Breaking News

Daily Archives: 23/02/2017

ປະຫວັດຄວາມເປັນມາຂອງຫໍຫຼັກເມືອງວຽງຈັນ

ໃນມື້ນີ້ ທີມງານ ຂວັນໃຈ ຈະນໍາເອົາປະຫວັດ ຂອງຫໍຫຼັກເມືອງ ວຽງຈັນມາເລົ່າສູ່ຜູ້ອ່ານທີ່ໜ້າຮັກໄດ້ຟັງ ຫໍຫຼັກເມືອງວຽງຈັນ ສ້າງຂຶ້ນເພື່ອເປັນບ່ອນປົກປັກຮັກສາຮ່ອງຮອຍມໍລະດົກທາງປະຫວັດສາດ ທີ່ໄດ້ຄົ້ນພົບຢູ່ໃນສະຖານທີ່ແຫ່ງນີ້ ເຊິ່ງຄົ້ນຄວ້າວິໄຈໂດຍນັກບູຮານຄະດີແລ້ວພົບວ່າ: ເປັນວັດຖຸບູຮານທີ່ປະກອບເຂົ້າໃນພິທີການກໍ່ສ້າງເສົາຫຼັກເມືອງວຽງຈັນໃນສະໄໝກ່ອນໂດຍໄດ້ພົບຫີນຫຼັກເມືອງ ຈຳນວນ 473 ຫຼັກ ສ່ວນໃຫຍ່ຟອກດ້ວຍຄໍາປິວ ແລະ ແກະສະຫຼັກເປັນລວດລາຍຫຼາຍຮູບແບບທີ່ງົດງາມ ເຊິ່ງສະແດງໃຫ້ເຫັນວ່າ:ຄົນລາວບູຮານໄດ້ໃຫ້ຄຸນຄ່າ ແລະ ຄວາມໝາຍສຳຄັນອັນສູງສົ່ງຕໍ່ວັດຖຸເຫຼົ່ານັ້ນ. ສິ່ງສຳຄັນທີ່ສຸດແມ່ນເພິ່ນໄດ້ຄົ້ນພົບສີລາຈາລຶກ1 ແຜ່ນທີ່ໄດ້ລະບຸເລີກຍາມກົງກັບມື້ ວັນຈັນ, ແຮມ 10 ຄໍ່າເດືອນ 3, ຈສ. 901 ປີກຸນ ປີກັດໃຄ້, ເຊິ່ງກົງກັບວັນທີ 16 ກຸມພາ ຄສ 1540 ຣາຊະການຂອງພະເຈົ້າໂພທິຊະຣາຊເຊິ່ງເປັນພະບິດາຂອງພະເຈົ້າໄຊຍະເຊດຖາທິຣາຊ ກຸ່ມຫີນຫຼັກເມືອງດັ່ງກ່າວຖືກຈັດວາງໄວ້ເປັນ 3 ກຸ່ມຫ່າງກັນປະມານ 1,5 ແມັດ ແລະ ຫໍຫຼັກເມືອງທີ່ສ້າງຂຶ້ນໃໝ່ນີ້ ແມ່ນກວມເອົາຫີນເສມາທັງ 3 ກຸ່ມ ແລະຖືເປັນຈຸດໃຈກາງ ທັງນີ້ກໍເພື່ອຈະຮັກສາຄວາມໝາຍອັນສັກສິດຂອງຈຸດທີ່ຕັ້ງເດີມເຊິ່ງບັນພະບູລຸດຂອງພວກເຮົາໄດ້ກຳນົດເອົາໄວ້ແລ້ວນັ້ນ ເພື່ອປະຕິບັດຮີດເກົ່າຄອງເດີມທີ່ມີມາແຕ່ບູຮານ ລັດຖະບານ …

Read More »

