື້ນ ພະຍາຍາມໃຫ້ຫຼັງຢຽດຊື່ຢູ່ຕະຫຼອດ ຈາກນັ້ນຢືດຕົວກັບສູ່ທ່າເລີ່ມຕົ້ນ ເຮັດຊໍ້າ 15 ເທື່ອແລ້ວຈຶ່ງປ່ຽນຂ້າງ ເຮັດທັງໝົດ 3 ຮອບ.  ທ່າທີ່ 2 Bench Dips   ເລີ່ມດ້ວຍທ່ານັ່ງປິ່ນຫຼັງໃສ່ຕັ່ງ ໃຊ້ມືທັງສອງຂ້າງຈັບຂອບຕັ່ງໄວ້ ຢຽດແຂນຊື່ ງໍເຂົ່າໃຫ້ກົ້ນຍັບອອກຈາກຕັ່ງ(ຕາມຮູບພາບ). ຍໍ້ຕົວລົງ ງໍສອກໄປດ້ານຫຼັງຈົນຮູ້ສຶກວ່າແຂນເຄັ່ງ ຈາກນັ້ນດັນຕົວຂຶ້ນກັບສູ່ທ່າເລີ່ມຕົ້ນ ເຮັດຊໍ້າ 15 ເທື່ອ ເຮັດທັງໝົດ 3 ຮອບ. ທ່າທີ່ 3  Flutter Kicks ເລີ່ມດ້ວຍທ່ານອນຫງາຍ ມື້ທັງສອງຂ້າງວາງໄວ້ຂ້າງລໍາຕົວ ຍົກຂາທັງສອງຂ້າງໃຫ້ຂຶ້ນຈາກພື້ນ. ເຕະຂາສະລັບຂ້າງກັນຂຶ້ນລົງ ເຮັດຂ້າງລະ 15 ເທື່ອ …

Read More »