Breaking News

Daily Archives: 09/12/2016

Justin Bieber ເປີດເຜີຍເປັນໂສດມີຄວາມສຸກກວ່າ!!

ນັກຮ້ອງທີ່ມີຂ່າວດ້ານຄວາມຮັກ ທີ່ເປັນກະແສໃນປັດຈຸບັນແມ່ນ: ຈັສຕີນ ບີເບີ (Justin Bieber) ໄດ້ອອກມາເປີດເຜີຍຜ່ານລາຍການໂທລະພາບວ່າ: ຕອນເປັນໂສດ ເພາະຮູ້ສຶກວ່າມີຄວາມສຸກຫຼາຍຂຶ້ນ. ຖ້າເປັນແບບນີ້ແລ້ວສາວໆຈະວ່າແນວໃດແດ່? ບໍ່ຮູ້ວ່າເມື່ອຍຈາກການ” Tour ຄອນເສີດ”ອ້ອມໂລກ ຫຼື ແນວໃດ ເມື່ອບ່າວ “ບີເບີ” ເຖິງກັບເອີ່ຍປາກກາງລາຍການ The Ellen DeGeneres Show  ຕອນນີ້ຍັງບໍ່ມີສາວໃນດວງໃຈ ເຊິ່ງລາວໄດ້ກ່າວວ່າ: “ຂ້ອຍບໍ່ໄດ້ໄປເດດກັບໃຜ ຂ້ອຍເປັນໂສດ ແລະ ກໍບໍ່ໄດ້ຊອກຫາໃຜນຳອີກ” ນອກຈາກນີ້ນັກຮ້ອງໜຸ່ມຍັງບອກອີກວ່າ: ເຖິງວ່າຈະເຫງົາລະຫວ່າງໄປ “Tour ຄອນເສີດ” ແຕ່ລາວກໍມີຄວາມສຸກກັບໝາຂອງລາວທີ່ຊື່ວ່າ: “ທ໋ອດ”. ພ້ອມດຽວກັນນີ້ ຕາຕະລາງທົວຂອງ “ບີເບີ” ຍາວໄປເຖິງເດືອນມິຖຸນາປີໜ້າພຸ້ນ ຄົງຈະບໍ່ມີເວລາໄປຊອກຫາສາວມາເບີ່ງແຍງໃຈໄດ້ ແຕ່ໃນລະຫວ່າງນີີ້ນັກຮ້ອງໜຸ່ມໄດ້ຢຸດ “ທົວຊົ່ວຄາວ” ໄລຍະເດືອນທັນວາ ແລະ ຈະເລີ່ມງານຕໍ່ໃນວັນທີ 15 ກຸມພາ 2017 ທີ່ເມັກຊີໂກ.

Read More »

Gigi Hadid ໄດ້ຮັບລາງວັນສຸດຍອດນາງແບບແຫ່ງປີ 2016

ຫາກໍ່ຢ່າງໂຊເທິງລັນເວ Victoria’s Secret Fashion Show 2016 ດ້ວຍຫຸ່ນສຸດເຊັກຊີ່ໄປໃໝ່ໆ ລ່າສຸດ Gigi Hadid ນາງແບບສຸດຮ້ອນແຮງ ແລະ ປະກາດສັກດາເປັນສຸດຍອດນາງແບບຄົນໃໝ່ດ້ວຍການໄດ້ຮັບລາງວັນ International Model of the Year ຂອງສະຖາບັນ British Fashion Council ທີ່ກຸງລອນດອນ ປະເທດອັງກິດ ເຊິ່ງລາວໄດ້ເຂົ້າຊິງລາງວັນນີ້ພ້ອມກັັນກັບໝູ່ສະນິດ Kendall Jenner ແລະ ນ້ອງສາວຂອງລາວເອງທີ່ນັບມື້ນັບຮ້ອນແຮງຂື້ນເລື້ອຍໆຄື Bella Hadid ອີກນຳ.      ເຊີ່ງງານນີ້ Gigi  ເລືອກປາກົດຕົວໃນຊຸດສູດສຸດຫຼູໃນແບຼນ Atelier Versace ແລະ ສາມາດເອີ້ນສຽງແຟດຈາກກອງທັບຊ່າງພາບໄດ້ເປັນຢ່າງດີ ສົມສັກສີລາງວັນນາງແບບແຫ່ງປີ.

