Breaking News

Daily Archives: 15/11/2016

ເປັນກັນເອງ, ຕະຫຼົກເຮຮາ, ມັກໃຫ້ຄຳປຶກສາ ແລະ ມັກແລກປ່ຽນປະສົບການ

ເພັນມາລີ ມີຄວາມຮັກມັກດ້ານການບັນເທີງເປັນຊີວິດຈິດໃຈມາຕັ້ງແຕ່ນ້ອຍ ແລະ ມີປະສົບການທາງດ້ານນີ້ມາຫຼາຍປີ  ບໍ່ວ່າຈະເປັນເດີນແບບ, ຜູ້ບັນຍາຍ, ສະແດງລະຄອນ, ຜູ້ປະກາດຂ່າວ, DJ ລາຍການວິທະຍຸ, ພິທີກອນໂທລະພາບ ແລະ MC. ອີກທັງຍັງເປັນຜູ້ກໍ່ຕັ້ງ ບໍລິສັດ ທີ່ໃຫ້ບໍລິການດ້ານຜະລິດສື່ບັນເທີງ ຫຼື Production House ຍ້ອນມີຄວາມຮູ້ ຄວາມສາມາດ ແລະ ເຄີຍຜ່ານວຽກດ້ານນີ້ມາຫຼາຍກວ່າ 10 ປີ. ຊື່: ນາງ ເພັນມາລີ ມ. ພົນເສນາ, ອາຍຸ 36 ປີ, ການສຶກສາ ຈົບປະລິນຍາຕີຄະນະອັກສອນສາດ, ຜູ້ອຳນວຍການ ບໍລິສັດ Chillax Productions ທັງເປັນຜູ້ອຳນວຍການຜະລິດ ແລະ ຜູ້ກຳກັບການສະແດງ ຫາກທ່ານໃດສົນໃຈຢາກຮູ້ລາຍລະອຽດເພີ່ມຕື່ມກ່ຽວກັບຈຸດເລີ່ມຕົ້ນຂອງການກໍຕັ້ງບໍລິສັດ ແລະ ຊີວິດຂອງແມ່ຍິງຄົນນີ້ຫຼາຍຂຶ້ນ ທ່ານສາມາດອ່ານໄດ້ໃນ ວາລະສານຂວັນໃຈ ສະບັບ ເດືອນພະຈິກ 2016 …

Read More »

