ສາວໆທີ່ໜ້າຮັກ ໃກ້ຈະຮອດເດືອນແຫ່ງຄວາມຮັກແລ້ວເນາະ ທີມງານ ຂວັນໃຈ ໄດ້ນໍາເອົາສະຖານທີ່ທ່ອງທ່ຽວ ທີ່ເປັນສະຖານທີ່ແຫ່ງໃໝ່ ມາໃຫ້ໜຸ່ມໆສາວໆໄດ້ໄປທ່ຽວຊົມໃນມື້ພັກຜ່ອນ ຟາມພູຕາເວັນ ຕັ້ງຢູ່ ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຖ້າຫາກເດີນມາແຕ່ນະຄອນຫຼວງ ມາຕາມເສັ້ນທາງເລກທີ່ 13 ໃຕ້ ຈະໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງ 30 ນາທີ ແລະ ຟາມພູຕາເວັນແຫ່ງນີ້ເປີດໃຫ້ນັກທ່ອງທ່ຽວສາມາດເຂົ້າຊົມໄດ້ຕັ້ງແຕ່ 9 ໂມງເຊົ້າ ຫາ 6 ໂມງແລງ ຄ່າປີ້ເຂົ້າຊົມລາຄາ 10.000 ກີບ ຟາມພູຕາເວັນ ເປັນບ່ອນພັກຜ່ອນທີ່ແສນສະບາຍ ແລະ ຍັງເປັນບ່ອນຜ່ອນຄາຍກັບການທ່ຽວຊົມ ແລະ ພັກອາໄສຕິດພັນກັບທໍາມະຊາດ, ໜີຫ່າງຈາກບ່ອນທີ່ມີຄວາມສັບສົນຂອງຍານພາຫະນະ ແລະ ຕົວເມືອງທີ່ແອອັດ, ມາທ່ຽວຊົມທໍາມະຊາດອັນແສນສົດຊື່ນ ແລະ ການບໍລິການທີ່ໜ້າປະທັບໃຈ ທີ່ໄດ້ຈັດໄວ້ຄອຍໃຫ້ບໍລິການທ່ານທີ່ຟາມພູຕາເວັນ ໃນຟາມແຫ່ງນີ້ປັດຈຸບັນໄດ້ມີຜົນຜະລິດຫຼາຍຢ່າງເຊັ່ນ: ການປູກໝາກແຕງແຄນຕາລຸກ, ໝາກເລັ່ນ, ໝາກເຜັດ, ໝາກນາວ, ໝາກສາລີ, …
Read More »Daily Archives: 31/01/2017
ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ (ມີຄຣິບ)
ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ ນັກຂ່າວສັນຈອນ ໄດ້ລາຍງານວ່າມີເຫດໄຟໃໝ້ລົດ ຮຸນໄດ ຢູ່ຕໍ່ໜ້າຕະຫຼາດທົ່ງຂັນຄຳ ຕຶກສ້າງໃໝ່ ໃນເວລາ 13:44 ນາທີ ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ມີປະຊາຊົນແຕກຕື່ນເປັນຈຳນວນຫຼາຍ, ແຕ່ຍັງດີທີ່ລົດນ້ຳປະຈຳອາຄານຕະຫຼາດສາມາດດັບໄຟໄດ້ທັນ ແລະ ບໍ່ເຮັດໃຫ້ມີຜົນເສຍຫາຍຫຼາຍປານໃດ. ທ່ານສາມາດເບິ່ງຄຣິບ. ຂໍຂອບໃຈຄຣິບຂ່າວຈາກນັກຂ່າວສັນຈອນ
Read More »ຂະບວນແຫ່ເຂີຍທີ່ບໍ່ເຄີຍເຫັນມາກ່ອນ…!
