Breaking News

Daily Archives: 24/01/2017

ສະເໜ!ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ

ສະເໜ!!! ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ… ປະເທດລາວເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດ ຊົນເຜົ່າ, ເຜົ່າມົ້ງເປັນອີກຊົນເຜົ່າໜຶ່ງທີ່ດໍາລົງຊີວິດ ແລະ ເປັນຊົນເຜົ່າທີ່ສໍາຄັນຢູ່ໃນປະເທດລາວເຮົາ, ການລົງຊີວິດຂອງຊົນເຜົ່າມົ້ງກໍຄືກັນກັບຊົນເຜົ່າຕ່າງໆຂອງລາວທົ່ວໄປ ໃນເມຶ່ອກ່ອນນັ້ນຊົນເຜົ່າມົ້ງຈະອາໄສຢູ່ຕາມ ເຂດພູດອຍ ເຊິ່ງຈະມີຄວາມສະດວກໃນການປະກອບອາຊີບຂອງເຂົາເຈົ້າຄື ການເຮັດໄຮ່ ເຮັດສວນນັ້ນເອງ ແຕ່ມາຮອດປັດຈຸບັນຊົນເຜົ່າມົ້ງສ່ວນຫຼາຍໄດ້ມີການຍົກຍ້າຍລົງມາຕັ້ງຖິ່ນຖານຢູ່ຮ່ວມກັບຊົນເຜົ່າລາວລຸ່ມຕາມສະຖານທີ່ຕ່າງໆ ເຖິງຈະມາຢູ່ຮ່ວມກັນຫຼາຍຊົນເຜົ່າແຕ່ຊົນເຜົ່າມົ້ງກໍມີວັດທະນະທໍາທີ່ເປັນເອກະລັກຂອງຕົວເອງ ແລະ ປະຕິບັດກັນມາແຕ່ສະໄໝປູ່ຍ່າ ຕານາຍຈົນມາຮອດປັດຈຸບັນກໍຍັງປະຕິບັດກັນຢູ່ ແຕ່ວັດທະນະທໍາທີ່ BeautyGuru ເອົາມາຕ້ອນແຟນໆຂວັນໃຈໃນມື້ນີ້ ກໍຄືວັດທະນະທໍາການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າມົ້ງນັ້ນເອງ ເຊິ່ງວ່າຈະມີຄວາມງາມ ແລະ ແຕກຕ່າງຈາກເຜົ່າອື່ນໃນ ປະເທດລາວເຮົາແນວໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ.     By: BeautyGuru ເຄຼດິດຮູບຈາກ: ສາວມົ້ງ Saomhong

Read More »

ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford…

ຄໍລໍາພິເສດ ສໍາລັບສາວໆທີ່ເບື່ອຊີວິດ ຕ້ອງການແຮງບັນດານໃຈ ອ່ານດ່ວນ… ສໍາລັບແຟນໆຂວັນໃຈຄົນໃດທີ່ກໍາລັງຮູ້ສຶກເບື່ອກັບບັນຫາເຫຼົ່ານີ້ ເຮົາຂໍແນະນໍາໃຫ້ອ່ານຄໍລໍານີ້ເລີຍ Special Scoop ເປັນຄໍລໍາໃໝ່ຂອງເດືອນ ມັງກອນ 2017 ນີ້ ເຊິ່ງໃນນັ້ນແຟນໆຂວັນໃຈຈະໄດ້ພົບກັບ 4 ສາວ Profile ເລີດ ທີ່ຈະມາສົ່ງພະລັງແຫ່ງແຮງບັນດານໃຈ ພ້ອມຂໍ້ຄິດດີໆແກ່ແຟນໆຂວັນໃຈ ແລະ ມື້ນີ້ເຮົາໄປຮູ້ຈັກກັບສາວຄົນນີ້ເລີຍ     ອັກຈຸສັນ ຣາຊພົນ ສາວນັກອະນຸລັກສັດປ່າ ວ່າທີ່ປະລິນຍາເອກ ສາຂາສັດຕະສາດຈາກມະຫາວິທະຍາໄລ Oxford ບອກວ່າ: “ຖ້າມັນເປັນສິ່ງທີ່ເຮົາມັກ ເປັນ Passion ຂອງເຮົາເຮົາຈະເຮັດແບບບໍ່ຮູ້ເມື່ອຍ ບໍ່ຮູ້ເບື່ອເພາະມັນມີຄວາມສຸກ ແລະ ບໍ່ຮູ້ສຶກວ່າເປັນວຽກ” ແລະ ລາຍລະອຽດທ່ານສາມາດຕິດໄດ້ຈາກ ວາລະສານຂວັນໃຈສະບັບ 114 ເດືອນ ມັງກອນ 2017 ໄດ້ຕາມຮ້ານ U Express, M Point Mart …

Read More »

ຂ່າວດ່ວນເກີດເຫດລະເບີດຢູ່ແຂວງອຸດົມໄຊ (ມີຄລິບ)

ຂ່າວດ່ວນເກີດເຫດລະເບີດແຕກຢູ່ແຂວງອຸດົມໄຊ ເວລາ 9:00 ວັນທີ 24 ມັງກອນ 2017 ທີ່ ມສ ເມືອງໄຊ ແຂວງອຸດົມໄຊໄດ້ລາຍງານວ່າ: ເຫດດັ່ງກ່າວ ໄດ້ເກີດຂຶ້ນທີ່ນັກຮຽນກໍາລັງການທະຫານ, ພໍຮອດການສາທິດການນໍາໃຊ້ລະເບີດແລ້ວ ເຮັດໃຫ້ເກີດອຸບັດຕິເຫດເກີດລະເບີດແທ້ . ລາຍງານໃນເບື້ອງຕົ້ນຮູ້ວ່າ ມີນັກຮຽນໄດ້ຮັບບາດເຈັບປະມານ 30 ກວ່າຄົນ ແລະ ຜູ້ເຝິກສອນ ເສຍຊີວິດຄາທີ່, ສ່ວນສາເຫດໃນການລະເບີດແຕກຄັ້ງນີ້ເຈົ້າໜ້າທີ່ກໍາລັງສືບສວນ.     ພາບລະຂ່າວ: ນັກຮຽນ ມສ ເມືອງອຸດົມໄຊ  

Read More »

ແຈ້ງການກວດມະເຮັງເຕົ້ານົມຟຣີ…!

ກວດມະເຮັງເຕົ້ານົມຟຣີ ອ່ານດ່ວນສໍາຫຼັບແມ່ຍິງທີ່ອາຍຸຕັ້ງແຕ່ 45 ປີຂຶ້ນໄປ ກວດມະເຮັງເຕົ້ານົມຟຣີທີ່ໂຮງໝໍມະໂຫສົດ ໃນວັນທີ 31 ມັງກອນ 2017 ທີ່ມາຈາກ: ໂທລະໂຄ່ງ THOLAKHONG

Read More »

ແຟນບານ ທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ຫ້າມພາດ….

ໃຜທີ່ເປັນແຟນບານຂອງທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ຫຼືເປັນແຟນຄັບພະເອກ Music Video ເພງ ເຊືອກວິເສດ ກໍຢ່າລືມໄປຊົມໄປເຊຍເດີມື້ ວັນທີ 25 ມັງກອນ 2017 ນີ້ ແຕ່ກ່ອນຊິໄປຊົມໄປເຊຍການເຕະບານນັ້ນມື້ນີ້ GossipSport ໄດ້ນໍາເອົາຮູບພາບບັນຍາກາດຂອງ ທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ທີ່ໄດ້ມາຮອດປະເທດລາວມາຝາກ By: GossipSport  

Read More »