Breaking News

Daily Archives: 09/01/2017

ສາວ ຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ

ສາວຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ ວ້າວໆໆ…ງາມຫຼາຍໆສຳລັບສາວ ຫຼິງຫຼິງ ປິຍະດາ ທີ່ຫຼ້າສຸດນາງໄດ້ໂພສຮູບທີ່ເຮັດໃຫ້ຕະລຶງໃນຄວາມງາມໄປຕາມໆກັນເຊິ່ງນາງມາໃນ Look ແບບລາວໆ ຊຸດໄໝລາວຈົນເຮັດໃຫ້ລືມໄປເລີຍວ່ານາງເປັນສາວງາມປະເພດສອງ ແລະ ເຊື່ອເລີຍວ່າແມ່ຍິງຫຼາຍໆຄົນຕ້ອງມີຄວາມອິດສາໃນຄວາມເລີດ ຄວາມງາມທີ່ຫາບ່ອນຕິບໍ່ໄດ້ຂອງນາງ ຈະງາມຊໍ່າໃດນັ້ນມາເບິ່ງດ່ວນ! ພາບຈາກ: lingpiyadar

Read More »

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ!

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ! ໂດຍ: “ຊະນີIndy” ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ກັບດາລາຍິງສາຍເຮຮາຄົນນີ້ ອາມມີ່ ໄຊຊະນະວົງເພັດ ເພາະນາງກໍມີຜົນງານຫຼາກຫຼາຍ ແຕ່ນັ້ນບໍ່ແມ່ນປະເດັນທີ່ຈະມາພັນລະນາຜົນງານຂອງນາງແຕ່ຢ່າງໃດເພາະ “ຊະນີIndy” ໄດ້ມັກສັງເກດເຫັນນາງມັກໂພສຮູບພ້ອມກັບແຄັບຊັ່ນ (Captoin) ແນວຕະຫຼົກ ເຮຮາເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ (share) ຮູບຂອງນາງຢ່າງຫຼວງຫຼາຍ ດັ່ງນັ້ນ ສາເຫດທີ່ເຮັດໃຫ້ນາງສາມາດແຈ້ງເກີດ ນອກຈາກຄວາມສາມາດແລ້ວ ກໍແມ່ນຄວາມໂດດເດັ່ນແນວຕະຫຼົກເຮຮາຂອງນາງນັ້ນເອງ ບາງເທື່ອ “ຊະນີIndy” ວ່າຈະເປັນດາລາ ຫຼື ເປັນຄົນທຳມະດາກໍບໍ່ຈຳເປັນທີ່ຈະຕ້ອງໜ້າຕາດີຢ່າງດຽວ ຂໍແຕ່ກ້າເປັນຕົວເອງ ໝັ້ນໃຈໃນທາງທີ່ດີ ມີແນວຄິດສ້າງສັນ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອ້ອມຂ້າງ ພຽງເທົ່ານີ້ໂອກາດດີໆກໍອາດຈະມາຫາເຮົາເອງໂດຍທີ່ບໍ່ຕ້ອງສະແຫວງຫາ.   “ປີນຂືນໄປເພືອຫມາກກະທັນໂດຍສະເພາະ” “ຄິດຮອດຕົ້ມເປັດຢູ່ບ້ານ..,,ໃຜໃຈສີຕົ້ມໃຫ້ກີນອີກນໍ” “ຄັ້ງທຳອີດທີ່ໄດ້ຂີ້ຊ້າງ ຕື່ນເຕັ້ນຫລາຍ” “ເຮັດສວນຢູ່ນິແຕ່ນອ້ຍຈົນໃຫ່ຍ .ຜັກປອດສານພິດ” “ກີນກະແລ໋ມ..ທ້າລົມຫນາວ ກະແລ໋ມໂຄດຫນ້າຮັກຈົນສີບໍ່ກ້າກີນ” “ຂະຫນາດຄຳແກ້ວເປັນງູ ທົດສະພົນກະຍັງຮັກ ຂອ້ຍເປັນຄົນຄັກຄັກຄືບໍ່ມີໃຜມາຮັກຂອ້ຍແດ” ຮູບພາບຈາກ: Armmy Saysanavongphet

Read More »

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ລວມດາລາດັງໆໄວ້ພ້ຽບ!!!