ສາເຫດປາຕາຍທີ່ແຂວງບໍ່ແກ້ວ

    ເຈົ້າໜ້າທີ່ຈາກກົມຄວບຄຸມມົນລະພິດຢືນຢັນເຕັມປາກ ປາຕາຍຢູ່ວັງສະຫງວນນໍ້າງາວ ແຂວງບໍ່ແກ້ວເປັນຍ້ອນສານພິດ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ປາຕາຍປະມານ 1.000 ກິໂລທີ່ວັງສະຫງວນນໍ້າງາວ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນວັນທີ 12 ກຸມພາ 2017 ຜ່ານມານີ້, ຍ້ອນມີສານເຄມີຕົກຄ້າງ ເຊິ່ງເປັນສານເຄມີຢາ ປາບສັດຕູພືດປະເພດ Fenpropathrin ຫລື Fenopropathin ຊື່ການຄ້າ Danitol/Meothrin ທີ່ປະຊາຊົນຜູ້ໜຶ່ງພົບເຫັນກະປ່ອງຢູ່ແຄມນ້ຳງາວ. ຜ່ານການວິໄຈປາຕາຍຈາກສູນວິໄຈພະຍາດປາທີ່ນ້ຳ ຊ່ວງ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປາຕາຍບໍ່ແມ່ນຍ້ອນເກີດພະຍາດລະບາດ ແຕ່ຍ້ອນສານພິດເຄມີ ປະເພດຢາປາບສັດຕູພືດດັ່ງກ່າວ. ຕາມການໃຫ້ຂໍ້ມູນຂອງທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມໃນວັນທີ 21 ກຸມພາ 2017 ນີ້ວ່າໄດ້ມີປະຊາຊົນຜູ້ໜຶ່ງຢູ່ບ້ານປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄດ້ໄປພົບເຫັນ ປາຕາຍຈຳນວນຫລວງຫລາຍໃນຕອນກາງຄືນແລ້ວຈຶ່ງເກັບເອົາໄປໄວ້ …

Read More »

ງາມຫຼາຍ! ປະມວນພາບ ຫຼິງຫຼິງ ປິຍະດາ ນຸ່ງຊຸດໄໝລາວ…

  ຢາກບອກວ່າ ຫຼິງຫຼິງ ປິຍະດາ ອິນທະວົງ  ເຫັນຍາມໃດກໍບໍ່ເປີດບໍ່ໜ່າຍເພາະນາງມີຄວາມງາມ ອໍລ້າຈັບຕະຫຼອດເວລາ ຈົນໄດ້ສາຍາມາແລ້ວວ່າເປັນ ສາວປະເພດສອງເບີ 1 ຂອງລາວເຮົາ ແລະ ມື້ນີ້ທາງທີມງາມ ຂວັນໃຈ ເຮົາກໍໄດ້ໄປສ່ອງ Profile ສຸດເລີດຂອງນາງຜ່ານອິນສະຕາແກມ ແຕ່ທີ່ສະດຸດຕາທີມງານເຮົາຫຼາຍທີ່ສຸດກໍໜ້າຈະເປັນທີ່ ຫຼິງຫຼິງ ປິຍະດາ ມັກໂພສຮູບພາບນຸ່ງຊຸດໄໝລາວ ມີຫຼາຍຊຸດຫຼາຍແບບ ຂໍບອກເລີຍວ່າງາມຫຼາຍ ແລະ ເຮົາກໍບໍ່ພາດທີ່ຈະເກັບເອົາຮູບພາບທີ່ ຫຼິງຫຼິງ ໃສ່ຊຸດໄໝລາວງາມໆມາຝາກ ຈະງາມສົມກັບທີມງາມເຮົາຍ້ອງແທ້ບໍ່? ຂໍໄລ້ ຂໍຄອມເມັ້ນຈາກແຟນໆ…ເພື່ອບອກໃຫ້ທາງເຮົາຮູ້ນຳແດ່ເດີ້! #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍງາມບໍ່ແພ້ຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: lingpiyadar

Read More »

