Breaking News

Daily Archives: 20/12/2016

ຖ້າຄິດຮອດກໍຕິດຕໍ່ກັນແດ່!!!

ເວລາມີໂທລະສັບຢູ່ໃນມືບໍ່ໄດ້ໝາຍຄວາມວ່າສາວໆຕ້ອງບອກທຸກຄວາມຮູ້ສຶກນຶກຄິດ ຂອງເຈົ້າຂອງຜ່ານໂລກອອນລາຍທັງໝົດດອກ ສິ່ງສໍາຄັນຄືຂໍໃຫ້ຮັບໂທລະສັບຄົນທີ່ກໍາລັງສົ່ງສັນຍານ ດ້ວຍຄວາມໃຈຈົດໃຈຈໍ່ນັ້ນແດ່...

Read More »

ແຟຊັ່ນ 2016!!! ລວມ 9 ເທຼນແຟຊັ່ນທີ່ໄດ້ຮັບຄວາມນິຍົມໃນປີ 2016

ລວມເທຼນແຟຊັ່ນຍອດນິຍົມໃນປີ 2016 ມາເບິ່ງກັນເລີຍວ່າຕະຫຼອດທັງປີຜ່ານມາສາວໆໄດ້ພາດແຟຊັ່ນໃດໄປແດ່? 1. ສາຍຄໍ Choker ຖືວ່າເປັນເທຼນທີ່ມາແຮງຫຼາຍໃນປີ 2016 ສໍາລັບ “ແຟຊັນສາຍຄໍ Choker” ບອກເລີຍວ່າບໍວ່າຈະເປັນຄົນດັງ ຫຼື ສາວໆກໍຮິດໃສ່ທົ່ວບ້ານທົ່ວເມືອງເລີຍ. 2. ສາຍດ່ຽວທັບເສື້ອຢືດ ເທຼນແຟຊັນ ສາຍດ່ຽວທັບເສື້ອຢືດໃນເກົາຫລີກໍມາ ງານນີ້ສໍາລັບໃຜທີ່ບໍ່ຕິດຫຼູບອກເລີຍວ່າເດັ່ນແນ່ນອນ 3. ເສື້ອຍາວມິນິເດຣສ   ເສື້ອຕົວຍາວທີ່ຈັບມາໃສ່ເປັນ ມິນິເດຣສ ແຟຊັນເບົາໆແບບນີ້ ບອກເລີຍວ່າໃສ່ຕົວດຽວກໍເລີດແລ້ວ 4. ໂສ້ງຢີນຂາມ້າ ເທຼນໂສ້ງຂາມ້າແຟຊັນສຸດເກົ໋າ ກໍມາແຮງບໍ່ແພ້ກັນ ໃສ່ແລ້ວເບີ່ງເປັນສາວວີນເທສ ຂຶ້ນມາເລີຍ 5. ໂສ້ງຍີນຂາຂາດ ນາທີນີ້ຢີນຂາຂາດ ເຊີໆ ຖືເປັນແຟຊັນຮິດໃນໃຈຂອງສາວໆຍຸກນີ້ ຍິ່ງຂາດແຮງກໍຍິ່ງຄັກເດີ້ຂໍບອກເລີຍ! 6. ແຟຊັນມັດຍ້ອມ ຕັ້ງແຕ່ກາງປີ 2016 ແຟຊັນມັດຍ້ອມກໍຄືວ່າຈະກັບມາຮິດອີກຄັ້ງ ແຖມຍັງໃສ່ສະບາຍໃນລຸກຂອງສາວ ຮິບປີ້ນໍາອີກ. 7. ແຟຊັນເດຣສກັບແຈັກເກັດຢີນ ຈັບຄູ່ 2 ແຟຊັນ …

Read More »

ດວງເນື້ອຄູ່ຂອງສາວ 12 ປີເກີດ!!