Read More »

10 ຜົນຂ້າງຄຽງທີ່ຈະເກີດຂື້ນຫຼັງຈາກເຮັດສັນຍະກຳ

ລະວັງ 10 ຜົນຂ້າງຄຽງທີ່ຈະເກີດຂື້ນຫຼັງຈາກເຮັດສັນຍະກຳ      ຄວາມງາມມາພ້ອມກັບຄວາມສ່ຽງ ມາເບີິ່ງ 10 ຜົນຂ້າງຄຽງທີ່ອາດຈະເກີດຂື້ນໄດ້ພາຍຫຼັງການເຮັດສັນຍະກຳ ກຽມພ້ອມຮັບມືກ່ອນຕັດສິນໃຈ. ຄົນເຮົາເກີດມາບໍ່ມີໃຜສົມບູນແບບໄປທຸກສ່ວນ ຕ້ອງມີຈຸດຕຳນິ ຫຼືຶ ຂໍ້ບົກຜ່ອງແນ່ບາງຄົນກໍປ່ອຍມັນຜ່ານໄປ ແຕ່ສຳລັບບາງຄົນນັ້ນກໍຢາກທີ່ຈະແກ້ໄຂມັນ ໂດຍການສັນຍະກຳຕົກແຕ່ງເພື່ອໃຫ້ຕົວເອງດູດີຂື້ນ ໜ້າແຫຼມຂື້ນ ດັງໂດ່ງຂື້ນ ຄາງແລມທີ່ກຳລັງມາແຮງຄົນນິຍົມເຮັດຮຽນແບບກັນຫຼາຍ ຖ້າເຮັດອອກມາແລ້ວເປັນທີ່ເພິ່ງພໍໃຈກໍດີໄປ ແຕ່ຖ້າເຮັດອອກມາແລ້ວບໍ່ໄດ້ເປັນຄືທີ່ຕັ້ງໃຈໄວ່້ ຫຼື ເປັນແຮງກວ່າເກົ່າສາວໆກໍຕ້ອງມານັ່ງເສຍໃຈ ເສຍເງີນ ແລະ ເສຍເວລາພາຍຫຼັງ. ປະຈຸບັນນີ້ເຮົາເຫັນສະຖາບັນເສີມຄວາມງາມເປີດໃໝ່ຂື້ນມາຫຼາຍໆ ເຊີ່ງນອກຈາກຈະຊອກລີວີວງາມໆຂອງສະຖາບັນນັ້ນແລ້ວ ສາວໆຄວນຊອກຫາຂໍ້ມູນອື່ນກ່ຽວກັບການແພດອີກດ້ວຍເຊັ່ນ ໃບຮັບຮອງຕ່າງໆ ອຸປະກອນເຄື່ອງມືທີ່ໃຊໄດ້ມາດຕະຖານ ຫຼື ບໍ່ ແລະ ຜູ້ທີ່ເຮັດສັນຍະກຳໃຫ້ເຮົາເປັນແພດແທ້ ຫຼື ບໍ່ ເພາະສີ່ງເຫຼົ່ານີ້ລ້ວນແຕ່ເປັນການກາລັນຕີເຮັດໃຫ້ສາວໆລ້ວນໝັ້ນໃຈວ່າຫຼັງຈາກເຮັດສັນຍະກຳໄປແລ້ວຈະບໍ່ເກີດຜົນຂ້າງຄຽງຕາມມາ ຫຼື ສັນຍະກຳເປັນຜິດໃນແບບທີ່ພວກເຮົາຈະນຳມາຝາກກັນໃນມື້ນີ້: ການສີດໂບທ໋ອກບໍ່ໄດ້ເຮັດໃຫ້ໜ້າແຫຼມໂດຍຖາວອນ   ການສີດໂບທ໋ອກທຸກມື້ນີ້ເປັນການນິຍົມຢ່າງຫຼວງຫຼາຍເພາະຈະເຮັດໃຫ້ໃບໜ້າຂອງສາວໆແຫຼມແຖມລາຄາກໍບໍ່ແພງຫຼາຍແຕ່ຂໍບອກໄວ້ກ່ອນວ່າສານໂບທ໋ອກນັ້ນບໍ່ໄດ້ເຮັດໃຫ້ໜ້າສາວໆແຫຼມໄດ້ຕະຫຼອດໄປ ມັນຈະສະຫຼາຍຕົວໄປພາຍໃນ 6 ເດືອນເຖີງ 1 ປີ ແລະ ບາງຄົນອາດຈະເກີດຜົນຂ້່າງຄຽງເຊັ່ນ: ຮູ້ສຶກແຂງທົ່ວໃບໜ້າ …

Read More »