Breaking News

Daily Archives: 08/02/2017

ສາວປະເພດສອງຕົວແທນໄປແຂ່ງຂັນເວທີ Miss International Queen 2016

  ນ້ອງ ວັນໃໝ່ ສາວປະເພດສອງທີ່ກຳລັງມາແຮງທີ່ສຸດໃນຕອນນີ້  ໄດ້ຖ່າຍແບບຊຸດປະຈໍາຊາດລາວເພື່ອກຽມຕົວໄປແຂ່ງຂັນສາວງາມປະເພດສອງເວທີລະດັບໂລກ Miss International Queen 2016 ໃນວັນທີ 10 ມີນາ 2017 ທີ່ຈະຮອດໃນໄວໆນີ້, ເຊິ່ງນ້ອງ ວັນໃໝ່ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ທີ່ມີຄວາມໄຝ່ຝັນໃນດ້ານການເດີນແບບ ແລະ ການສະແດງ ຈຶ່ງຕັດສິນໃຈເພື່ອເຂົ້າປະກວດໃນເວທີດັ່ງກ່າວເພື່ອເກັບກ່ຽວປະສົບການ, ຊະນີIndy ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຄົນຂໍເປັນກໍາລັງໃຈໃຫ້ນ້ອງ ວັນໃໝ່ ເພື່ອໃຫ້ປະສົບຜົນສໍາເລັດໃນການປະກວດ Miss International Queen 2016 ເທື່ອນີ້ເດີ້ ສູ້ໆໆ. #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍບໍ່ນ້ອຍໜ້າປະເທດອື່ນ   ຢ່າລືມໄປກົດໂຫວດໃຫ້ນ້ອງໄດ້ເດີ້ທີ່ເພສ Miss International Queen 2016 ນ້ອງ ວັນໃໝ່ ໝາຍເລກ 24 ຂໍຂອບໃຈຂໍ້ມູນແລະຮູບພາບຈາກ:Tutou Nouaneviengkham ແລະ ร้านเสีมสวย ทิดาสะหวัน – ตุตู่.

Read More »

ແມ່ຊີສາຍພັນ Rock ໃນເປຣູ

ມາຮູ້ຈັກກຸ່ມແມ່ຊີຊາວຣ໋ອກໃນເປຣູທີ່ມີຄວາມສາມາດໃນດ້ານດົນຕີລວມຕົວຕັ້ງວົງດົນຕີແນວຣ໋ອກ  ວົງ “ຊິສເຕີ ໂມນີກາ ແອນ ເຊີຍບາສ” ເປັນວົງຣ໋ອກວົງໜຶ່ງໃນເປລູທີ່ກໍາລັງເປັນທີ່ໂດ່ງດັງໃນເວລານີ້ ກໍ່ຕັ້ງວົງຂຶ້ນໃນຄອນຫຼວງລີມ່າ ຈາກການຮ່ວມຕົວຂອງບັນດາແມ່ຊີ ຊຶ່ງມີຄວາມສາມາດໃນການຫຼິ້ນດົນຕີຫຼາຍປະເພດ ບັນດາແມ່ຊີທີ່ເປັນຊະມາຊິກວົງນີ້ມາຈາກຫຼາຍປະເທດ ຈາກເປຣູ, ຈີນ, ຍີ່ປຸ່ນ, ເອກວາດໍ, ຊີລີ, ອາເຈນຕີນາ, ຟີລິບປິນ ແລະ ເວເນຊູເອລາ. ວົງເຊີຍບາສ ເປັນວົງດົນຕີແນວຣ໋ອກ ມີເນື້ອເພງທັງໝົດເປັນພາສາແອັດສະປາຍທັງໝົດ ແລະ ຕອນນີ້ກໍາລັງເປັນທີນິຍົມຂອງຊາວເນັດທັງຫຼາຍ.  

Read More »

ງານທຶນການສຶກສາ ແລະ ການສຶກສາໃນຕ່າງປະເທດ

ໃນວັນເສົາ 11 ກຸມພາ 2017 ເວລາ 8.30-17.30 ນີ້. ລົງທະບຽນ ເຂົ້າງານເຂົ້າງານຟຣີ ໂຮງແຮມ Mercure ນະຄອນຫຼວງວຽງຈັນ.  ລົງທະບຽນໃນງານ ລຸ້ນທຶນການສຶກສາ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ 3 ທຶນ ແລະ ລາງວັນຕ່າງໆອີກ. Study Plus International Scholarships and Education Fair 2017  ການສຶກສາ ໃນຕ່າງປະເທດ 16 ປະເທດ. ເກຣດນ້ອຍ (ຄະແນນນ້ອຍ) ສາມາດສະຫມັກໄດ້ ທຶນການສຶກສາ ຮຽນພາສາ, ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ ໃນທຸກໆລະດັບທັງໝົດ ຢູ່ຕ່າງປະເທດ ການສຶກສາ ໃນຕ່າງປະເທດ 16 ປະເທດ …

Read More »

ສາວລາວຈິດໃຈດີຊ່ວຍຕ່າງຊາດຫຼົງທາງ!