ດວງເນື້ອຄູ່ຂອງສາວ 12 ປີເກີດ ແລະ ນິໃສທີ່ແທ້ຈິງຈະມີແນວໃດ? ມື້ນີ້ ວາລະສານ ຂວັນໃຈ ເຮົາກໍບໍ່ພາດທີ່ຈະໄປຊອກຫາເພື່ອມານຳສະເໜີເພື່ອນໆທຸກຄົນ ຈະມີຫຍັງແດ່ນັ້ນມາເບິ່ງກັນເລີຍ…   1.  ສາວປີຊວດ   ສາວປີນີ້ນອກຈາກຈະມີຄວາມສະຫຼາດມີໄຫວພິບແລ້ວ ຍັງມີຄວາມສາມາດເຂົ້າກັບຄົນທົ່ວໄປໄດ້ເປັນຢ່າງດີ ເຮັດນີ້ເຮັດນັ້ນຢ່າງບໍຫຍຸດບໍ່ເຊົາ ແຕ່ອອກຈະເປັນຄົນຂີ້ສົງໄສບໍ່ໜ້ອຍເລີຍ ບໍ່ແມ່ນຄົນທີ່ຈະໄວ້ໃຈໃຜງ່າຍໆ ສາວປີນີ້ລ້ວງຄວາມລັບຈາກທ່ານໄດ້ເກັ່ງຫຼາຍ ແລະ ເປັນພັນລະຍາທີ່ຍາກທີ່ຈະຕົວະໄດ້ ດວງເນຶ້ອຄູ່ໜຸ່ມທັງຫຼາຍທີ່ມີຄວາມລັບ ຖ້າຄິດຈະຄົບສາວຄົນນີ້ຕ້ອງລະວັງໄວ້ແນ່ແຕ່ຖ້າທ່ານເປັນຄົນພິເສດຂອງນາງ ເມື່ອໃດກໍຕາມທ່ານຈະໄດ້ຮັບການເບິ່ງແຍງທີ່ດີທີ່ສຸດ ນາງເປັນຄົນທີ່ມີການເກັບອອມຢ່າງດີ ແຕ່ໃນເວລາທີ່ໃຊ້ຈ່າຍກໍມັກຈະໃຊ້ໃນທັນທີເຊັ່ນດຽວກັນ.  2. ສາວປີສະຫຼູ ເປັນຄົນເຈົ້າລະບຽບ ແລະ ສະອາດຮຽບຮ້ອຍ ແຕ່ຄ່ອນຂ້າງຈະດື້ພໍສົມຄວນ ແຕ່ເປັນຄົນທີ່ມີຄວາມຊື່ສັດ ແລະ ອົດທົນດີບໍ່ວ່າຈະເຮັດຫຍັງກໍຕາມຕ້ອງເຮັດໃຫ້ສຳເລັດບໍ່ຖອຍ ດ້ວຍນິໄສນີ້ເອງຈຶ່ງເຮັດໃຫ້ຊີວິດມັກຈະປະສົບຄວາມສຳເລັດດ້ວຍຕົວເອງໂດຍບໍ່ຕ້ອງເພິ່ງພາອາໄສໃຜເລີຍ ແລະ ບໍ່ມັກໃຫ້ໃຜມາຍື່ນຄວາມສຳເລັດໃຫ້ອີກ ສາວປີນີ້ຈະເກັບອາການໄດ້ເກັ່ງເຮັດໃຫ້ເຂົ້າໃຈນາງໄດ້ຍາກ ແຕ່ນາງຈະເປັນຜູ້ຟັງ ແລະ ແນະນຳແກ້ໄຂບັນຫາໄດ້ດີ. 3. ສາວປີຂານ ຜູ້ຍິງປີນີ້ມີຄວາມຈິງໃຈ ແລະ ທ່ານສາມາດແນ່ໃຈໄດ້ວ່າຖ້າທ່ານຄົບກັບນາງແລ້ວທ່ານຈະໄດ້ໝູ່ແທ້ທີ່ບໍ່ຖີ້ມກັນ ແລະ ເປັນຄົນທີ່ມີຄວາມຮູ້ສຶກໄວ ແລະ ໃຈນ້ອຍ …

Read More »

ສູດຜິວພັນຂາວທັນໃຈພາຍໃນ 2 ອາທິດ!!!