ຄວາມຮັກບໍ່ຈໍາເປັນຕ້ອງເລືອກລະຫວ່າງ ສະໝອງ ຫຼື ຫົວໃຈ

ຂ້າພະເຈົ້າເຊື່ອວ່າທຸກຄົນ ຕ້ອງເຄີຍຜ່ານການມີຄວາມຮັກມາແລ້ວ ສ່ວນຕົວຂ້າພະເຈົ້າເອງເຊື່ອວ່າ ການເລືອກຄູ່ຊີວິດ ເຮົາຕ້ອງໃຊ້ສະໝອງ ແລະ ຫົວໃຈຄວບຄູ່ກັນໄປໃນເວລາດຽວກັນ ເພາະຫົວໃຈຈະຖືກສັ່ງດ້ວຍສະໝອງ ຄວາມຮັກກໍເຊັ່ນກັນ ຈະຖືກສັ່ງດ້ວຍຄວາມຮູ້ສຶກຂອງມະນຸດທຸກຄົນ ມັນເປັນໄປບໍ່ໄດ້ທີ່ເຮົາຕ້ອງເລືອກລະຫວ່າງ ສະໝອງ ຫຼື ຫົວໃຈມາຕັດສິນວ່າຈະເລືອກໃຜມາເປັນຄູ່ຊີວິດ ຍ້ອນວ່າການເລືອກຄົນໆໜຶ່ງໃຫ້ເຂົ້າມາໃຊ້ຊີວິດຢູ່ຮ່ວມກັບເຮົາ ແມ່ນຕ້ອງຄິດໃຫ້ດີກ່ອນຢູ່ແລ້ວ ສ່ວນທາງດ້ານຂອງຫົວໃຈກໍຕ້ອງເປັນອີກສ່ວນຫໜຶ່ງໃນການເລືອກຄູ່ ເພາະເຮົາເອົາແຕ່ສະໝອງຄິດຢ່າງດຽວມັນກໍເປັນໄປບໍ່ໄດ້ ເຮົາຕ້ອງໃຊ້ຄວາມຮູ້ສຶກໃນການຊ່ວຍຕັດສິນໃຈເຊັ່ນກັນ ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຍັງເຊື່ອວ່າການເລືອກໃຜຈັກຄົນເຂົ້າມາໃຊ້ຊີວິດຢູ່ຮ່ວມກັນມັນຕ້ອງໃຊ້ ສະໝອງແລະຫົວໃຈໄປພ້ອມໆກັນໃນການເລືອກຄູ່ ຂ້າພະເຈົ້າຂໍເລົ່າເຖິງປະສົບການທີ່ເຄີຍຜ່ານມາໃນຊີວິດໃຫ້ຟັງ. ເລື່ອງມັນເລີ່ມຕົ້ນຈາກຂ້າພະເຈົ້າເປັນຄົນຫຼາຍໃຈ ຂ້ອຍມັກໃຊ້ຊີວິດແບບເລີກກັບຄົນນັ້ນບໍ່ດົນກໍລົມຄົນໃໝ່ ເປັນແບບນີ້ມາຕະຫຼອດ ຈົນມີມື້ໜຶ່ງ ຂ້ອຍໄດ້ພົບກັບຊາຍຄົນໜຶ່ງທີ່ເປັນໝູ່ຂອງໝູ່ໃນກຸ່ມທີ່ຮຽນ ພາກພາສາອັງກິດ ທຸກຄັ້ງທີ່ເຮົາລົມກັນ ກໍມັກລົມບໍ່ຢຸດບໍ່ເຊົາ ແຕ່ລາວເປັນຄົນທີ່ບໍ່ມັກລົມ ຂ້ອຍຂໍແທນຊື່ລາວວ່າ: ສ ເນາະ! ຂ້ອຍມັກຈະຊວນ ສ ໂອ້ລົມຢູ່ຕະຫຼອດເວລາ ເພາະ ສ ເປັນຄົນເວົ້າບໍ່ເກັ່ງ ຈົນເຮົາໄດ້ໄປໃສມາໃສນໍາກັນຫຼາຍຂຶ້ນ ຂ້ອຍເລີຍຕັດສິນໃຈຖາມ ສ ວ່າ: ຮູ້ສຶກແນວໃດກັບຂ້ອຍ ເພາະຂ້ອຍຄົງຖ້າໃຫ້ ສ ເປັນຝ່າຍຖາມຄືຈະຍາກ ຍ້ອນລາວບໍ່ມັກປາກ …

Read More »

ອີຢູ ໄດ້ສະໜອງທຶນການສຶກສາຈໍານວນຫຼາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາວ

ສະຫະພາບເອີຣົບ ແລະ ສປປລາວ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ ສະຫະພາບເອີຣົບ (European Union) ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມຮ່ວມມືດ້ານການສຶກສາຊັ້ນສູງ ລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຄັ້ງທີ 2, ໃນວັນທີ 15 ພະຈິກ 2016 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມເປັນກຽດໂດຍ ທ່ານ ສຈ ປອ ສົມສີ ຍໍພັນໄຊ ຮັກສາການ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພະນະທ່ານ ແສງເດືອນ ຫຼ້າຈັນທະບູນ ລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳລາວ. …

Read More »

ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ!!