ໃຜບອກບໍ່ຟັງສາວແພດຈະສັກຢາເດີ້!!! ສາວແພດລາວຄົນງາມ ທັງໃຈດີ

ຕ້ອນຮັບສາວໆ ແລະ ແຟນໆຂວັນໃຈສູ່ຕອນເຊົ້າຂອງ ມື້ວັນພະຫັດ ວັນດີວັນນີ້ BeautyGuru ຂໍໃຫ້ສາວໆແຟນຂວັນໃຈທຸກຄົນມີແຕ່ຄວາມສຸກສົມຫວັງຕະຫຼອດມື້ເດີ້ ສ່ວນ BeautyGuru ກໍຈະປະຕິບັດໜ້າທີ່ຂອງຕົນເອງໃຫ້ລາບລື່ນ ແລະ ນໍາສາລະດີໆມາໃຫ້ແຟນຂວັນໃຈຕະຫຼອດໝົດມື້ເຊັ່ນດຽວກັນ ມື້ນີ້ກໍໄດ້ເວລາທີ່ຈະພາສາວໆ ແລະ ແຟນຂວັນໃຈໄປພົບກັບເລື່ອງລາວທີ່ເອົາມາຝາກກັນເປັນປະຈໍາທຸກມື້ນັ້ນລ່ະ ຖ້າໃຜຢາກຮູ້ວ່າແຕ່ລະມື້ເຮົາເອົາຫຍັງມາຕ້ອນກັນແດ່ກໍຢ່າລືມຕິດຕາມ, ກົດ Like ກົດ Share ໃຫ້ກໍາລັງໃຈພວກເຮົາແນ່ເດີ້ ແລະ ສິ່ງທີ່ BeautyGuru ເອົາມາຕ້ອນໃນມື້ນີ້ກໍຫວັງຢ່າງຍິ່ງວ່າຈະຖືກໃຈແຟນໆຂວັນໃຈບໍ່ຫຼາຍກໍໜ້ອຍ ເນື່ອງຈາກວ່າວານນີ້ແອດໄປໂຮງໝໍມາລະບັງເອີນພົບສາວແພດຄົນງາມ ແຖມຍັງໃຈດີອີກຕ່າງຫາກ ແອດເລີຍຄິດຢາກຈະນໍາສະເໜີກ່ຽວກັບສາວແພດຄົນງາມ ແລະ ໃຈດີມີນໍ້າໃຈອັນງົດງາມ, ຊ່ວຍເຫຼືອຄົນເຈັບທຸກຄົນ ເຖິງຕົວເອງຈະເມື່ອຍແຕ່ກໍອົດໄດ້ ຂໍແຕ່ໃຫ້ຄົນເຈັບຫາຍຈາກອາການເຈັບປ່ວຍ ມື້ນີ້ BeautyGuru ຈຶ່ງໄດ້ຮວບຮວມເອົາຮູບພາບສາວແພດຄົນງາມຂອງລາວມາຕ້ອນແຟນໆກັນນໍາ ຖ້າໃຜຖືກໃຈກໍຢ່າລືມ ກົດ Like ກົດ Share ໃຫ້ບັນດາສາວແພດທັງຫຼາຍ ເພື່ອເປັນກໍາລັງໃຈໃນການປະຕິບັດໜ້່າທີ່ ວຽກງານຊ່ວຍເຫຼືອປະຊາຊົນຂອງພວກເຂົາແນ່ເດີ້.   By: BeautyGuru ເຄຼດິດຮູບຈາກ: ສາວແພດລາວ

Read More »

ສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

ໃນລະຫວ່າງວັນທີ 22-26 ກຸມພາ 2017 ນີ້ ຢູ່ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານວາງສະແດງສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ທົ່ວປະເທດຄັ້ງ I ຂຶ້ນ. ເຊິ່ງມີສີນຄ້າພົ້ນເດັ່ນຂອງລາວ ເຊັ່ນ: ອາຫານພື້ນເມືອງ, ເຄື່ອງດື່ມ, ເຄື່ອງຕົບແຕ່ງ, ເຄື່ອງຫັດຖະກຳ, ຢາພື້ນເມືອງ ແລະ ອື່ນໆອີກ. ນອກຈາກນີ້, ພາຍໃນງານ ຍັງມີການປະກວດ ກະຕ່າຂອງຂວັນສີນຄ້າໂອດ໋ອບ ແລະ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ, ຈັດສຳມະນາ ການພັດທະນາຜະລິດຕະພັນລາວ ແລະ ແຂ່ງຂັນຟ້ອນຫລານນ້ອຍ ຂັ້ນອະນຸບານ ແລະ ປະຖົມອີກດ້ວຍ. ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນໄດ້ລວບລວມ ຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບ ທົ່ວປະເທດ …

Read More »