Breaking News

Daily Archives: 02/02/2017

ໝານ້ອຍພັນ Husky ມີຄວາມໜ້າຮັກໜ້າເອັນດູ! (ມີຄຣິບ)

ຄຣິບໝານ້ອຍພັນ Husky ນອນລຽນກັນ ເບິ່ງແລ້ວເປັນຕາໜ້າຮັກໜ້າເອັນດູ ເຊິ່ງຄຣິບນີ້ມີຄົນເຂົ້າໄປກົດໄລ້ ກົດແຊຣກັນເປັນຈຳນວນຫຼາຍ ມາເບິ່ງຄຣິບກັນເລີຍວ່າຈະມີຄວາມໜ້າຮັກພຽງໃດ. ທ່ານສາມາດເບິ່ງຄຣິບ:   Husky Puppies Chilling Just a pile of husky puppies taking it VERY easy ?? โพสต์โดย UNILAD บน 2 กุมภาพันธ์ 2017   via: UNILAD

Read More »

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ)

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ) ເຟສບຸກຂອງ Deplorables Inc ໄດ້ເຜີຍແຜ່ຄຣິບງານແຕ່ງດອງ ລະຫວ່າງ ຜູ້ອາວຸໂສອາຍຸ 80 ປີ ກັບເດັກນ້ອຍອາຍຸ 12. ຄຣິບດັ່ງກ່າວແມ່ນຈັບພາບຕອນເຈົ້າບ່າວຍ່າງເຂົ້າໄປໃນເຮືອນຂອງເຈົ້າທີ່ຍັງເປັນເດັກນ້ອຍຢູ່ ຂະນະທີ່ຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງດ້ວຍຄວາມຍິນດີ ຈາກນັ້ນ ຝ່າຍຊາຍກໍບິດກະແຈຫ້ອງຕາມປະເພນີ ແລ້ວຍ່າງໄປຫາເຈົ້າສາວອາຍຸພຽງ 12 ປີ ທີ່ໃສ່ສຸດກະໂປງຍາວຢູ່ເທິງຕຽງ. ຊາວ Social Media ຕ່າງກໍສະແດງຄວາມເຫັນວ່າ ນັ້ນແມ່ນຄວາມໂຊກຮ້າຍຂອງເດັກນ້ອຍ ພ້ອມກັບເວົ້າລຸມໃສ່ເຈົ້າບ່າວ ແລະ ຄອບຄົວຂອງເຈົ້າສາວ ແລະ ກ່າວເປັນປະເພນີທີ່ຕໍ່າຊ້າທີ່ໃຫ້ເດັກນ້ອຍຜູ້ຍິງແຕ່ງດອງກັບຜູ້ເຖົ້າ. ແນວໃດກໍຕາມ ຜູ້ທີ່ເຫັນດ້ວຍປະເພນີເຕືອນວ່າ: ຢ່າຫຍຸ້ງທໍານຽມປະເພນີຂອງຄົນອຶ່ນ ແລະ ອະທິບາຍວ່າເປັນປະເພນີທ້ອງຖິ່ນທີ່ຈັດຂຶ້ນມາຕັ້ງແຕ່ສະໄໝບູຮານ. ທ່ານສາມາດເບິ່ງຄຣິບ! https://www.facebook.com/DeplorablesInc/videos/354763124909877/  

Read More »