ວິທີເຮັດໃຫ້ໜ້າຂາວໃສແບບສາວເກົາຫລີ ວິທີເຮັດໃຫ້ໜ້າຂາວຄືສາວເກົາຫລີທີ່ເບິ່ງແນວໃດກໍ່ໜ້າຮັກສົດໃສ ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ ເຊິ່ງວິທີເຮັດໃຫ້ໜ້າຂາວນັ້ນບໍ່ຍາກ ຖ້າໃຜຍາກມີໜ້າຂາວໃສ ນັ້ນມາເບິ່ງວິທີກັນເລີຍ. ວິທີເຮັດໃຫ້ໜ້າໃສໂດຍການນອນຫຼັບພັກຜ່ອນໃຫ້ພຽງພໍ. ຢ່າງນ້ອຍມື້ລະ 8 ຊົ່ວໂມງ ເພາະໃນຊ່ວງເວລາພັກຜ່ອນເປັນຊ່ວງທີ່ຮ່າງກາຍສ້ອມແປງພາກສ່ວນທີ່ຊຸດໂຊມໂດຍສະເພາະຊ່ວງເວລາ 11 ໂມງກາງຄືນຫາ 4 ໂມງເຊົ້າຈະເປັນເວລາຂອງຜິວພັນຢ່າງແທ້ຈິງ. ວິທີເຮັດໃຫ້ໜ້າໃສ ໂດຍການຮັບປະທານຜັກໝາກໄມ້ສົດທີ່ຫຼາກຫຼາຍ. ໂດຍສະເພາະໃນກຸ່ມທີ່ອຸດົມໄປດ້ວຍໄຟເບີ ເພາະບໍ່ພຽງແຕ່ໄດ້ຮັບວິຕາມິນທີ່ຈໍາເປັນຕໍ່ຜິວພັນແລ້ວຍັງຊ່ວຍໃຫ້ລະບົບການຂັບຖ່າຍເປັນປົກກະຕິ ແຕ່ຖ້າເປັນຜັກ, ໝາກໄມ້ທີ່ມີວິຕາມິນເອ, ວິຕາມິນຊີ, ວິຕາມິນອີ ແລະ ແຄໂລທີນຍິ່ງຈະຊ່ວຍສົ່ງເສີມການເບິ່ງແຍງຜິວພັນ, ປົກປ້ອງຜິວພັນຈາກອະນຸມູນອິດສະລະໄດ້ອີກດ້ວຍ. ວິທີເຮັດໃຫ້ໜ້າໃສ ໂດຍການດື່ມນໍ້າມື້ລະປະມານ 1.5-2 ລິດ. ເພື່ອເປັນການລ້າງຂອງເສຍອອກຈາກພາຍໃນ ເພື່ອຜິວພັນຂາວໃສສູ່ພາຍນອກເຊິ່ງວິທີດື່ມນໍ້າທີ່ຖືກວິທີເຮົາຕ້ອງຈິບເລື່ອຍໆບໍ່ແມ່ນຈະດື່ມເທື່ອລະຈອກໃຫຍ່ໆ ແລະ ບໍ່ຄວນດື່ມນໍ້າສະເພາະເວລາທີ່ຮູ້ສຶກຢາກດື່ມເທົ່ານັ້ນ ໂດຍສະເພາະຜູ້ທີ່ເຮັດວຽກໃນຫ້ອງແອ ເພາະຜິວພັນຈະເສຍນໍ້າ ແລະ ຄວາມຊຸ່ມໄປໂດຍບໍ່ຮູ້ຕົວ. ວິທີເຮັດໃຫ້ໜ້າໃສ ໂດຍຫຼີກລ້ຽງແສງແດດ ແລະ ໃຊ້ຄີມກັນແດດເປັນປະຈໍາ. ການໃຊ້ຄີມກັນແດດທີ່ດີບໍ່ຈໍາເປັນຕ້ອງເລືອກຄີມກັນແດດທີ່ມີຄ່າ SPF ສູງຈົນເກີນໄປເພາະຖ້າ SPF ສູງສານເຄມີກໍ່ຫຼາຍ ຄ່າ …

Read More »