  ມີເຟັກບຸກຂອງສາວລາວຄົນໜຶ່ງທີ່ຊື່ວ່າ Ann Spc Anongnouth ໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າຕົນເອງໄດ້ຊ່ວຍເຫຼືອຊາວຕ່າງຊາດລາຍໜຶ່ງທີ່ກຳລັງຫຼົງທາງວ່າ: “ເຫັນຜູ້ຍິງຄົນຫນຶ່ງເປ້ກະເປົ໋າເຄື່ອງໃຫຍ່ ກໍເປັນປົກກະຕິຂອງນັກເດີນທາງ ນັກທ່ອງທ່ຽວຕ່າງປະເທດຢູ່ແລ້ວ ກໍບໍ່ໄດ້ຄຶດຫຍັງ ພໍຂີ່ລົດກາຍໄປໜ້ອຍໜຶ່ງ ຂ້ອຍກໍສັງເກດເຫັນລາວທັງຍ່າງທັງຍົກມືໂບກລົດ ແຕ່ບໍ່ມີໃຜຈອດເອົາລາວ ເບິ່ງລາວຄືສິເມື່ອຍ ເປັນຕາອິຕົນ ຂ້ອຍກໍເລີຍຈອດຖາມ ລາວວ່າສິໄປທາງພາກໃຕ້ ລາວສິໄປລົງ ຖະໜົນໜອງບອນ ຂ້ອຍເລີຍລົງມາເປີດທ້າຍລົດໃຫ້ລາວເກັບກະເປົ໋າ ແລ້ວເອົານໍ້າໃຫ້ລາວກິນພາລາວໄປສົ່ງ ຢູ່ແຖວທາດຫລວງ, ແຕ່ສົ່ງລາວລົງລົດແລ້ວ ແນມເບິ່ງລາວ ເຫັນລາວໂບກລົດອີກ ລາວຄົງສິບໍ່ຢາກລົບກວນຂ້ອຍຫຼາຍນິແຫຼະ ແຕ່ຂ້ອຍກະເຕັມໃຈຊ່ວຍຢູ່ແລ້ວ. ຫາກໃຜເຫັນລາວ ກະຮັບລາວຂຶ້ນລົດນຳແດ່ ອິໂຕນລາວ ແລະ ລາວຍັງບອກວ່າມາຮອດວຽງຈັນມື້ວານນີ້ ວຽງຈັນ Beautiful and Nice People !! ລາວຍົກມືຂອບໃຈ ແບບຄົນລາວແບບງາມໆເລີຍ ??  ”  ເຫດການດັ່ງກ່າວໄດ້ເຮັດໃຫ້ມີຄົນກົດໄປຄອມເມັ້ນ ແລະ ກົດໄລ້ກົດແຊຣກັນເປັນຈຳນວນຫຼາຍ, ນີ້ກໍເປັນເຫດການໜຶ່ງທີ່ກຳລັງເປັນກະແສໃນຕອນນີ້…! ຂໍຂອບໃຈທີ່ມາ ແລະ ຮູບພາບ: ປະເທດລາວ Pathedlao ແລະ Ann Spc Anongnouth

Read More »

ທ່ຽວບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຜາສາດຫີນວັດພູຈໍາປາສັກມາເລົ່າສູ່ຟັງ ຫຼາຍຄົນກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ເຊິ່ງໃນເດືອນນີ້ກໍແມ່ນບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ເຊິ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ກຸມພາ 2017 ນີ້ ແລະ ມື້ນີ້ກໍເປັນມື້ທໍາອິດຂອງງານບຸນນັ້ນເອງ ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ ຫ່າງຈາກຕົວເມືອງປາເຊໄປປະມານ 40 ກິໂລແມັດ ເປັນປູຊະນິຍະສະຖານອັນສໍາຄັນ ແລະ ເປັນສະຖານປັດຕະຍະກໍາກ່ອນຍຸກອັງກໍວັດ ໃນໄລຍະສະຕະວັດທີ 7-12 ຜາສາດຫີນວັດພູໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍສົດງົດງາມ ແລະ ໜ້າອັດສະຈັນໃຈຫຼາຍເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການຢູເນສໂກ ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງຮ່ອງຮອຍເມືອງບູຮານ ອັນມີຊື່ວ່າເມືອງເສດຖາປຸຣະ …

Read More »