ສາວໆຫຼາຍຄົນຫວັງຢາກຈະມີຜິວຂາວງາມ ຈຶ່ງຊອກຫາຫຼາຍວິທີ ຫຼື ຍອມເສຍເງິນເພຶ່ອຄວາມຂາວທີ່ມາພ້ອມກັບອັນຕະລາຍຕ່າງໆ ຈົນລືມໄປວ່າທຳມະຊາດບຳບັດ ເປັນວິທີທີ່ດີ ແລະ ປອດໄພທີ່ສຸດ. ຜິວດໍານັ້ນເກີດຈາກຫຼາຍປັດໃຈເຊັ່ນ: ແສງແດດ ມົນລະພາວະຕ່າງໆ ການເຈັບເປັນ ລວມໄປເຖິງການເຄັ່ງຄຽດສາວໆຫຼາຍຄົນເລືອກທີ່ຈະໃຊ້ວິທີແບບເລັ່ງດ່ວນເພຶ່ອເຮັດໃຫ້ຜິວຂາວງາມໂດຍອາດຈະເລຶອກໃຊ້ວສານເຄມີ ຫຼື ວິທີການອຶ່ນໆທີ່ມີລາຄາຄ່ອນຂ້າງສູງ ແລະ ສູງຫຼາຍຈົນອາດຈະເຮັດໃຫ້ເກີດການສິ້ນເປຶອງ ຫຼື ບາງເທຶ່ອກໍເປັນອັນຕະລາຍຕໍ່ຜິວໜັງຂອງສາວໆໄດ້, ມື້ນີ້ເຮົາຈະມາແນະນນຳເຄັດລັບທີ່ຈະເຮັດໃຫ້ຜິວພັນຂອງສາວໆ ງາມຂຶ້ນໄດ້ດ້ວຍວິທີທໍາມະຊາດພາຍໃນ 2 ອາທິດ ເຮົາລອງໄປເບິ່ງພ້ອມກັນເລີຍວ່າມີຫຍັງແດ່… ລ້າງໜ້າດ້ວຍນໍ້າເຜິ້ງ ຄຸນປະໂຫຍດຂອງນໍ້າເຜິ້ງຄື ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວໜັງ ເໝາະສຳລັບຄົນທີ່ຜິວໜັງບາງແພ້ງ່າຍພຽງແຕ່ທ່ານທານໍ້າເຜິ້ງໃສ່ຜິວໜ້າກ່ອນອາບນໍ້າແລ້ວປະໄວ້ສອງເຖິງສາມນາທີ ຈາກນັ້ນຈຶ່ງລ້າງອອກດ້ວຍນໍ້າທີ່ສະອາດທ່ານຈະສໍາພັດໄດ້ວ່າຜິວຂອງທ່ານຂາວ ແລະ ອ່ອນຂຶ້ນ. ອົບອາຍນໍ້າດ້ວຍເປຶອກໝາກນາວ ພຽງແຕ່ຕົ້ມເປຶອກໝາກນາວກັບນໍ້າ ແລະ ຖອກໃສ່ຊາມຈາກນັ້ນເອົາໜ້າໄປຮັບເອົາອາຍນໍ້າທີ່ອອກມາພຽງສອງນາທີ ແລະ ເຊັດໜ້າໃຫ້ແຫ້ງ ວິທີນີ້ຈະຊ່ວຍເປີດຮູຂຸມຂົນ ແລະ ກຳຈັດສິ່ງທີ່ເປຶ້ອນໄດ້ເປັນຢ່າງດີ ແລະ ຍັງອຸດົມໄປດ້ວຍວິຕາມິນຊີທີ່ຊ່ວຍໃຫ້ຜິວໜັງສະຫວ່າງໃສຂຶ້ນ. ຂັດຜິວດ້ວຍນໍ້າໝາກພ້າວ ພຽງແຕ່ຜະສົມແປ້ງເຂົ້າຈ້າວ 2 ບ່ວງແກງ ກັບນໍ້າມັນໝາກພ້າວ ແລະ ນວດໃຫ້ເຂົ້າກັນ ຈາກນັ້ນເອົາມານວດໃສ່ໃບໜ້າວິທີນີ້ຈະຊ່ວຍປັບສີຜິວໃຫ້ຂາວຂຶ້ນ. …

Read More »