Breaking News

Daily Archives: 06/01/2017

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ ຖືວ່າເປັນນາງເອກທີ່ມາແຮງທີ່ສຸດແຫ່ງປີ!!! ສໍາລັບສາວ ແຕ້ວ ນັດຖະພອນ ນາງເອກຈາກລະຄອນເລື່ອງ “ນາຄີ” ຫຼື ທີ່ຮູ້ກັນຄື “ເຈົ້າແມ່ນາຄີ” ຫຼ້າສຸດມີການ Share ຮູບນາງເອກສາວສະໄໝຍັງນ້ອຍຕອນຮຽນປະຖົມຜົມສັ້ນພຽງຫູ ແລະ ສະໄໝຮຽນມັດທະຍົມຂໍບອກເລີຍວ່າສາວແຕ້ວງາມມາແຕ່ນ້ອຍແທ້ໆ.  

Read More »

ຊາຄຣິດ-ວຸ້ນເສັ້ນ ບັງເອີນເຈິກັນພ້ອມຖ່າຍຮູບຄູ່!!!

ຊາຄຣິດ-ວຸ້ນເສັ້ນ ບັງເອີນເຈິກັນພ້ອມຖ່າຍຮູບຄູ່!!! ຫຼັງຈາກຢ່າຮ້າງກັນໄປບໍ່ດົນຫຼ້າສຸດ “ວຸ້ນເສັ້ນ ວິຣິນິພາ” ດາລາສາວສຸດ Sexy ໄດ້ບັງເອີນພົບກັບ “ຊາຄຣິດ ແຍ້ມນາມ” ອະດີດສາມີ, ໂດຍສາວ ວຸ້ນເສັ້ນໄດ້ໂພສຮູບພາບຄູ່ເປັນເທື່ອທໍາອິດຫຼັງຈາກທີ່ຢ່າຮ້າງກັນໄປ. ໃນຂະນະທີ່ພະເອກສຸດເຈົ້າຊູ້ “ຊາຄຣິດ ແຍ້ມນາມ” ກໍໂພສຮູບພາບຄູ່ກັບສາວ “ວຸ້ນເສັ້ນ ວິຣິນິພາ” ອະດີດພັນລະຍາໃນ Instagram ສ່ວນຕົວເຊັ່ນກັນພ້ອມແຄບຊັ່ນວ່າ “ເມື່ອເຈິກັນແລ້ວຕ້ອງເປັນແບບນີ້ທຸກເທື່ອ” ປະກົດວ່າມີ FC ຂອງທັງສອງເຂົ້າມາເຊີຍ ແລະ ສະແດງຄວາມຄິດເຫັນໃຫ້ທັງສອງກັບມາຮັກກັນຄືເກົ່າເປັນຈຳນວນຫຼວງຫຼາຍ. ຮູບພາບຈາກ: Instagram/vjwoonsen,shahkrit  

Read More »

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະລັງການ (ມີຄຣິບ)

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະອັງການ (ມີຄຣິບ) ກາຍເປັນເພງ Hot Hit ຕິດຫູເມື່ອປີກາຍມາແລ້ວໃນເພງ “Pen-Pineapple-Apple-pen” ຫຼື PPAP ເຊິ່ງທັງໝົດເພງມີພຽງບໍ່ຈັກປະໂຫຍກຊໍ້າໄປຊໍ້າມາ ແຕ່ເມື່ອຟັງແລ້ວພັດຕິດຫູຢ່າງແຮງ ຫຼ້າສຸດໃນໄລຍະປີໃໝ່ PIKOTAR ເຈົ້າຂອງສຽງເພງກັບມາອີກຄັ້ງພ້ອມດ້ວຍຄວາມຍິ່ງໃຫຍ່ອະລັງການ. ໃນງານ Japan Record Awards 2016  ລາວໄດ້ຮັບເຊີນໃຫ້ໄປຂຶ້ນສະແດງໃນເພງ PPAP ຮ່ວມກັບວົງ Orchestra ແບບ Full band ຈາກເພງໃນໂລກອອນລາຍຕະຫຼົກໆກາຍເປັນ ງານໃຫ່ຍລະດັບປະເທດ ເມື່ອເບິ່ງການສະແດງແລ້ວຈະຮູ້ສຶກໄດ້ເລີຍເຖິງຄວາມຍິ່ງໃຫ່ຍອະລັງການ ແຖມລາວຍັງຮ້ອງເພງນີ້ໃນແບບເຕັມເພງອີກດ້ວຍ. ຈະມີຄວາມຍິ່ງໃຫ່ຍຊໍ່າໃດນັ້ນສາມາດຊົມຄຣິບໄດ້ເລີຍ!!!

Read More »

“Rogue One” ຄອງອັນດັບຮູບເງົາສ້າງເງິນຂ້າມປີ!!!

“Rogue One” ຄອງ Champion ຮູບເງົາສ້າງເງິນຂ້າມປີ!!! ຮູບເງົາຟອມຍັກ Rogue One: A Star Wars Story ຮູບແຍກຂອງສົງຄາມອາວະກາດສະຕາວໍເປັນ Champion ຮູບເງົາທີ່ສ້າງເງິນໃນ Box Office ໄດ້ຕິດຕໍ່ກັນເປັນອາທິດທີ່ສາມ ເຊິ່ງເປັນ Champion ຕັ້ງແຕ່ປາຍປີທີ່ຜ່ານມາແລ້ວຕໍ່ເນຶ່ອງມາຮອດປີນີ້ ໂດຍອາທິດທໍາອິດຂອງປີ 2017 ໜັງສ້າງລາຍໄດ້ໄປ 49.5 ລ້ານໂດລາ. ສ່ວນຮູບເງົາສ້າງເງິນອັນດັບ 2 ເປັນຂອງ Animation ແຫ່ງສຽງເພງເລຶ່ອງ “Sing” ດ້ວຍລາຍໄດ້ 42.8 ລ້ານໂດລາ. ອັນດັບ 3 ເປັນຂອງຮູບເງົາເລື່ອງ Passengers ເປັນແນວ Sci-fi ທີ່ໄດ້ນັກສະແດງລະດັບ Top ຄືສາວ Jennifer Lawrence ແລະ ໜຸ່ມ Chris Pratt …

Read More »