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ ລວມດາລາດັງໆໄວ້ພ້ຽບ!!! ໂດຍ:  “ຊະນີIndy” ຜ່ານໄປແບບສົດໆຮ້ອນໆກັນເລີຍກັບພິທີໄຫ້ວຄູຂອງຮູບເງົາເລື່ອງ “ຫົງຫາມເຕົ່າ” ໃນວັນ 8 ມັງກອນ 2017 ທີ່ຜ່ານມາ, ເຊິ່ງມີນັກສະແດງ ແລະ ທີມງານເຂົ້າຮ່ວມເປັນຈຳນວນຫຼວງຫຼາຍນຳທີມໂດຍ ເຈ້ຍ ປາສິຟິກ, ລູກນ້ຳ ທິດາລັດ, ເບບີ້ ປິຍາມາດ, ອາມມີ່ ແລະ ອີກຈຳນວນຫຼາຍ, ເຊິ່ງໄດ້ຍິນມາວ່າເລື່ອງນີ້ນັກຮ້ອງສາຍຕະຫຼົກ ເຈ້ຍ ປາຊີຟິກ ເປັນທັງຄົນກຳກັບ ແລະ ຂຽນບົດເອງ ສ່ວນວ່າຮູບເງົາເລື່ອງນີ້ຈະອອກມາໃນແນວທາງໃດນັ້ນຈົ່ງລໍຖ້າຕໍ່ໄປເພາະເພິ່ນກຳລັງຢູ່ໃນຊ່ວງຖ່າຍທຳນັ້ນເອງ. “ຊະນີIndy” ບໍ່ໄດ້ມາອັບເດດສູ່ຟັງລ້າໆໃດແຕ່ຍັງນຳເອົາພາບບັນຍາກາດມາໃຫ້ເພື່ອນໆໄດ້ເບິ່ງນຳ ລໍຖ້າຢູ່ເຮັດຫຍັງມາເບິ່ງເລີຍ…! ພາບຈາກ: Jear Pacific, B’Bie Piyamarth

Read More »

ເຕັກນິກການແຕ່ງໜ້າໃຫ້ງາມບໍ່ແພ້ການເຮັດສັນຍະກໍາ!!!

