Breaking News

Daily Archives: 15/12/2016

ຈອນນີ່ ເດບສ໌ ນັກສະແດງທີ່ມີຄ່າໂຕແພງເກີນເຫດ 2 ປີຊ້ອນ!!

    ເປັນອັນດັບທີ່ບໍ່ຮູ້ຈະພູມໃຈ ຫຼື ບໍ່? ເມື່ອເວັບໄຊ້  Forbes ຈັດອັນດັນໃຫ້ ຈອນນີ່ ເດບ (Johnny Depp) ໃຫ້ເປັນນັກສະແດງທີ່ມີຄ່າຕົວແພງເກີນເຫດ ເນຶ່ອງຈາກໜັງທີ່ສະແດງເຮັດເງິນບໍ່ຄຸ້ມທຶນສ້າງເລີຍ ແລະ ນີ້ກໍເປັນປີທີ 2 ແລ້ວທີ່ Forbes ໄດ້ເລືອກນັກສະແດງຜູ້ນີ້ຂຶ້ນມາເປັນອັນດັບ 1 ຂອງການຈັດອັນດັບ, ເວົ້າເຖິງພາບລວມຜົນງານຂອງ ຈອນນີ່ ເດບສ໌ ນັ້ນສ້າງລາຍໄດ້ໃຫ້ຜູ້ສ້າງພຽງແຕ່ 2.8 ດອນລາຕໍ່ຄ່າຈ້າງ 1 ດອນລາ ໂດຍການຈັດອັນດັບໃນເທື່ອນີ້ທຽບຈາກພາບພະຍົນເລຶ່ອງຫຼ້າສຸດທີ່ ເດບສ໌ ໄດ້ສະແດງ ແລະ ອອກມາສາຍກ່ອນເດຶອນມິຖຸນາປີນີ້ ໂດຍບໍ່ລວມກັບພາບພະຍົນແອນນິເມຊັ່ນຕ່າງໆ. ຢ່າງໃດກໍຕາມພາບພະຍົນເລື່ອງ Alice Through the Looking Glass  ທີ່ສາຍອອກໄປໃນໄລຍະຕົ້ນປີນັ້ນກໍຖືວ່າປະສົບຄວາມສຳເລັດເພາະສ້າງລາຍໄດ້ເຖິງ 300 ລ້ານໂດລາຈາກເງິນທຶນສ້າງ 170 ລ້ານໂດລາ; ນອກຈາກນີ້ນັກສະແດງທີ່ຕິດອັນດັບນັກສະແດງທີ່ຄ່າຕົວສູງຜິດປົກກະຕິກໍມີ ວີລ ສະມິກ (Will Smith) …

Read More »

ຂໍ້ດີຂອງຄົນມີແຟນບໍ່ຫຼໍ່ ທີ່ອາດເຮັດໃຫ້ສາວໆປ່ຽນໃຈມາຮັກຄົນໜ້າຕາທໍາມະດາໆ

ໃນສ່ວນຕົວຂອງຂ້າພະເຈົ້າເຊື່ອໄດ້ເລີຍວ່າ 90% ຂອງຜູ້ຍິງຕ້ອງມີຜູ້ຊາຍໃນຝັນທີ່ຕ້ອງໜ້າຕາຫຼໍ່, ສະອາດ, ຫຸ່ນດີ ແຕ່ຄວາມຈິງແລ້ວນັ້ນຜູ້ຊາຍທີມີໜ້າຕາຫຼໍ່ໆອາດຈະບໍ່ໄດ້ດີຢ່າງທີ່ສາວໆຕັ້ງຄວາມຫວັງເອົາໄວ້ກໍ່ໄດ້...

Read More »

10 ພຶດຕິກໍາທີ່ຄວນຫຼີກລ່ຽງ ເພາະອາດຈະທໍາຮ້າຍຜິວໂດຍບໍ່ຮູ້ໂຕ!!!

ສາວໆຄົນໃດທີ່ກໍາລັງເຮັດ 10 ພຶດຕິກໍານີ້ ຄວນຫຼີກລ່ຽງດ່ວນ ບໍ່ດັ່ງນັ້ນອາດຈະເຮັດໃຫ້ຜິວພັນງາມໆຫ່ຽວຍານລົງໄດ້ ສະນັ້ນເຮົາຄວນມາເບິ່ງແຍງຜິວພັນຂອງເຮົາແບບຖືກວິທີກັນເທາະ. 1. ລືມທາກັນແດດກ່ອນອອກຈາກບ້ານ 2. ອາບນໍ້າຮ້ອນດົນຈົນເກີນໄປ 3. ຂັດຜິວຕະຫຼອດ ກໍບໍ່ດີເດີ້ 4. ນອນພັກຜ່ອນບໍ່ພຽງພໍ 5. ນອນຫຼັບໂດຍທີ່ຍັງບໍ່ໄດ້ລ້າງໜ້າ 6. ບີບ, ແກະ, ເກົາເທິງໃບໜ້າ 7. ບໍ່ທໍາຄວາມສະອາດອຸປະກອນແຕ່ງໜ້າ 8. ໃຊ້ຜະລິດຕະພັນບໍາລຸງຜິວຫຼາຍຊະນິດພ້ອມກັນ 9. ບໍ່ຮູ້ຈັກຜິວໜ້າຂອງຕົວເອງ 10. ເຮັດຜິວສີແທນສ່ຽງພະຍາດມະເຮັງ ສາວໆຄົນໃດທີ່ຮູ້ສຶກວ່າຕົນເອງມັກເຮັດ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ ຮີບປ່ຽນພຶດຕິກໍາດ່ວນເລີຍເດີ້ ຖ້າບໍ່ຢາກໃຫ້ຜິວພັນຫ່ຽວແຫ້ງແຕກລາຍ.  

Read More »