“ລູກຊາວບ້ານ” ຈະພາທ່ານ ຜູ້ອ່ານເວັບໄຊ ຂວັນໃຈທຸກທີ່ໜ້າຮັກທຸກທ່ານ ມາເບິ່ງພິທີການແຫ່ເຂີຍ ທີ່ບໍ່ເຄີຍເຫັນມາກ່ອນ ເປັນຂະບວນແຫ່ທີ່ປະສົມປະສານ ສິລະປະມວຍລາວທີ່ຫາເບິ່ງໄດ້ຍາກ ໃນງານແຕ່ງດອງຂອງ ທ້າວ ຄໍາພາວັນ ອິນທະວົງ ແລະ ນາງ ສະແວ່ນຕ້າ ທີ່ບ້ານໄຜ່ລ້ອມ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ແນວໃດກໍຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່ນໍາເດີ! ນັກຟ້ອນລາຍລາວແມ່ນມາຈາກ ໂຮງຮຽນ ສ້າງຄູພະລະສຶກສາ ທົ່ງປົ່ງ…! ທ່ານສາມາດເບິ່ງຄຣິບ: ຂໍ້ມູນຈາກ khampilavan Inthavong
Read More »ກຽມຈັດການປະກວດ Miss Grand Laos ຄັ້ງທໍາອິດ
ປະເທດລາວເຮົາແມ່ນຖືວ່າເປັນຄັ້ງທໍາອິດ ທີ່ຈະໄດ້ມີການປະກວດ Miss Grand Laos ສໍາລັບ ຈຸດປະສົງໃນການປະກວດມີສແກຣນລາວ ແມ່ນເພື່ອສ້າງກິດຈະກຳໃຫ້ໄວໜຸ່ມສົນໃຈໃນການສຶກສາຫາຄວາມຮູ້, ສ້າງໃຫ້ມີຈິດສຳນຶກຄວາມຮັກຊາດ, ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ມີຄວາມກ້າຫານໃນການສະແດງອອກເຖິງຄວາມສາມາດ ແລະ ເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້ ແລະ ຍົກບົດບາດຂອງ ສປປ ລາວ ໃນເວທີສາກົນ Miss Grand International ເປັນງານປະກວດຄວາມງາມ ໜຶ່ງໃນ 5 ເວທີຊັ້ນນຳ ຂອງໂລກ ເຊິ່ງປະກອບດ້ວຍ Miss Universe, Miss World, Miss International ແລະ ນາງສາວ Supranational ຜ່ານການຈັດການປະກວດໂຄງການດັ່ງກ່າວມາເປັນໄລຍະ 4 ປິ ມີ 90 ກວ່າປະເທດໄດ້ເຂົ້າຮ່ວມການປະກວດ ແລະ ປະເທດລາວເຮົາແມ່ນເປັນຄັ້ງທໍາອິດທີ່ຈະໄດ້ເຂົ້່າຮ່ວມການປະກວດ ຜູ້ທີ່ໄດ້ຮັບຕໍ່າແໜ່ງ Miss Grand Lao ຈະໄດ້ຮັບເງິນ …
Read More »ມາຮູ້ຈັກກັບ “ຄອງສິບສີ່”
ສາວໆຄົນໃດທີ່ໄດ້ອ່ານໄປວານນີ້ແລ້ວກ່ຽວກັບ “ຮີດສິບສອງ” ຄົງຈະຮູ້ກັນໄປແລ້ວເນາະ ແລະ ມື້ນີ້ BeautyGuru ມາຕາມສັນຍາຈະມາສະເໜີກ່ຽວກັບ “ຄອງສິບສີ່” ໃຫ້ສາວໆໄດ້ຮູ້ກັນຕື່ມ ເຊິ່ງວ່າ “ຄອງສິບສີ່” ນີ້ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະ ໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. “ຄອງສິບສີ່” ມີຄື: 1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ 2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ 3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ. 4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ. 5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ. 6. ກ່ອນຈະເຂົ້ານອນໃຫ້ອາບນໍ້າຫຼືລ້າງຕີນເສຍກ່ອນ 7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ …
Read More »