ຄຸ້ມບ້ານທີ່ໜາວທີ່ສຸດໃນໂລກ! ຕິດລົບເຖິງ -71.2°C…

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວຕ່າງປະເທດ ນໍາກັນເທາະ! ໄປສໍາຜັດກັບອາກາດໜາວໆໆຕ່າງປະເທດ ເມື່ອກ້າວເຂົ້າລະດູໜາວ ສໍາລັບຢູ່ປະເທດລາວເຮົາແມ່ນ ຢູ່ທາງພາກເໜືອ ແລະ ທາງພາກໃຕ້ເຂດປາກຊ່ອງ ຖືວ່າອາກາດໜາວຫຼາຍກວ່າແຕ່ລະພາກ ແລະ ເຮົາຄິດວ່າອາກາດໜາວຢູ່ບ້ານເຮົາໜາວສໍ່ານີ້ຖືວ່າໜາວຫຼາຍແລ້ວ ແຕ່ສໍາລັບຢູ່ທີ່ “Oymyakon” ເປັນບ້ານທີ່ຢູ່ໃນປະເທດລັດເຊຍ ເຂົາເຈົ້າຕ້ອງທົນຢູ່ກັບຄວາມໜາວ ທີ່ມີອຸນຫະພູມຕິດລົບ -50 ອົງສາເຊວຊຽດ ແລະ ອາກາດໜາວເປັນເວລາຍາວເຖິງເຄິ່ງປີເລີຍແຫຼະ!! ເມື່ອໄດ້ຍິນວ່າຕິດລົບ -50 °C ກໍຮູ້ສຶກໜາວແລ້ວ!! Oymyakon ເປັນບ້ານທີ່ຕັ້ງຢູ່ໃນເຂດ ສາທາລະນະລັດ Yakutia ປະເທດລັດເຊຍ ແລະ ລະດູໜາວຂອງທີ່ນີ້ມີອາກາດຕິດລົບດົນເຖິງເຄິ່ງປີ ອຸນຫະພູມຕໍ່າສຸດສະເລ່ຍ -50 °C ແຕ່ກໍຍັງມີລະດູຮ້ອນປະມານ 3 ເດືອນ ອຸນຫະພູມກໍສູງຂຶ້ນສະເລ່ຍປະມານ 30 °C ເຊິ່ງຖືໄດ້ວ່າເວລາຮ້ອນກໍຮ້ອນຫຼາຍ ເວລາໜາວກໍໜາວຫຼາຍເລີຍແຫຼະ!! ຜ່ານມາເຄີຍມີການບັນທຶກສະຖິຕິໄວ້ໃນປີ 1924 ເຄີຍໜາວເຖິງ -71.2°C ແລະ ຮ້ອນເຖິງ 34.6 …

Read More »

ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!

  ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້***   ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด  

Read More »

ກິຕ້າ ໄປອອກລາຍການດັງອີກແລ້ວ! (ມິຄຣິບ)

  ມາໆມາເມົ້າມອຍກັບ ຊະນີIndy ມື້ນີ້ຈະມາອັບເດດຜົນງານຂອງສາວ ກິຕ້າ ຫຼື ພັດທະສອນ ມະນີດາລັດ ອາຍຸ 25 ປີ ສາວລາວທີ່ມີຄວາມກ້າຫານສະໝັກໄປອອກລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນກາຍເປັນ “Talk of the town” ດັງທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານມາແລ້ວ, ແຕ່ຫຼ້າສຸດກະແສນາງກໍບໍ່ຕົກເດີ້ ເພາະນາງຖືກເຊີນໄປເປັນແຂກຮັບເຊີນລາຍການດັງອີກແລ້ວ ລາຍການນີ້ມີຊື່ວ່າ “ແຮງຊັດຈັດເຕັມ” ໂດຍມີພິທີກອນອະດີດນາງງາມ ດຣ. ປະນັດດາ ວົງຜູ້ດີ (ບຸມ) ແລະ ໃນຊ່ວງສຳພາດພິທີກອນກໍໄດ້ຖາມໄຖ່ສາວ ກິຕ້າ ວ່າໄປມາຢ່າງໃດເຖິງມາຮ່ວມໃນລາຍການເລືອກຄູ່ໄດ້ສາວກິຕ້າກໍຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ແບບບໍ່ມີຂາດຕົກບົກຜ່ອງ. ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຊະນີIndy ເອົາຄຣິບລາຍການມາຝາກໝູ່ເພື່ອນທຸກຄົນ ສາມາດເບິ່ງຄຣິບໄດ້ເລີຍ!         ຂໍຂອບໃຈຮູບພາບຈາກ: Kitar Phatthasone …

Read More »