ເຕັກນິກການແຕ່ງໜ້າໃຫ້ງາມບໍ່ແພ້ການເຮັດສັນຍະກໍາ!!! ຢາກງາມບໍ່ຈໍາເປັນຕ້ອງເຮັດສັນຍະກໍາສະເໝີໄປ ເພາະເຮົາສາມາດແຕ່ງໜ້າເພື່ອໂຊຄວາມງາມໂດດເດັ່ນຂອງໜ້າໄດ້ທັງຍັງສາມາດປັບຮູບໜ້າໃໝ່ໃຫ້ຄືກັບການໄປເຮັດສັນຍະກໍາມາເລີຍ ເຊິ່ງມື້ນີ້ເຮົາມີ 4 ວິທີການແຕ່ງໜ້າໃຫ້ງາມມາຝາກສາວໆກັນ ແລະ ຈະມີວິທີໃດນັ້ນເຮົາໄປເບີ່ງພ້ອມໆກັນເລີຍ… ແຕ່ງແກ້ມງາມດ້ວຍບຣອນເຊີ ຢາກໃຫ້ແກ້ມແຫຼມນ້ອຍລົງບໍ່ຕ້ອງໄປເຮັດສັນຍະກໍາໃຫ້ເຈັບຕົວ ພຽງແຕ່ແຕ່ງໜ້າດ້ວຍອາວຸດລັບຄື ບຣອນຊີກໍຈະປ່ຽນແກ້ມຕຸ້ຍໆ ກົມໆ ໃຫ້ນ້ອຍລົງຈົນກາຍເປັນສາວໜ້າແຫຼມງາມໄດ້ແລ້ວ ໂດຍໃຫ້ເລືອກບຣອນເຊີ ທີ່ມີສີເຂັ້ມກວ່າສີຜິວປະມານ 2 ສີ ຈາກນັ້ນໃຫ້ທາລົງເທິງຂະມັບແກ້ມ ແແລະ ຄາງເຂ່ຍໃຫ້ທົ່ວສະໝໍ່າສະເໝີ ເທົ່ານີ້ກໍງາມຈົນຄືໄປເຮັດສັນຍະກໍາມາແລ້ວ. ໜ້າເດັກລົງດ້ວຍ ບລັສອອນ ໜ້າເດັກລົງໄດ້ໂດຍບໍ່ຕ້ອງໄປສັກໂບທ໋ອກ ຫຼື ອັບໜ້າໃຫ້ເດັກລົງ ເພາະນອກຈາກຈະເຮັດໃຫ້ສີ້ນເປືອງເງິນແລ້ວຍັງສ່ຽງອັນຕະລາຍຈາກຜົນຂ້າງຄຽງຂອງຢານໍາອີກ ທາງທີ່ດີມາເຮັດໜ້າໃຫ້ອ່ອນລົງດ້ວຍການແຕ່ງໜ້າກັນດີກວ່າ ດ້ວຍການເລືອກໃຊ້ບລັສອອນສີກຸຫຼາບ ເອົາມາປັດບໍລິເວນແກ້ມເບົາໆ ແລະ ໃຫ້ບາງທີ່ສຸດເທົ່ານີ້ກໍເລີດແລ້ວ. ຮີມສົບອວບອີ່ມດ້ວຍສະຕິດໄລເນີ ເທຼນສຸດຮອດກັບຮີມສົບທີ່ອວບອີ່ມທີ່ສາວໆສ່ວນໃຫຍ່ຕ່າງໄຝ່ຝັນຢາກຈະມີຮີມສົບແບບນີ້ ແລະ ແນ່ນອນວ່າທາງເລືອກຂອງສາວໆສ່ວນຫຼາຍ ກໍແມ່ນການໄປເຮັດສັນຍະກໍານັ້ນເອງ ແຕ່ຢ່າຟ້າວຮູ້ບໍ່ວ່າເຮົາສາມມາດຕື່ມຄວາມງາມອວບອີ່ມໃຫ້ກັບຮີມສົບຂອງເຮົາໄດ້ງ່າຍໆ ພຽງແຕ່ໃຊ້ສະຕິກໄລເນີຮ່ວມກັບສະຕິກທໍາມະດາ ແລະ ສະຕິກມັນເທົ່ານັ້ນ ໂດຍການຂຽນຂອບປາກໃຫ້ກາຍຂອບປາກແທ້ອອກມາຈັກໜ້ອຍດ້ວຍສະຕິກໄລເນີ ຈາກນັ້ນທາສະຕິກທໍາມະດາລົງໄປໃຫ້ທົ່ວ ແລ້ວປິດທ້າຍດ້ວຍສະຕິກມັນເຄີ່ງກາງປາກພຽງເທົ່ານີ້ກໍໄດ້ຮີມສົບທີ່ອວບອີ່ມດັ່ງທີ່ໃຈຕ້ອງການແລ້ວ. ໄຮໄລ້ຍົກຕາໃຫ້ກະຊັບຂຶ້ນ ດວງຕາທີ່ຫ່ຽວບໍ່ສົດໄສ ແກ້ໄຂໄດ້ດ້ວຍໄຮໄລການຍົກກະຊັບຕາ ໂດຍການເອົາໄຮໄລສີທີ່ເຂັ້ມກວ່າສີຜິວປະທານ 2 …

Read More »