Breaking News

Daily Archives: 25/01/2017

ເອກະລັກ ປະເພນີລາວ

ເອກະລັກ ປະເພນີລາວເປັນສິ່ງທີ່ດີງາມ ແລະ ປະຕິບັດກັນມາແຕ່ສະໄໝບູຮານ ເມຶ່ອເວົ້າເຖິງປະເພນີ້ແລ້ວ ປະເທດລາວເຮົາເປັນອີກປະເທດໜຶ່ງທີ່ມີເອກະລັກປະເພນີທີ່ດີງາມມາຕັ້ງແຕ່ບູຮານ ແລະ ຍັງຄົງສືບຕໍ່ກັນມາຈົນຮອດປັດຈຸບັນນີ້ ແລະ ມື້ນີ້ BeautyGuru ຈະນໍາເອົາເອກະລັກ ປະເພນີການໃສ່ບາດມາຕ້ອນກັນ ເຊິ່ງ BeautyGuru ເຊຶ່ອວ່າສາວໆຫຼາຍຄົນທີ່ມັກເຮົດບຸນ ໂດຍສະເພາະສາວໆທີ່ມັກໃນການໃສ່ບາດຈະຕ້ອງມັກແນ່ນອນ ເພາະການໃສ່ບາດນອກຈາກຈະເປັນການສືບສານປະເພນີລາວອີກຢ່າງໜຶ່ງແລ້ວ ຍັງເປັການເຮັດບຸນທີ່ເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ສາວໆພະຍາຍາມຕຶ່ນໃຫ້ເຊົ້າຂຶ້ນຈັກໜ້ອຍເພຶ່ອກະກຽມເຄຶ່ອງ ຫຼື ຖ້າສາວໆຄົນໃດຢ້ານບໍ່ທັນກໍສາມາດກະກຽມໄວ້ແຕ່ຕອນກາງຄືນກໍໄດ້ເພຶ່ອໃຫ້ທັນໄປໃສ່ບາດໃນຕອນເຊົ້າກ່ອນໄປວຽກ ກ່ອນໄປໂຮງຮຽນ ຫຼື ໄປໃສກໍຕາມຈະເຮັດໃຫ້ເຮົາສຶກສະບາຍໃຈຂຶ້ນນັ້ນເອງລະຈະສາວໆ ສ່ວນການແຕ່ງຕົວ ຫຼື ການນຸ່ງຖືໃນການໃສ່ບາດນັ້ນສາວໆຫຼາຍຄົນຄົງຮູ້ກັນດີຢູ່່ແລ້ວເພາະເອກະລັກຂອງຄົນລາວກໍແມ່ນການນຸ່ງສິ້ນ, ເສຶ້ອໄໝ ຫຼື ເສຶ້ອສຸພາບ ເກົ້າ ຫຼື ມັດຜົມລະກະບ່ຽງແພຄືກັບເຂົ້າວັດ ຟັງທໍາທົ່ວໄປນັ້ນລະສາວໆ ແລະ ມື້ນີ້ BeautyGuru ກໍມີຮູບງາມໆຂອງການໃສ່ບາດໃນຕອນເຊົ້າມາຕ້ອນສາວໆກັນອີກ!!! ເຮົາໄປເບິ່ງພ້ອມກັນເລີຍ … By: BeautyGuru ເຄຼດິດຮູບຈາກ: ວັດທະນະທໍາລາວ

Read More »

ຂ່າວດີສໍາລັບພີ່ນ້ອງຊາວລາວ…

ຂ່າວດີສໍາລັບພີ່ນ້ອງຊາວລາວ ຂໍເຊີນພີ່ນ້ອງທຸກທົ່ວໜ້າ ປິ່ນປົວບາດແຜຈາກໄຟໄໝ້ນໍ້າຮ້ອນລວກຟຣີ ຢູ່ທີ່ໂຮງໝໍມະໂຫສົດ ໃນວັນທີ 6-16 ກຸມພາ 2017 , ມີຜູ້ຊ່ຽວຊານຈາກ ອົດສາລີ ແລະ ນິວຊີແລນ ສາມາດຕິດຕໍ່ ພົວພັນຕາມເບີໂທ 030 9604893 ທີ່ມາຈາກ:Laopost

Read More »

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

  ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555)   ທີ່ມາຈາກ: aum_patchrapa

Read More »